Homeຂ່າວຕ່າງປະເທດຕະລຶງ! ຍິງຊາວອິນເດຍ ໃຊ້ກ່ຽວກັບຊ້ວານ ຕໍ່ສູ້ກັບເສືອດາວຈົນເສືອຕາຍ!

ຕະລຶງ! ຍິງຊາວອິນເດຍ ໃຊ້ກ່ຽວກັບຊ້ວານ ຕໍ່ສູ້ກັບເສືອດາວຈົນເສືອຕາຍ!

Published on

 

ຍິງຊາວອິນເດຍ ອາຍຸ 56 ປີ ຖືກເສືອດາວຈູ່ໂຈມຂະນະກຳລັງຕັກນ້ຳ ຕັດສິນໃຈໃຊ້ກ່ຽວ ແລະ ຊ້ວານທີ່ພົກມາ ຕໍ່ສູ້

ກັບເສືອດາວ ຈົນເອົາຊີວິດລອດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນມື້ນີ້ (27 ສິງຫາ) ວ່າ ນາງ ຄຳລາ ເທວີ ຍິງຊາວອິນເດຍ ອາຍຸ 56 ປີ ຜູ້ໃຊ້ອຸປະ

ກອນການກະເສດທີ່ພົກຕິດໂຕມາພ້ອມ ຕໍ່ສູ້ກັບເສືອດາວທີ່ດັກຊຸ້ມໂຈມຕີນາງ ໃນຂະນະທີ່ກຳລັງຕັກນ້ຳ ແລະ ສາ

ມາດສັງຫານເສືອດາວໂຕນັ້ນສຳເລັດ ໂດຍທີ່ນາງເອງ ກໍໄດ້ຮັບບາດເຈັບພໍສົມຄວນ ຈາກການດວນມວຍຢ່າງດຸ

ເດືອດທີ່ເກີດຂຶ້ນດັ່ງກ່າວ.

 

ນາງ ເທວີ ເລົ່າໃຫ້ຜູ້ສື່ຂ່າວຂອງຕ່າງປະເທດຟັງ ໃນຂະນະທີ່ກຳລັງນອນຢູ່ເທິງຕຽງໃນໂຮງໝໍທ້ອງຖິ່ນວ່າ ເຫດເກີດ

ຂຶ້ນໃນມື້ວັນອາທິດ (24 ສິງຫາ 2014) ໂດຍນາງກຳລັງຍ່າງຖືຖັງນ້ຳ ທີ່ຕັກຈາກຮ່ອງນ້ຳສາຍໜຶ່ງ ໃກ້ກັບເຂດບ້ານ

ເສມ ນາອູຕິ ໃນເຂດຣຸທຣາປະຍັກ ທາງຕອນເໜືອຂອງລັດອຸດຕຣາຂັນ ກ່ອນທີ່ນາງຈະຖືກເສືອດາວ ເຊິ່ງດັກຊຸ້ມ

ຢູ່ໃນຟຸ່ມໄມ້ໃກ້ໆນັ້ນກະໂດດເຂົ້າມາຈູ່ໂຈມ.

 

ນາງຍັງເວົ້າອີກວ່າ ຕອນນັ້ນນາງຄິດວ່າຄົງບໍ່ລອດແລ້ວ ແຕ່ນາງກໍຍັງບໍ່ເສຍຄວາມອົດທົນ ແລະ ຄວາມກ້າຫານ

ນາງຈິ່ງຟ້າວຢິບເອົາກ່ຽວ ທີ່ໃຊ້ກ່ຽວເຂົ້າ ແລະ ຊ້ວານ ທີ່ນາງໄດ້ພົກພາມານຳ ຕໍ່ສູ້ກັບເສືອໂຕດັ່ງກ່າວ ໂດຍໄດ້ຟາດ

ເສືອຈົນແຂ້ວຫັກໄປຫຼາຍເຫຼັ້ມ ໂດຍນາງໄດ້ຕໍ່ສູ້ດົນເກືອບເຄິ່ງຊົ່ວໂມງ ຈາກນັ້ນນາງຈິ່ງຮູ້ສຶກວ່າມັນໄດ້ຕາຍແລ້ວ.

 

ດ້ານທ່ານໝໍທີ່ຮັບຜິດຊອບປິ່ນປົວນາງໄດ້ກ່າວວ່າ ເຂົາຮູ້ສຶກປະຫຼາດໃຈຫຼາຍ ທີ່ນາງ ເທວີ ລອດຊີວິດມາໄດ້ ຈົນ

ນາງກະດູກຫັກໄປ 2 ຈຸດທີ່ມືຂວາ ແລະ ຫັກອີກ 1 ຈຸດທີ່ມືຊ້າຍ, ນາງຍັງມີບາດແຜເລິກອີກຫຼາຍບ່ອນເຕັມທົ່ວບໍ

ລິເວນຫົວ ແລະ ຂາທັງສອງຂ້າງ, ນາງຍັງມີຮອຍຖືກກັດເຕັມໂຕໄປໝົດ ແຕ່ຕອນນີ້ນາງມີອາການດີຂຶ້ນຫຼາຍແລ້ວ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...