spot_img
Homeຂ່າວຕ່າງປະເທດປະຊາຊົນຣັດເຊຍຍັງຕ້ອງການໃຫ້ ປູຕິນ ບໍລິຫານປະເທດໃນສະໄໝຕໍ່ໄປ

ປະຊາຊົນຣັດເຊຍຍັງຕ້ອງການໃຫ້ ປູຕິນ ບໍລິຫານປະເທດໃນສະໄໝຕໍ່ໄປ

Published on

ເມື່ອວັນທີ 20 ກັນຍາ 2017 ສູນເລວາດາ (Levada Center) ອົງການວິໄຈອິດສະຫຼະໃນນະຄອນຫຼວງມອສໂກ ເປີດເຜີຍຜົນສຳຫຼວດວ່າຊາວຣັດເຊຍສ່ວນຫຼາຍຍັງຄົງຕ້ອງການໃຫ້ ປະທານາທິບໍດີ ວາລາດີເມຍ ປູຕິນ ດຳລົງຕຳແໜ່ງຜູ້ນຳປະເທດຕໍ່ໄປ ແລະ ບາງສ່ວນພ້ອມສະໜັບສະໜູນທາຍາດທາງການເມືອງທີ່ປູຕິນໜູນຫຼັງ

ການສຳຫຼວດໄດ້ເຮັດຂຶ້ນໃນລະຫວ່າງວັນທີ 18-22 ສິງຫາ 2017 ທີ່ຜ່ານມາ ລະບຸວ່າ ມີ 60 ເປີເຊັນຂອງຜູ່ຕອບຄຳຖາມທັງໝົດ 1,600 ຄົນ ໃນ 48 ໜ່ວຍເລືອກຕັ້ງທົ່ວປະເທດຈະລົງຄະແນນສຽງເລືອກ ປູຕິນຫາກມີການເລືອກຕັ້ງປະທານາທິບໍດີໃນເວລານີ້ ແລະ ປະມານ 67 ເປີເຊັນສົ່ງຄຳຕອບໃນແງ່ບວກຕໍ່ຄຳຖາມ “ທ່ານຕ້ອງການໃຫ້ປູຕິນເປັນຜູ້ນຳຣັດເຊຍຫຼັງປີ 2018 ຫຼື ບໍ່?”

ຂະນະດຽວກັນປະມານ 18 ເປີເຊັນຂອງຜູ້ຕອບຄຳຖາມພ້ອມສະໜັບສະໜູນຜູ້ເຂົ້າຊິງຕຳແໜ່ງປະທານາທິບໍດີທີ່ປູຕິນໜູນຫຼັງຢູ່ ເຊິ່ງໂຄສົກເຄຣມລິນ ກ່າວວ່າຜົນສຳຫຼວດດັ່ງກ່າວສະແດງເຖິງຄວາມໄວ້ວາງໃຈສູງສຸດທີ່ປະຊາຊົນມີຕໍ່ປູຕິນ ແລະ ນະໂຍບາຍຂອງເຂົາ

ໂດຍປູຕິນເອງປັດຈຸບັນ ໄວອາຍຸ 64 ປີແລ້ວ ຍັງບໍ່ໄດ້ປະກາດວ່າເຂົາຈະລົງເລືອກຕັ້ງໃນຄັ້ງນີ້ ຫຼື ບໍ່ ຫຼັງຈາກທີ່ເຂົາໄດ້ຮັບຄັດເລືອກເປັນຜູ້ນຳປະເທດເຖິງ 3 ສະໄໝແລ້ວ ເມື່ອປີ 2000,2004 ແລະ 2012

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...