Homeຂ່າວຕ່າງປະເທດສະຫະລັດ ສະເໜີ ຢູເອັນຢຶດຊັບສິນຜູ່ນຳເກົາຫຼີເໜືອ

ສະຫະລັດ ສະເໜີ ຢູເອັນຢຶດຊັບສິນຜູ່ນຳເກົາຫຼີເໜືອ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ນິວຢອກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 6 ກັນຍາ 2017 ວ່າ ເອກອັກຄະຣາຊທູດສະຫະລັດປະຈຳສະຫະປະຊາຊາດ (ຢູເອັນ) ສະເໜີຮ່າງມາດຕະການຂວ້ຳບາດເກົາຫຼີເໜືອຄັ້ງໃໝ່ເຂົ້າສູ່ການພິຈາລະນາຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ຢູເອັນເອສຊີ) ເພື່ອລົງ ໂທດ ທີ່ລັດຖະບານປຽງຢາງທົດສອບລະເບີດນິວເຄຣຍຄັ້ງທີ 6 ເຊິ່ງເປັນຄັ້ງທີ່ລະເບີດມີອານຸພາບຮຸນແຮງທີ່ສຸດ ເມື່ອວັນອາທິດທີ່ຜ່ານມາ ໂດຍຄາດວ່າຈະມີການປະຊຸມລົງມະຕິໃນວັນຈັນທີ 11 ກັນຍານີ້

ຂະນະດຽວກັນແຜນການຂວ້ຳບາດທີ່ສະຫະລັດສະເໜີເຊິ່ງມີຄວາມຍາວ 13 ໜ້າ ຍັງຮວມເຖິງການຈຳກັດການສົ່ງ ອອກເສື້ອຜ້າ ສິນຄ້າສຳເລັດຮູບຂອງເກົາຫຼີເໜືອ ແຕ່ທີ່ໜ້າສົນໃຈທີ່ສຸດຄືການກຽມຂຶ້ນບັນຊີດຳທ່ານ ຄິມ ຈອງ ອຶນ ຜູ່ນຳສູງສຸດຂອງເກົາຫຼີເໜືອ ແລະເຈົ້າໜ້າທີ່ລະດັບສູງໃນພັກຄົນງານເກົາຫຼີອີກ 4 ຄົນ ໂດຍຈະມີການຢຶດຊັບສິນໃນຕ່າງປະເທດ ແລະ ຫ້າມເດີນທາງຢ້ຽມຢາມຕ່າງປະເທດ ນອກຈາກນີ້ ສາຍການບິນແຫ່ງຊາດເກົາຫຼີເໜືອ ຢ່າງ “ແອຣໂຄຣຍໍ” ກອງທັບປະຊາຊົນເກົາຫຼີເໜືອ (ເຄພີເອ) ແລະ ໜ່ວຍງານຮັບອີກ 8 ແຫ່ງຈະຖືກຂຶ້ນບັນຊີດຳຄືກັນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...