Homeຂ່າວເຫດການPS ອອກແຈ້ງການຕັດໜ້າກຸ່ມລຸກຄ້າ ທີ່ຈະໄປທວງເງິນຄືນ ໃນວັນທີ 11 ກັນຍານີ້

PS ອອກແຈ້ງການຕັດໜ້າກຸ່ມລຸກຄ້າ ທີ່ຈະໄປທວງເງິນຄືນ ໃນວັນທີ 11 ກັນຍານີ້

Published on

ຫຼັງຈາກທີ່ທາງບໍລິສັດ PS ໄດ້ກາຍເວລາ ທີ່ຈະສົ່ງເງິນຄືນໃຫ້ແກ່ສະມາຊິກທີ່ຮ່ວມລົງທຶນ ຕາມການຕົກລົງໃນກອງປະຊຸມຮ່ວມ ລະຫວ່າງທະນາຄານແຫ່ງ ສປປ ລາວ ແລະບໍລິສັດ PS ເມື່ອວັນທີ 14 ມິຖຸນາ 2017 ທີ່ຜ່ານມາ. ດັ່ງນັ້ນ, ສະມາຊິກບໍລິສັດຈຳນວນໜຶ່ງຈຶ່ງໄດ້ນັດໂຮມໂຕກັນເຂົ້າໄປເພື່ອສອບຖາມແລະທວງຄືນເງິນຂອງຕົນຈາກບໍລິສັດ ໃນວັນທີ 11 ກັນຍາ 2017 ນີ້.

ແຕ່ແນວໃດກໍຕາມ, ທາງບໍລິສັດພີເອັສພັດໄດ້ອອກແຈ້ງການປິດບໍລິສັດຊົ່ວຄາວ ຕັ້ງແຕ່ວັນທີ 8-15 ກັນຍານີ້ ໂດຍອ້າງວ່າເພື່ອສະຫຼຸບບັນຊີໃຫ້ແກ່ ທະນາຄານແຫ່ງ ສປປ ລາວ. ພ້ອມກັນນັ້ນແຈ້ງການດັ່ງກ່າວກໍຍັງມີຂໍ້ຄວາມຂົ່ມຂູ່ວ່າ ບຸກຄົນຜູ້ໃດຫາກລ່ວງລະເມີດເຂົ້າໄປຊຸມນຸມຫຼືປະທ້ວງໃດໆ ຫູືສ້າງຄວາມເສື່ອມເສຍໃຫ້ແຕະຕ້ອງຕໍ່ກຽດແລະຊື່ສຽງຂອງບໍລິສັດຈະເອົາເລື່ອງໃຫ້ເຖິງທີ່ສຸດ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...