Homeຂ່າວຕ່າງປະເທດສະຫະລັດສົ່ງເຮືອບິນຮົບເຂົ້າໃກ້ຊາຍແດນເກົາຫຼີເໜືອ ສົ່ງສັນຍານພ້ອມທຸກເວລາ

ສະຫະລັດສົ່ງເຮືອບິນຮົບເຂົ້າໃກ້ຊາຍແດນເກົາຫຼີເໜືອ ສົ່ງສັນຍານພ້ອມທຸກເວລາ

Published on

ເອພີລາຍງານວັນທີ 23 ກັນຍາ 2017 ວ່າ ສະພາບການເຄັ່ງຮ້ອນໃນແຫຼມເກົາຫຼີເໜືອບໍ່ມີທ່າທາງຈະເບົາລົງ ເມື່ອກະຊວງປ້ອງກັນປະເທດສະຫະລັດອາເມລິກາ ຫຼື ເພນດາກອນ ແຈ້ງວ່າ ຝູງເຮືອບິນຖິ້ມລະເບີດພ້ອມເຮືອບິນຮົບຄຸ້ມກັນຂອງກອງທັບສະຫະລັດໄດ້ບິນເຂົ້າໄປໃກ້ຝັ່ງຕະເວັນອອກຂອງເກົາຫຼີເໜືອຫຼາຍທີ່ສຸດ ແລະ ເຂົ້າເຂດປອດທະຫານຂຶນໄປທາງເໜືອຫຼາຍທີ່ສຸດເທົ່າທີ່ເຄີຍມີມາ ເພື່ອສະແດງໃຫ້ເຫັນວ່າປະທານາທິບໍດີ ໂດນັລ ທຣັມ ເອົາແທ້ໃນການຈັດການພຶດຕິກຳທີ່ບໍ່ຮູ້ຈັກຄິດຂອງເກົາຫຼີເໜືອ

ການປະເຊີນໜ້າກັນລະຫວ່າງສະຫະລັດ ກັບ ເກົາຫຼີເໜືອມີຄວາມເຄັ່ງຮ້ອນຂຶ້ນຫຼາຍ ເມື່ອຜູ່ນຳສອງປະເທດເປີດເສິກຮຸນແຮງໃສ່ກັນທາງວາຈາ ຈົນເຮັດໃຫ້ລັດຖະບານຣັດເຊຍ ແລະ ລັດຖະບານຈີນເຂົ້າມາຮຽກຮ້ອງໃຫ້ລະງັບຢຸດຕິກ່ອນສະພາບການຈະບານປາຍໄປຫຼາຍກວ່ານີ້

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...