Homeຂ່າວທ້ອງຖິ່ນເມືອງພູຄູນ ເລັ່ງສຸມໃສ່ປະຕິບັດແຜນດຳເນີນງານ 9 ວຽກຈຸດສຸມໃນທ້າຍປີ

ເມືອງພູຄູນ ເລັ່ງສຸມໃສ່ປະຕິບັດແຜນດຳເນີນງານ 9 ວຽກຈຸດສຸມໃນທ້າຍປີ

Published on

ເຈົ້າເມືອງພູຄູນ ເໜັ້ນໃຫ້ຄະນະພັກ, ອົງການປົກຄອງແຕ່ລະຂັ້ນຕ້ອງທົບທວນຄືນ ຜົນການຈັດຕັ້ງປະຕິບັດວຽກງານ ແລະ ເປັນເຈົ້າການຊີ້ນຳ-ນຳພາບັນດາວຽກງານຢ່າງວອງໄວ ແລະ ມີຄຸນນະພາບ ໂດຍຖືເອົາໂຄງການດຳເນີນງານຂອງຄະນະບໍລິຫານງານພັກເມືອງພູຄູນ ສະໄໝທີ3 ໄລຍະແຕ່ປີ 2014-2019 ເປັນຕົວຊີ້ວັດ. ສະຫາຍ ວຽງທອງ ຫັດສະຈັນ ເລຂາຄະນະບໍລິຫານງານພັກເມືອງພູຄູນ ໄດ້ມີຄຳເຫັນຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເມືອງພູຄູນ ຄັ້ງທີ 4 ສະໄໝທີ 3 ໃນທ້າຍເດືອນສິງຫາ ທີຜ່ານມາວ່າ: ເພືອຮັບປະກັນໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ 7 ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ 10 ຂອງພັກວ່າງອອກ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍຕາມທິດທາງ ແລະ ຈຸດໝາຍທີ່ໄດ້ວ່າງໄວ້ ກອງປະຊຸມໃນຄັ້ງນີ້ໄດ້ສະຫຼຸບຕີລາຄາຢ່າງກົງໄປກົງມາຕໍ່ໝາກຜົນ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຜ່ານມາ ແລະ ໄດ້ຕົກລົງຮັບຮອງເອົາໂຄງການດຳເນີນງານຂອງຄະນະບໍລິຫານງານພັກເມືອງພູຄູນ ໄລຍະ 4 ເດືອນທ້າຍປີມີ 9 ວຽກງານ ທີ່ສຳຄັນຄື:

1. ກະກຽມໄຂສົກຮຽນໃໝ່ 2017-2018,
2. ຊຸກຍູ້ເກັບລາຍຮັບງົບປະມານປະຈໍາປີ2017,
3. ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ,
4.ຊຸກຍູ້ສົງເສີມການຜະລິດເປັນສິນຄ້າ,
5. ຊຸກຍູ້ສົ່ງເສີມການບໍລິການ ແລະ ການທ່ອງທ່ຽວ,
6. ຄົ້ນຄວ້າວຽກງານກອງທຶນ,
7. ລົງປະເມີນເພືອປະກາດບ້ານພູວຽງນ້ອຍເປັນຕົວເມືອງນ້ອຍໃນຊົນນະບົດ,
8.ຈັດສັນທີ່ດິນຢູ່ບັນດາບ້ານພາຍໃນເມືອງ,
9.ຄົ້ນຄວ້າ, ແກ້ໄຂຄຳສະເໜີ, ຄຳຮ້ອງຕ່າງໆ

ຂ່າວ: ວັນທຽນ ຄຳທະສິດ ນັກຂ່າວທ້ອງຖິ່ນປະຈຳເມືອງພູຄູນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...