Homeສຸຂະພາບ ແລະ ສີ່ງແວດລ້ອມກິນໄວ ເຮັດໃຫ້ຕຸ້ຍແທ້ຫລືບໍ່?

ກິນໄວ ເຮັດໃຫ້ຕຸ້ຍແທ້ຫລືບໍ່?

Published on

 

2

ຫລາຍ​ຄົນ​​ຈະ​ເຄີຍ​ໄດ້ຍິນ ປະ​ໂຫຍກ​ທີ່​ວ່າ ” ກິນ​ໄວ ເຮັດໃຫ້​ຕຸ້ຍ ” ຫລາຍ​ຄົນ​ສົງ​ໄສ​ວ່າ ​ການ​ກິນ​ໄວ​ ຫລື ​ຊ້າ​ກ່ຽວ​ຫຍັງ​ກັບ​ນ້ຳ​ໜັກ​ ຫລື ​ຄວາມ​ຕຸ້ຍ ເພາະ​ເບິ່ງ​ຈັ່ງໃດ ​ກໍ​ບໍ່​ໜ້າ​ຈະ​ກ່ຽວ ແຖມ​ສຸດ​ທ້າຍ​ແລ້ວ​ອາຫານ​ກໍ​ເຂົ້າໄປ​ຢູ່ໃນ​ກະເພາະ​ຄືກັນ​ ຫາກ​ຍັງ​ສົງ​ໄສ​ກັນ​ຢູ່ ມື້​ນີ້​ເຮົາ​ມີ​ຂໍ້​ມູນ​ມາ​ໄຂ​ຂໍ້​ຂ້ອງ​ໃຈ​ໃຫ້​ທຸກ​ຄົນ​ແລ້ວ​

ມີ​ງານ​ວິ​ໄຈ​ຢູ່​ເລື່ອງ​ໜຶ່ງ​ທີ່​ຂ້ອນ​ຂ້າງ​ເປັນ​ທີ່​ໜ້າ​ສົນ​ໃຈ ໃຫ້​ຂໍ້​ມູນ​ວ່າ “ຄົນ ກິນ​ໄວ ຕຸ້ຍ​ໄວ ຄົນ​ກິນ​ຊ້າ​ຕຸ້ຍ​ຊ້າ ” ເລື່ອງ​ຂອງ​ເລື່ອງ​ຄື ມີ​ຂໍ້​ຄວາມຈິງ​ຢູ່ບ່ອນ​ວ່າ​ ຄົົນທີ່​ກຳ​ລັງ​ຈະ​ຕຸ້ຍ​ຫລື ​ຕຸ້ຍ​ຢູ່​ແລ້ວ ສ່ວນ​ໃຫຍ່​ຈະ​ເປັນ​ຄົນ ກິນ​ໄວ ກິນ​ຫລາຍ ອາຫານ​ໜັກ​ໄປ​ທາງ​ໄຂ​ມັນ ໜັກ​ແປ້ງ

ອາຫານ​ໄຂ​ມັນ​ສູງ​ຈະ​ຊ່ວຍ​ໃຫ້​ອາ​ຫານ​ແຊບ​ຫລາຍ​ຂຶ້ນ ເຮັດໃຫ້​ກິນ​ໄດ້​ຫລາຍ ແຕ່​ມີ​ຄົນ​ຈຳນວນ​ບໍ່​ນ້ອຍ​ທີ່​ກິນ​ໄຂ​ມັນ​ແຕ່​ບໍ່​ຕຸ້ຍ ຂຶ້ນ​ຢູ່​ກັບ​ວິທີ​ການ​ກິນ​ນໍາອີກ ຄວາມ​ຫິວ​ຂອງ​ຄົນ​ເຮົາ ເກີດ​ຂຶ້ນ​ເມື່ອ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ຕ່ຳ​ລົງ​ເຖິງ​ລະ​ດັບ​ໜຶ່ງ ສະຫມອງ​ຈະ​ສັ່ງ​ງານ​ວ່າ“ຫິວ” ເມື່ອ​ໄດ້​ກິນ​ອາຫານ​ໄປ​ໄລຍະໜຶ່ງ ນ້ຳ​ຕານ​ໃນ​ເລືອດ​ສູງ​ຂຶ້ນ​ເຖິງ​ລະ​ດັບ​ໜຶ່ງ ສະຫມອງ​ກໍ​ສັ່ງ​ງານ​ອອກ​ມາ​ວ່າ“ອີ່ມ”

ບັນຫາ​ຂອງ​ຄວາມ​ຕຸ້ຍ​ຢູ່​ບ່ອນ​ວ່າ ສະຫມອງ​ມັກ​ຈະ​ຕອບສະຫນອງ​ຕໍ່​ການ​ສູງ​ຂຶ້ນ​ຂອງ​ນ້ຳ​ຕານ​ຂ້ອນ​ຂ້າງ​ຊ້າ ນ້ຳ​ຕານ​ສູງ​ຂຶ້ນ​ປະ​ມານ 15ນາ​ທີ ແລ້ວ​ສະຫມອງ​ຫາກໍ່​ຈະ​ສັ່ງ​ການ ​ແລະ ​ການ​ທີ່​ສະຫມອງ​ສັ່ງ​ການ​ຊ້າ​ແບບນີ້​ ນີ້​ເອງ ທີ່​ເປັນ​ສາ​ເຫດ​ໜຶ່ງ​ທີ່​ເຮັດໃຫ້​ຄົນ​ຈຳນວນ​ບໍ່​ໜ້ອຍ​ກິນ​ອາຫານ​ເກີນ​ກວ່າ​ທີ່​ຕົນເອງ​ຕ້ອງ​ການ ໂດຍ​ສະເພາະ​ຢ່າງ​ຍິ່ງ​ຄົົນທີ່​ກິນ​ອາຫານ​ໄວ

ອາການ ກິນ​ໄວ ຖື​ບ່ວງ​ໄວ້​ຕະຫລອດ​ເວລາ ອາຫານ​ຢູ່​ໃກ້​ປາກ ຕັກ​ນັ້ນ​ຕັກ​ນີ້​ກິນ ຫຍ້ຳ​ໄວ ກືນ​ໄວ ອາຫານ​ເຂົ້າ​ສູ່​ທ້ອງ​ໄປ​ຫລາຍ​ຈົນ​ຍ່ອຍ​ບໍ່​ທັນ ນ້ຳ​ຕານ​ໃນ​ເລືອດ​ສູງ​ຂຶ້ນ ຊ້າ​ກວ່າ​ຄວາມ​ໄວ​ທີ່​ອາຫານ​ລົງ​ກະເພາະ ສະຫມອງ​ທີ່​ຕອບສະຫນອງ​ຊ້າ​ຢູ່​ແລ້ວ ກວ່າ​ສະຫມອງ​ຈະ​ສັ່ງ​ການ​ວ່າ​ອິ່ມ​ໄດ້ ພະລັງ​ງານ​ທີ່​ຮ່າງກາຍ​ໄດ້ຮັບ ກໍ​ອາດ​ເພີ່ມ​ຂຶ້ນ​ໄປ​ຫລາຍ​ສິບ​ເປີເຊັນ ​ຫລາຍກວ່າ​ທີ່​ຮ່າງກາຍ​ຕ້ອງ​ການ ເຫດການ​ຢ່າງ​ນີ້​ເກີດ​ຂຶ້ນ​ຫລາຍເທື່ອ ຄວາມ​ຕຸ້ຍ​ກໍ​ບໍ່​ໜີ​ໄປ​ໃສ

ຄົນ​ຕຸ້ຍ ​ຫລື​ ຄົົນທີ່​ກຳ​ລັງ​ຈະ​ຕຸ້ຍ ຈຶ່ງ​ມັກ​ຈະ​ເປັນ​ຄົົນທີ່​ກິນ​ອາຫານ​ໄວ ໄດ້ຮັບ​ອາຫານ​ເກີນ​ປົກກະຕິ​ໂດຍ​ທີ່​ຕົນເອງ​ບໍ່​ຮູ້​ໂຕ ນັ່ງ​ກິນ​ເຂົ້າ​ຢູ່​ກັບ​ຄົນ​ອື່ນ ຕົນເອງ​ກິນ​ຈານ​ທີ່​ສອງ​ເຂົ້າໄປ​ແລ້ວ ໝູ່​ຮ່ວມ​ໂຕະ​ທີ່​ບໍ່​ຕຸ້ຍ ອາດຈະ​ຍັງ​ກິນ​ຈານ​ທໍາອິດ​ບໍ່​ຮຽບຮ້ອຍ​​ຊ້ຳ ຫາກ​ເຫດການ​ແບບນີ້​ເກີດ​ຂຶ້ນ ​ຕ້ອງ​ຫາ​ທາງ​ຢຸດ​​ແລ້ວ ເພາະ​ຫາກ​ປ່ອຍ​ໃຫ້​ຕຸ້ຍ ການ​ທີ່​ຈະ​ຫລຸດ​ໃຫ້​ລົງ​ມາ​ຄື​ເກົ່າ​ນັ້ນ ເຮັດ​ໄດ້​ຂ້ອນ​ຂ້າງ​ຍາກ ໃຜ​ທີ່​ສັງເກດ​ວ່າ​ ຕົນເອງ​ກິນ​ອາຫານ​ໄວ ກຳ​ລັງ​ຈະ​ຕຸ້ຍ ​ຫລື ​ຕຸ້ຍ​ແລ້ວ​ກໍ​ຕາມ ຫາກ​ຕ້ອງ​ການ​ຈະຫ​ລຸດ ວິທີ​ການ​ທີ່​ບໍ່​ຍາກ​ຈົນ​ເກີນ​ໄປ​ຫລາຍຄື ຕ້ອງຫ​ລຸດ​ຄວາມ​ໄວ ຂອງ​ການ​ກິນ​ລົງ​ໃຫ້​ໄດ້ ຕ້ອງ​ກິນ​ຢ່າງ​ມີ​ສະຕິ​ໃຫ້​ຄວາມ​ໄວ​ຂອງ​ການ​ສັ່ງ​ງານ​ຂອງ​ສະຫມອງ​ສອດ​ຄ່ອງ​ກັບ​ຄວາມ​ໄວ ທີ່​ອາຫານ​ເດີນທາງ​ລົງ​ກະເພາະ​

ການ​ກິນ​ຊ້າ ຈະ​ເຮັດໃຫ້​ຮ່າງກາຍ​ໄດ້ຮັບ​ພະລັງ​ງານ​ເໝາະສົມ​ໄປ​ໂດຍ​ອັດ​ໂນ​ມັດ ​  ໃຜ​ທີ່​ຕຸ້ຍ​ຢູ່​ແລ້ວ ຫລື​ ກຳ​ລັງ​ຈະ​ຕຸ້ຍ ຕ້ອງ​ເລີ່ມ​ເຝີກ​ການ​ກິນ​ຊ້າ ຄື ຄ່ອຍ​ໆຫຍ້ຳ ຕົວຢ່າງ​ ມີ​ການ​ແນະ​ນຳ​ໃຫ້​ຫຍ້ຳ​ອາຫານ​ແຕ່​ລະ​ຄຳ​ພຽງ 50ເທື່ອ ແຕ່​ໃນ​ກໍລະນີ​ນີ້​ບໍ່​ຈຳ​ເປັນ​ຕ້ອງ​ນັບ​

ຕັກ​ອາຫານ​ເຂົ້າ​ປາກ​ແລ້​ວວາງ​ບ່ວງ​ໄວ້​ຂ້າງ​ຈານ​ ຂະນະ​ຫຍ້ຳ​ອາຫານ​ທຸກ​ເທື່ອ ຈະ​ເຮັດໃຫ້​ຄວາມ​ໄວ​ໃນ​ການ​ກິນ​ຫລຸດລົງ​ໄປ​ໄດ້​ເອງ ຄ່ອຍ​ໆຫຍ້ຳ ບໍ່​ຕ້ອງ​ຮີບ​ຮ້ອນ ຫາກ​ມີ​ໝູ່​ຮ່ວມ​ໂຕະ​ກໍ​ອາດຈະ​ໂອ້ລົມ​ກັບ​ໝູ່ ເພື່ອ​ເອົາສະ​ມາ​ທິ​ອອກຈາກ​ອາຫານ ຫາກ​ກິນ​ອາຫານ​ໄດ້​ໜຶ່ງ​ຄຳ ກິນ​ນ້ຳ​ໄປ​ໜ້ອຍໆ ຈະ​ເຮັດໃຫ້​ກະເພາະ​ເຕັມ​ໄວ ໃນ​ຂະນະ​ທີ່​ນ້ຳ​ຕານ​ໃນ​ເລືອດ​ຄ່ອຍ​ໆສູງ​ຂຶ້ນ​

ຢ່າ​ກິນ​ຈົນ​ຮູ້ສຶກ​ອິ່ມ ແຕ່​ໃຫ້​ກິນ​ຈົນ​ຮູ້ສຶກ​ວ່າ​ ບໍ່​ຢາກ​ແລ້ວ​ໃຫ້​ຢຸດ ເພື່ອ​ໃຫ້​ກະເພາະ​ມີ​ຊ່ອງ​ວ່າງ​ສຳລັບ​ການ​ຍ່ອຍ​ໄດ້ ​ລອງ​ກິນ​ອາຫານ​ໜຶ່ງ​ຈານ​ໂດຍ​ໃຊ້​ເວລາ​ພຽງ 20ນາ​ທີ​ເບິ່ງ​ນຳ ກິນ​ພຽງ​ໃຫ້​ເຊົາຢາກ​ແລ້ວ​ຢຸດ ຫາກ​ເຮັດ​ໄດ້​ແບບນີ້ ພະລັງ​ງານ​ທີ່​ໄດ້ຮັບ​ຕໍ່​ມື້​ຈະ​ຫລຸດລົງ ຄວາມ​ຕຸ້ຍ​ທີ່​ເຄີຍ​ສະ​ສົມ​ໄວ້ ຈະ​ເລີ່ມ​ຫລຸດລົງ​ໄດ້​ເອງ​ຊ້າ​ໆ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...