Homeຂ່າວຕ່າງປະເທດເກົາຫຼີເໜືອຈູດດອກໄມ້ໄຟສະຫຼອງການສ້າງອາວຸດທີ່ຮ້າຍແຮງໄດ້ສຳເລັດ

ເກົາຫຼີເໜືອຈູດດອກໄມ້ໄຟສະຫຼອງການສ້າງອາວຸດທີ່ຮ້າຍແຮງໄດ້ສຳເລັດ

Published on

ເມື່ອວັນທີ 7 ກັນຍາ 2017 ຣອຍເຕີເຜີຍແຜ່ຈາກສຳນັກຂ່າວກາງເກົາຫຼີເໜືອ ຫຼື KCNA ເຖິງບັນຍາກາດຈັດງານສະເຫຼີມສະຫຼອງຜົນງານນັກວິທະຍາສາດເກົາຫຼີເໜືອ ໃນນະຄອນຫຼວງປຽງຢາງ ມີປະຊາຊົນ ແລະ ເຈົ້າໜ້າທີ່ເຂົ້າ ຮ່ວມຢືນຕົບມືໃຫ້ຂະບວນແຫ່ນັກວິທະຍາສາດທີ່ຢູ່ເບື້ອງຫຼັງຄວາມສຳເລັດໃນການທົດສອບລະເບີດເອຊບອມ ແລະ ຂີປະນາວຸດຂ້າມທະວີບ

ໃນວັນດຽວກັນນັ້ນ ເກົາຫຼີເໜືອຍັງໄດ້ມີການຖະແຫຼງການຜ່ານຕົວແທນທີ່ເຂົ້າຮ່ວມການປະຊຸມເສດຖະກິດທີ່ເມືອງວາລາດີວອສຕ້ອກ ເຂດຕະເວັນອອກຂອງປະເທດຣັສເຊຍ ໂດຍປະກາດວ່າ ຈະຕອບໂຕ້ສະຫະລັດອາເມລິກາຢ່າງເໝາະສົມ ໃນຂະນະທີ່ສະຫະລັດເອງກໍ່ເດີນໜ້າຜັກດັນມາດຕະການລົງໂທດເກົາຫຼີເໜືອໃຫ້ໜັກກວ່າເກົ່າ ແລະ ຍັງຮວມເຖິງການຢຶດຊັບເງິນທະນາຄານຂອງທ່ານ ຄິມ ຈອງ ອຶນ ຜູ່ນຳສູງສຸດຂອງເກົາຫຼີເໜືອ ແລະ ຫ້າມທ່ານ ຄິມເດີນທາງໄປປະເທດອື່ນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...