Homeຂ່າວທ້ອງຖິ່ນມອບໝີໃຫ້ສູນອະນຸຮັກໝີລາວ ຟື້ນຟູສັດປ່າ ແຂວງຫຼວງພະບາງ

ມອບໝີໃຫ້ສູນອະນຸຮັກໝີລາວ ຟື້ນຟູສັດປ່າ ແຂວງຫຼວງພະບາງ

Published on

ການຈັດຕັ້ງ​ປະຕິບັດ​ວຽກ​ງານບັງຄັບ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ສັດປ່າ ແຂວງ​ອຸດົມ​ໄຊ ເປັນ​ໜຶ່ງ​ໃນວຽກ​ງານທີ່​ໄດ້​ຮັບ​ການ​ສະໜັບສະ​ໜູນ​ຈາກ ​ອົງການ​ກອງ​ທຶນ​ອະນຸ​ຮັກ​ທຳ​ມະ​ຊາດ​ໂລກ ປະຈຳ ​ສປປ ລາວ (WWF-Laos).

ໃນ​ວັນ​ທີ 1 ກັນຍາ 2017 ຜ່ານ​ມາ ທີ່​ເມືອງ​ຮຸນ ແຂວງ​ອຸດົມໄຊ ເຈົ້າ​ໜ້າທີ່​ປ່າໄມ້ ກອງ​ກວດກາ​ປ່າໄມ້ ໄດ້​ໝີ​ດຳ​ມາ​ມອບ​ໃຫ້ສູນ​ອະນຸ​ຮັກ​ໝີ​ລາວ-ຟື້ນ​ຟູ​ສັດປ່າ ແຂວງ​ຫຼວງ​ພະ​ບາງ ມອບ​ໂດຍທ່ານ ຄຳ​ນ້ອຍ ບຸນ​ຈຳປາ ຮອງຫົວໜ້າ​ກອງ​ກວດກາ​ປ່າໄມ້ ແຂວງອຸດົມ​ໄຊ ແລະ ຮັບ​ໂດຍທ່ານ ແມ໋ດ​ຮັນ ຈາກ​ສູນ​ອະນຸ​ຮັກໝີ​ລາວ ແລະ ຟື້ນ​ຟູ​ສັດປ່າ ແຂວງ​ຫຼວງ​ພະ​ບາງ ມີ​ຜູ້​ຕາງໜ້າ​ຈາກ​ຫ້ອງການ​ກະສິກຳ ແລະ ປ່າໄມ້ ຫ້ອງການ​ຊັບ​ພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດລ້ອມ ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ ການ​ມອບ-ຮັບ​ສັດປ່າ​ດັ່ງກ່າວ​ໃຫ້​ໄດ້​ຮັບ​ການ​ຄຸ້ມ​ຄອງຕໍ່ສູນ​ອະນຸ​ຮັກ​ໝີ​ລາວ ແລະ ຟື້ນ​ຟູສັດປ່າ.

ໝີ​ດຳ​ດັ່ງກ່າວ ມີ​ນ້ຳໜັກ 80 ກິ​ໂລ ແລະ ນອນ​ຢູ່​ໃນ​ຊະນິດ​ພັນສັດປ່າ​ທີ່​ໄດ້​ຮັບ​ການ​ຄຸ້ມ​ຄອງ ພາຍ​ໃຕ້​ກົດໝາຍ​ວ່າ​ດ້ວຍ​ສັດ​ນ້ຳ ແລະ ສັດປ່າຂອງ ​ສປປ ລາວ ໄດ້​ຖືກ​ຍຶດ​ຈາກ​ຜູ້​ຄອບ​ຄອງ​ທີ່​ບໍ່​ໄດ້ຮັບ​ອະນຸຍາດ ໂດຍ​ເຈົ້າ​ໜ້າທີ່​ປ່າໄມ້ ແຂວງ​ອຸດົມ​ໄຊ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...