Homeຂ່າວທ້ອງຖິ່ນກອງປະຊຸມ ລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 8

ກອງປະຊຸມ ລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 8

Published on

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີຕ່າງປະເທດ ເວທີການຮ່ວມມື ອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຄັ້ງທີ 8 ແລະ ໄດ້ຮັບກຽດ​ເປັນປະທານຮ່ວມກັບ ສ.ເກົາຫລີ ດໍາເນີນກອງປະຊຸມ ລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 7 ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2017 ທີ່​ບູຊານ, ສ.ເກົາຫລີ.

ກອງປະຊຸມ ລັດຖະມົນຕີຕ່າງປະເທດ ເວທີການຮ່ວມມື ອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2017 ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ນາງ ຄັງ ຄຽງ ວາ ລັດຖະມົນຕີຕ່າງປະເທດ ສ.ເກົາຫລີ ແລະ ທ່ານ ກາໂລສ ຣາອູນໂມຣາເລສ ລັດຖະມົນຕີ ຕ່າງປະເທດກົວເຕມາລາ ແລະ ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາປະເທດສະ ມາຊິກ ຟີແລັກ ທັງໝົດ 36 ປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ແມ່ນເພື່ອທົບທວນຄືນ ການຮ່ວມມື ລະຫວ່າງ 2 ທະວີບໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ທາມກາງຄວາມ ທ້າທາຍຕ່າງໆໃນໂລກ ທີ່ມີການປ່ຽນແປງຢ່າງໄວວາ. ກອງປະຊຸມຄັ້ງນີ້, ໄດ້ຮ່ວມກັນປຶກສາຫາລື ແລະ ຮັບຮອງເອົາ ຖະແຫລງການປູຊານ, ຊຶ່ງໃນນັ້ນ ກວມເອົາແຜນການ ປະຕິບັດງານ FEALAC ໃນໄລຍະ 5 ປີຕໍ່ໜ້າ ແຕ່ປີ 2017-2021 ແລະ ການສ້າງຕັ້ງກອງທຶນ FEALAC.

ໃນໂອກາດດຽວກັນ, ໄດ້ມີການມອບຮັບໜ້າທີ່ ປະເທດຜູ້ປະສານງານ ຝ່າຍອາຊີຕາເວັນອອກ ລະຫວ່າງ ສ.​ເກົາຫລີ ປະເທດຜູ້ປະສານງານເກົ່າ ແລະ ສປປ ລາວ ເປັນປະເທດ ຜູ້ປະສານງານໃໝ່ ສຳລັບສົກ ປີ 2017-2019, ຊຶ່ງໃນໄລຍະດັ່ງກ່າວ ສປປ ລາວ ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມ ເຈົ້າໜ້າທີ່ອາວຸໂສ FEALAC ຢູ່ນະຄອນຫລວງວຽງຈັນ ໃນປີ 2018 ແລະ ເປັນປະທານຮ່ວມ ກອງປະຊຸມ ລັດຖະມົນຕີຟີແລັກ ຄັ້ງທີ 9 ຈະຈັດຂຶ້ນ ໃນປີ 2019 ຢູ່ ພາກພື້ນອາເມລິກາ-ລາຕິນ..

ໂອກາດດັ່ງກ່າວ,​ ຍັງໄດ້ຈັດໃຫ້ມີ ກອງປະຊຸມປີ່ນອ້ອມຂອງ 4 ໜ່ວຍງານຍ່ອຍ ຄື: 1. ກອງປະຊຸມໜ່ວຍງານ ວິຊາການດ້ານສັງຄົມ,​ ການເມືອງ ແລະ ການພັດທະນາແບບຍືນຍົງ; 2. ກອງປະຊຸມໜ່ວຍງານວິຊາການ ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ວິສາຫະກິດຈຸລະພາກ ຂະໜາດນ້ອຍ ແລະ ຂະໜາດກາງ; 3. ກອງປະຊຸມໜ່ວຍງານ ວິຊາການດ້ານວັດທະນະທຳ, ຊາວໜຸ່ມ, ເພດຍິງ-ຊາຍ ແລະ ກິລາ 4. ກອງປະຊຸມ ໜ່ວຍງານວິຊາການ ດ້ານວິທະຍາສາດ,​ ເຕັກໂນໂລຊີ, ນະວັດຕະກໍາ ແລະ ການສຶກສາ​. ທັງ 4 ໜ່ວຍງານດັ່ງກ່າວ ຖືວ່າເປັນກົນໄກ ການຮ່ວມມືທີ່ສຳຄັນ ຂອງຂອບການຮ່ວມມື FEALAC.

ຂອບການຮ່ວມມື FEALAC ໄດ້ຖຶກສ້າງຕັ້ງຂຶ້ນ ໃນປີ 1999, ມາເຖິງປັດຈຸບັນ ມີສະມາຊິກທົງໝົດ 36 ປະເທດໃນນັ້ນ, ຝ່າຍອາຊີຕາເວັນອອກ ມີ 16 ປະເທດ ແລະ ອາເມລິກາລາຕີນ 20 ປະເທດ. ສປປ ລາວ ເປັນໜຶ່ງໃນປະເທດ ຮ່ວມກໍ່ຕັ້ງຂອບການຮ່ວມມືດັ່ງກ່າວ.

 

ແຫລ່ງຂ່າວ: ສຳນັກຂ່າວປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...