Homeຂ່າວທ້ອງຖິ່ນນະຄອນຫຼວງວຽງຈັນ ປູກຈິດສຳນຶກຂັບຂີ່ປອດໄພ

ນະຄອນຫຼວງວຽງຈັນ ປູກຈິດສຳນຶກຂັບຂີ່ປອດໄພ

Published on

ວັນ​ທີ 19 ກັນຍາ 2017 ຢູ່​ທີ່ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດກອງ​ປະຊຸມ​ກະກຽມ​ລົງ​ໂຄສະນາ ເພື່ອ​ແນະນຳ​ນັກ​ຂັບ​ຂີ່​ຕາມ​ຈຸດທາງ​ຄົບ-ທາງ​ແຍກ ໃນ​ນະຄອນຫຼວງ​ວຽງ​ຈັນ ລະຫວ່າງ​ວັນ​ທີ 20 ກັນຍາຫາ 17 ຕຸລາ 2017 ໂດຍເປັນ​ປະທານ​ຮ່ວມ​ຂອງ​ທ່ານ ສີວອນ ສັບ​ທະວີ ຫົວໜ້າ​ຂະແໜງຄຸ້ມ​ຄອງ​ຂົນສົ່ງ ພະ​ແນກ ​ຍທຂ ນວ ທ່ານ​ພັນ​ຕີ ສັງຄົມ ພົມ​ມະລາດ ຮອງ​ຫົວໜ້າ​ພະ​ແນກ​ຕຳຫຼວດ​ຈະລາຈອນ ນະຄອນຫຼວງ ມີ​ຫົວໜ້າ​ກອງຮ້ອຍ​ຈະລາຈອນ 4 ເມືອງ​ໃນ​ເຂົ້າ​ຮ່ວມ.

ການ​ລົງ​ໂຄສະນາ​ເຜີຍແຜ່ຄັ້ງ​ນີ້ ແມ່ນ​ຈະ​ປະຕິບັດ​ຕົວ​ຈິງ​ຢູ່ຕາມ​ໄຟ​ອຳນາດ 3 ແຍກ 4 ແຍກ ແລະ ຈຸດ​ວົງວຽນ​ຢູ່ 4 ເມືອງ​ໃນຄື: ເມືອງ​ສີ​ໂຄດ​ຕະບອງ ເມືອງ​ຈັນທະ​ບູ​ລີ ເມືອງ​ໄຊ​ເຊດ​ຖາ ແລະ ເມືອງສີ​ສັດຕະ​ນາກ ທັງ​ນີ້ກໍ່​ເພື່ອ​ແນໃສ່​ໃຫ້​ບັນດາ​ນັກຂັບ​ຂີ່​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະໜົນ ​ໃຫ້​ປະຕິ​ບັດ​ຕາມ​ກົດ​ລະບຽບ​ກົດໝາຍຈະລາຈອນ​ທາງບົກ ເພື່ອ​ແກ້​ໄຂບັນຫາ​ການ​ຈະລາຈອນ​ແອ​ອັດ ແລະ ຫຼຸດຜ່ອນ​ການ​ເກີດ​ອຸບັດ​ຕິເຫດ​ຕາມ​ຈຸດ​ທາງ​ຄົບ ແລະ ທາງແຍກໃນ​ນະຄອນ ຫຼວງ​ວຽງ​ຈັນ.

ພາຍຫຼັງ​ທີ່​ສຳເລັດ​ການ​ປະຕິບັດ​ຕົວ​ຈິງ​ຄັ້ງ​ນີ້​ແລ້ວ ທາງ​ເຈົ້າ​ໜ້າທີ່​ຕຳຫຼວດ​ຈະລາ​ຈອນ​ ແມ່ນ​ຈະ​ໄດ້​ໃຊ້​ມາດ​ຕະການ​ເດັດຂາດ​ຕໍ່​ຜູ້​ທີ່​ລະເມີດ​ກົດລະບຽບ​ຈະລາຈອນ ເປັນຕົ້ນແມ່ນ ການ​ລ່ວງ​ໄຟ​ອຳນາດຈອດ​ລົດ​ຢຽບ​ທາງ​ມ້າ​ລາຍ ແລະ ຂັບ​ລົດ​ຂຶ້ນ​ທາງ​ຄົນ​ຍ່າງ ເຊິ່ງ​ຈະໄດ້​ປັບ​ໃໝ​ຕາມ​ກໍລະນີ​ເບົາ​ຫາໜັກຕາມ​ດຳລັດ ເລກ​ທີ 188/​ນຍ ວ່າ​ດ້ວຍ​ການ​ປັບ​ໃໝ​ຕໍ່​ຜູ້​ລະເມີດ​ລະບຽບ​ການ​ສັນຈອນ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...