Homeຂ່າວພາຍ​ໃນເຈົ້າໜ້າທີ່ຕຳຫຼວດເຂົ້າຈັບກຸມຕົວພະນັກງານພີເອັສທີ່ຖືກສົງໃສວ່າກຳລັງຈະທຳລາຍຂໍ້ມູນ

ເຈົ້າໜ້າທີ່ຕຳຫຼວດເຂົ້າຈັບກຸມຕົວພະນັກງານພີເອັສທີ່ຖືກສົງໃສວ່າກຳລັງຈະທຳລາຍຂໍ້ມູນ

Published on

ນັບຕັ້ງແຕ່ວັນທີ 11 -12 ກັນຍາ 2017 ເປັນເວລາ 2 ມື້ແລ້ວທີ່ສະມາຊິກພີເອັສນັບພັນໄປຮວມຕົວກັນປະທ້ວງທີ່ບໍລິສັດ ພີເອັສ ເພື່ອຫວັງທວງເງິນຂອງຕົນຄືນເຖິງແມ່ນວ່າ ທາງປະທານບໍລິສັດ ທ້າວ ປໍເຮີ ແລະ ນາງ ສຸນາລີ ໄດ້ອອກມາເຈລະຈາກັບສະມາຊິກແຕ່ກໍ່ຍັງບໍ່ມີຂໍ້ສະຫຼຸບໄດ້ເທື່ອໃດຕອນນີ້ ແລະ ໃນຕອນບ່າຍຂອງມື້ນີ້ເຈົ້າໜ້າທີ່ຕຳຫຼວດໄດ້ເຂົາຈັບກຸມຕົວພະນັກງານ ພີເອັສ ທີ່ຖືກສົງໃສວ່າກຳລັງກຽມຈະທຳລາຍຂໍ້ມູນຫຼັກຖານທີ່ສຳຄັນຂອງທາງບໍລິສັດ ໄປກັງຂັງໄວ້ເພື່ອເຮັດການສອບສວນ

https://www.facebook.com/khyfoi/videos/pcb.193270787881277/193270461214643/?type=3&theater

ນອກຈາກນັ້ນ ຍັງມີຄລິບສຽງຫຼຸດ ຈາກແຫລ່ງຂ່າວ “ເຟສບຸກ ກຸ່ມທວງເງິນຄືນຈາກ PS” ໄດ້ເຜີຍແຜ່ຄລິບສຽງທີ່ທ້າວ ປໍເຮີ້ ກ່າວເຖິງປະທານປະທານວ່າ “ຕອນນັ້ນຂ້າພະເຈົ້າໄດ້ມອບປຸ໋ຍສອງກ່ອງໃຫ້ປະທານປະເທດ ຕອນນີ້ສິໄປຂໍປຸ໋ຍສອງກ່ອງຄືນ” ຄຳເວົ້ານີ້ເຖິງແມ່ນວ່າຈະຟັງແລ້ວອາດຈະບໍ່ມີຫຍັງຫຼາຍແຕ່ມັນເໝືອນກັບຄຳເວົ້າທີ່ມີຫຍັງແອບແຝງຢູ່ທາງໃນ

https://www.facebook.com/1915215962080897/videos/1930967223839104/

ນອກຈາກນີ້ຍັງມີພະນັກງານເບີ 1 ຂອງບໍລິສັດພີເອັສ ອອກມາເປັນການນຳໃນການປະທ້ວງ ແຊໝົດເປືອກແບບລ້ວງເຄື່ອງໃນໃສ້ພຸງອອກມາເວົ້າຈົນໝົດກ້ຽງ

https://www.facebook.com/tholakhong/videos/pcb.1717739011591097/1717738024924529/?type=3&theater

https://www.facebook.com/tholakhong/videos/pcb.1717739011591097/1717738391591159/?type=3&theater

ເລື່ອງນີ້ຄົງຈະຍອມກັນຍາກຫາກທັງສອງຝ່າຍຍັງບໍ່ສາມາດຫາຂໍ້ສະຫຼຸບທີ່ໜ້າພໍໃຈໄດ້ ກຸ່ມສະມາຊິກທີ່ມາຊຸມນຸມຍັງຄົງປັກຫຼັກທີ່ບໍລິສັດພີເອັສຕໍ່ໄປ “ຖ້າບໍ່ໄດ້ເງິນຄືນບໍ່ຍອມ” ເລື່ອງນີ້ຄົງບໍ່ຈົບກັນງ່າຍໆ ດັ່ງນັ້ນຈິ່ງຮຽກຮ້ອງໃຫ້ທາງພາກລັດຍື່ນມືເຂົ້າມາຊ່ວຍໃນການໄກ່ເກ່ຍໃນຄັ້ງນີ້ດ້ວຍ.

https://www.facebook.com/khyfoi/videos/pcb.193270787881277/193270481214641/?type=3&theater

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...