Homeອຸບັດເຫດແລະປາກົດການຫຍໍ້ທໍ້ລັກລອບຊື້ຂາຍເຮໂຣອິນ ຖືກຈັບດຳເນີນຄະດີ

ລັກລອບຊື້ຂາຍເຮໂຣອິນ ຖືກຈັບດຳເນີນຄະດີ

Published on

ໃນ​ວັນ​ທີ 12 ສິງຫາ 2017 ກົມ​ຕຳຫຼວດ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ກົມ​ໃຫຍ່​ຕຳຫຼວດ ກະຊວງ ​ປກສ ໄດ້​ເຂົ້າ​ຈັບຕົວ​ເປົ້າ​ໝາຍ 2 ຄົນ ທີ່​ຮ່ວມ​ລັກລອບ​ນັດ​ຊື້​ຂາຍ​ເຮ​ໂຣ​ອິນ ຢູ່​ຮ້ານອາຫານ​ແຫ່ງ​ໜຶ່ງ ເຂດ​ເມືອງຫາດ​ຊາຍ​ຟອງ ນະຄອນຫຼວງວຽງ​ຈັນ ພ້ອມ​ເຮ​ໂຣ​ອິນ 1 ຫໍ່ ໜັກ 380,9 ກຼາມ ແລ້ວ​ນຳ​ຕົວ​ໄປສອບ​ສວນ​ຂະຫຍາຍ​ຜົນ​ຫາ​ທີ່​ມາຂອງ​ເຮ​ໂຣ​ອິນ​ດັ່ງກ່າວ.

ເຈົ້າ​ໜ້າທີ່​ກົມ​ຕຳຫຼວດ​ສະກັດກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​ໃຫ້​ຮູ້ວ່າ: ຜູ້​ຖືກ​ຫາ​ສອງ​ຄົນ​ຊື່​ທ້າວ ວັນທາ ອາຍຸ 29 ປີ ຢູ່​ບ້ານ​ຜົ້ງ​ສາລີ ເມືອງ ແລະ ແຂວງ​ຜົ້ງ​ສາລີ ແລະ ທ້າວ ໄມ​ແສງ ອາຍຸ 35 ປີ ຢູ່​ບ້ານ​ມອມ ເມືອງ​ຕົ້ນ​ເຜິ້ງ ແຂວງ​ບໍ່​ແກ້ວ ສ່ວນ​ຂອງ​ກາງ​ທີ່ຢຶດ​ໄດ້ ນອກຈາກ​ເຮ​ໂຣ​ອິນ​ແລ້ວ ຍັງ​ມີ​ລົດ​ໃຫຍ່ 1 ຄັນ ລົດຈັກ 1 ຄັນ ໂທລະສັບ​ມື​ຖື 1 ໜ່ວຍ ແລະ ເງິນ​ຈຳນວນ​ໜຶ່ງ.

ຜ່ານ​ການ​ສອບ​ສວນ ພວກກ່ຽວ​ໄດ້​ຮັບ​ສາລະພາບ​ວ່າ: ເຮ​ໂຣອິນ​ຈຳນວນ​ດັ່ງກ່າວ​ແມ່ນ​ຂອງພວກ​ກ່ຽວ​ແທ້ ເຊິ່ງ​ໄດ້​ຮ່ວມ​ກັນ​ຊື້ມາ​ຈາກ​ຜູ້​ຮ່ວມ​ຂະ​ບວນ​ການ​ນຳກັນ ​ເພື່ອ​ຈະ​ເອົາ​ໄປ​ຂາຍ​ຕໍ່ໃຫ້​ຜູ້ສັ່ງຊື້ ໂດຍ​ນັດ​ສົ່ງ​ໃຫ້​ກັນ​ຢູ່​ຮ້ານ​ອາຫານ​ແຫ່ງ​ໜຶ່ງ ເຂດ​ເມືອງ​ຫາດຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ແຕ່​ບໍ່​ທັນ​ໄດ້​ຂາຍ​ຖືກ​ເຈົ້າ​ໜ້າທີ່ຕຳຫຼວດ​ຈັບ​ຕົວ​ກ່ອນ ປັດຈຸບັນ ຜູ້​ຖືກ​ຫາ​ທັງ​ສອງ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ສອບ​ສວນ​ຂະຫຍາຍຜົນ​ຫາ​ເຄືອ​ຂ່າຍ ກຸ່ມ​ແກ້ງ ເພື່ອນຳ​ຈັບ​ຕົວ​ມາ​ດຳເນີນ​ຄະດີ​ຕາມຂັ້ນ​ຕອນ​ຂອງ​ກົດໝາຍ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...