Homeຂ່າວຕ່າງປະເທດສະຫະລັດຊ້ອມບິນຖິ້ມລະເບີດແທ້ຂົ່ມຂູ່ເກົາຫຼີເໜືອ! ຈີນທ້ວງບໍ່ສ້າງສັນກັນທັງຄູ່

ສະຫະລັດຊ້ອມບິນຖິ້ມລະເບີດແທ້ຂົ່ມຂູ່ເກົາຫຼີເໜືອ! ຈີນທ້ວງບໍ່ສ້າງສັນກັນທັງຄູ່

Published on

ເອພີລາຍງານເມືອວັນທີ 18 ກັນຍາ 2017 ວ່າ ກອງທັບສະຫະລັດອາເມລິກາ ສົ່ງເຮືອບິນຖິ້ມລະເບີດບີ-1ບີ 2 ລຳ ແລະ ເຮືອບິນສເຕີເອຟ-35 ບີ 4 ລຳ ພ້ອມເຮືອບິນຂັບໄລ່ເອຟ-15 ເຄ ຂອງກອງທັບເກົາຫຼີໃຕ້ອີກ 4 ລຳ ຊ້ອມຮົບຍິງອາວຸດແທ້ ເໜືອແຫຼມເກົາຫຼີ ແລະ ໃກ້ກັບຍີ່ປຸ່ນ ຫຼັງຈາກເກົາຫຼີເໜືອຫາກໍ່ຍິງຂີປະນາວຸດຂ້າມເກາະຮັອກໄກໂດຂອງຍີ່ປຸ່ນເມື່ອວັນທີ 15 ກັນຍາ ທີ່ຜ່ານມາ

ດ້ານຈີນ ທ່ານ ລຼ່ກັງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນການຖະແຫຼງຂ່າວຕົ້ນອາທິດວ່າ ການຂົ່ມຂູ່ທາງທະຫານກັນໄປມານັ້ນບໍ່ແມ່ນວິທີສ້າງສັນ ເພາະບໍ່ໄດ້ຊ່ວຍແກ້ໄຂບັນຫາ ແລະ ຍັງເຮັດໃຫ້ສະພາບເຫດການຊັບຊ້ອນຂຶ້ນໄປຕື່ມອີກ ເຊິ່ງບໍ່ເປັນຜົນດີເລີຍ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...