Homeສຸຂະພາບ ແລະ ສີ່ງແວດລ້ອມອຸ່ນອາຫານຊ້ຳໆ ມີຄວາມສ່ຽງ! ຄຸນຄ່າທາງໂພສະນາການ ຫລຸດລົງ

ອຸ່ນອາຫານຊ້ຳໆ ມີຄວາມສ່ຽງ! ຄຸນຄ່າທາງໂພສະນາການ ຫລຸດລົງ

Published on

 

Untitled-1

ປະຈຸບັນ​ພະຍາດ​ຕຸ້ຍເປັນ​ບັນຫາ​ຢ່າງ​ຫລາຍ​ໃນ​ຫລາຍປະເທດ ໂດຍ​ພະຍາດ​ຕຸ້ຍ​ເປັນ​ພະຍາດ​ຊຳເຮື້ອ​ທີ່​ອາດ​ເປັນ​ສາ​ເຫດ​ສຳຄັນ​ໃຫ້​ເກີດ​ພະຍາດ​ແຊກ​ຊ້ອນ​ຕ່າງໆ ຕາມ​ມາ ເຊັ່ນ ພະຍາດ​ໄຂ​ມັນ​ໃນ​ເລືອດ​ສູງ ພະຍາດ​ຄວາມ​ດັນ​ເລືອດ​ສູງ ພະຍາດ​ເບົາ​ຫວານ ​ຫລື ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ ເປັນ​ຕົ້ນ

ດັ່ງ​ນັ້ນ​ພະຍາດ​ຕຸ້ຍ​ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້ຮັບ​ການ​ປິ່ນປົວ ຊຶ່ງ​ການ​ປິ່ນປົວ​ສາມາດ​ເຮັດ​ໄດ້​ຫລາຍ​ວິທີ ເຊັ່ນ ການ​ຄວບ​ຄຸມ​ອາຫານ ການ​ອອກ​ກຳ​ລັງ​ກາຍ ການ​ປັບ​ປ່ຽນ​ພຶດຕິກຳ​ການ​ຮັບປະທານ​ອາຫານ ການ​ໃຊ້​ຢາ​ປິ່ນປົວ ແລະ ​ການ​ຜ່າ​ຕັດ ຊຶ່ງ​ປະຈຸບັນ​ພົບ​ວ່າ​ການ​ນຳ​ຢາຫລຸດ​ຄວາມ​ຕຸ້ຍ​ໄປ​ໃຊ້​ໃນ​ທາງ​ທີ່​ຜິດ​ມີ​ຫລາຍ​ຂຶ້ນ ເນື່ອງ​ຈາກ​ການ​ຊື້​ຢາຫລຸດ​ຄວາມ​ຕຸ້ຍ​ສາມາດ​ຫາ​ຊື້​ເອງ​ໄດ້​ງ່າຍ ໂດຍ​ບໍ່​ໄດ້​ມີ​ການ​ແນະ​ນຳ ປະຈຸບັນ​ປະຊາຊົນ​ນິຍົມ​ ຊື້​ອາຫານ​ສຳ​ເລັດ​ຮູບ ​ຫລື ​ປຸງ​ປະກອບ ອາຫານ​ໃນ​ປະລິມານ​ທີ່​ຫລາຍ ເມື່ອ​ຮັບປະທານ​ບໍ່​ໝົດ​ກໍ​ນຳ​ໄປ​ເກັບ​ໄວ້​ໃນ​ຕູ້​ເຢັນ ແລ້ວ​ນຳ​ມາ​ອຸ່ນ​ຮັບປະທານ​ໃນ​ມື້​ຕໍ່​ໄປ

ອາຫານ​ທີ່​ມີ​ການ​ອຸ່ນ​ຊ້ຳ​ໆ ​ຫລື ​ຕົ້ມ​ ​ເປັນ​ໄລ​ຍະ​ເວລາ​ດົນ​ເກີນ 4ຊົ່ວ​ໂມງ​ຂຶ້ນ​ໄປ  ຈະ​ມີ​ໂອ​ກາດ​ເຮັດ​ໃຫ້ຄຸນຄ່າ​ທາງ​ໂພສະ​ນາ​ການ ຫລຸດລົງ ດັ່ງ​ນັ້ນ ຄວນ​ປຸງ​ອາຫານ​ແຕ່ ​ພໍ​ກິນ​ໃນ​ແຕ່​ລະ​ຄາບ ເພາະ​ອາຫານ​ທີ່​ປຸງ​ສຸກ​ໃໝ່ ຄຸນຄ່າ​ທາງ​ໂພສະ​ນາ​ການ ຈະ​ມີ​ຫລາຍກວ່າ​ອາຫານ​ທີ່​ຜ່ານ​ການ​ອຸ່ນ​ຫລາຍໆ​ເທື່ອ ໂດຍ​ສະເພາະ​ອາຫານ​ປະ​ເພດ​ເປັດ ​ພະ​ໂລ້  ໝູ​ສາມ​ຊັ້ນ ຊຶ່ງ​ໃນ​ຂະນະ​ປຸງ​ຈະ​ມີ​ການ​ຂ້ຽວ​ດ້ວຍ​ນ້ຳ​ຕານ​ເພື່ອ​ໃຫ້​ລົດ​ຊາດ​ທີ່​ແຊບຊ້ອຍ

ຢ່າງໃດ​ກໍ​ຕາມ ຂໍ້​ຄວນ​ລະ​ວັງ​ຄື ເມື່ອ​ໂປ​ຕີນ​ຈາກ​ເນື້ອ​ສັດ​ຖືກ​ຄວາມ​ຮ້ອນ​ຈາກ​ການ​ຂ້ຽວ ຕົ້ມ​ເປັນ​ເວລາ​ດົນ ອາຫານ​ພວກ​ນີ້​ມັກ​ຖືກ​ກວດ​ພົບ​ສານ​ກຸ່ມ​ ເຮັດ​ເຕີ​ໂລ​ໄຊ​ຄິກ​ເອ​ມີນ ຊຶ່ງ​ເປັນ​ສານ​ທີ່​ກໍ່​ໃຫ້​ເກີດ​ມະ​ເຮັງ ໂດຍ​ແບ່ງ​ໄດ້​ເປັນ 2ກຸ່ມ ກຸ່ມ​ທີ່​ໜຶ່ງ​ເກີດ​ບ່ອນຄວາມ​ຮ້ອນ​ບໍ່​ສູງ​ຫລາຍ ຄື​ເປັນ​ການ​ລວມ​ຕົວ​ລະຫວ່າງ​ ຄີ​ເອ​ຕິ​ນີນ ​ຫລື ​ຄີ​ເອ​ຕິນ ຊຶ່ງ​ເປັນ​ອົງ​ປະກອບ​ຂອງ​ນ້ຳ​ໃນ​ເນື້ອ​ສັດ​ທີ່​ມັກ​ໄຫລ​ອອກ​ມາ​ເວລາ​ເອົາ​ເນື້ອ​ສັດ​ອອກຈາກ​   ຕູ້​ແຊ່​ແຂງ ກັບ​ ສານ​ສີ​ນ້ຳ​ຕານ​ໃນ​ເນື້ອທີ່​ຖືກ​ຈືນ ຫລື ​ຕົ້ມ ຊຶ່ງ​ເອີ້ນ​ສານ​ນີ້​ວ່າ ​ເມນ​ລາ​​ຫລີ ​ແອກ​ເຊິນ​ໂພ​ດັກ ສ່ວນ​ກຸ່ມ​ທີ່​ສອງ​ເກີດ​ຈາກ​ຄວາມ​ຮ້ອນ​ຂ້ອນ​ຂ້າງ​ສູງ​ຫລາຍ ຈາກ​ການ​ປ່ຽນ​ແປງ​ຂອງ​ກົດ​ ອະ​ມິ​ໂນ​ ໃນ​ຊີ້ນສັດ​ລະຫວ່າງ​ປຸງ​ອາຫານ ເຊັ່ນ ການ​ປິ້ງ​ຫມູ

ອາຫານ​ປະ​ເພດ​ຜັກ​ສົດ ຜັດ​ຜັກ ຜັກ​ລວກ ໜຶ້ງ ຕົ້ມ ຖ້າ​ເຫລືອ​ແລ້ວ​ນຳ​ໄປ​ເກັບ​ໄວ້​ຮັບປະທານ​ມື້​ຕໍ່ໄປ ຄຸນຄ່າ​ທາງ​ໂພສະ​ນາ​ການ ຈະ​ຫລຸດລົງ ຫາກ​ເກັບຮັກສາບໍ່​ດີ     ຈຸລິນຊີ ​ທີ່​ປົນ​ເປື້ອນ​ໃນ​ລະຫວ່າງ​ເກັບ ​ກໍ​ຈະ​ເຮັດໃຫ້​ຖອກທ້ອງ​ໄດ້ ສ່ວນ​ການ​ຮັບປະທານ​ຊີ້ນ​ແດງ​ຫລາຍໆ ​ຈະ​ມີ​ແນວ​ໂນ້ມ​ເຮັດໃຫ້​ການ​ຮັບປະທານ​ຜັກ ​ແລະ ​ຫມາກໄມ້​ຫລຸດລົງ ເຮັດໃຫ້​ປ້ອງ​ກັນ​ເນື້ອ​ເຍື່ອ​ທີ່​ຖືກ​ທຳລາຍ​ໄປ​ຈາກ​ກະ​ບວນ​ການ oxidation ຫລື​ ການ​ເກີດ​ອະ​ນຸມູນ​ອິດສະຫລະ ເມື່ອ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ກໍ​ຈະ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການ​ເປັນ​ພະຍາດ​ມະ​ເຮັງ​ບາງ​ຊະນິດ ດັ່ງ​ນັ້ນ ຈຶ່ງ​ຄວນ​ກິນ​ຜັກ​ສົດ​ເປັນ​ປະຈຳ ຢ່າງ​ນ້ອຍ​ຄາບລະ 2ຈອງ ເພາະ​ໃນ​ຜັກ​ມີ​ວິ​ຕາ​ມິນ ແຮ່ທາດ ໃຍ​ອາຫານ ລວມ​ທັງ​ສານ​ຕ້າ​ນ   ອາ​ນຸ​ມູນ​ອິດສະຫລະ​ທີ່​ດີ​ຕໍ່​ຮ່າງ​ກາຍ

ທັງ​ນີ້ ການ​ປະຕິບັດ​ຕົນ​ໃຫ້​ມີ​ສຸກຂະພາບ​ດີ​ ດ້ວຍ​ການ​ກິນ​ອາຫານ​ທີ່​ຖືກ​ຕ້ອງ     ທັງ​ປະລິມານ ຄຸນະພາບ ຕາມ​ຫລັກ​ໂພສະ​ນາ​ການ​ເພື່ອ​ສຸຂະພາບ​ທີ່​ດີ​

  1. ກິນ ອາຫານ​ໃຫ້​ຫລາກ​ຫລາຍ​ຄົບ 5ໝູ່ ໃນ​ປະລິມານ​ທີ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຮ່າງ​ກາຍ
  2. ກິນ​ຜັກ​ຊະນິດ​ຕ່າງໆ​ຢ່າງ​ນ້ອຍ​ຄາບ​ລະ 2ຈອງ
  3. ກິນ​ຫມາກໄມ້​ຢ່າງ​ນ້ອຍ​ມື້​ລະ 1-2ສ່ວນ ເຊັ່ນ ກ້ວຍ​ນ້ຳ​ ຫລື ​ໝາກກ້ຽງ
  4. ເລືອກ​ວັດ​ຖຸ​ດິບ​ໃນ​ການ​ປຸງ​ອາຫານ​ທີ່​ປອດ​ໄພ​ຈາກ​ການ​ປົນ​ເປື້ອນ​ຂອງ​ສານ​ເຄ​ມີ ​ແລະ​ສິ່ງເຈືອປົນ
  5. ຫລຸດ​ການ​ກິນ​ອາຫານ​ມັນ ໄດ້​ແກ່ ອາຫານ​ຈືນ​ນ້ຳ​ມັນ ເຊັ່ນ ໄກ່​ທອດ , ໝູຈືນ ,ອາຫານ​ທີ່​ມີ ​ກະ​ທິ ເຊັ່ນ ແກງ​ກະ​ທິ ຫລີກ​ລ້ຽງ​ການ​ໃຊ້​ນ້ຳ​ມັນ​ຈືນຊ້ຳ
  6. ຫລຸດ ການ​ກິນ​ອາຫານ​ຫວານ
  7. ຫລຸດ​ການ​ກິນ​ເຄັມ ໂດຍ​ສະເພາະ​ເຄື່ອງ​ປຸງ​ລົດ​ເຄັມ
  8. ຫລຸດ​ການ​ກິນ​ອາຫານ​ແປ​ຮູບ ຫລີກ​ລ້ຽງ​ອາຫານ​ທີ່​ມີ​ສີ​ເກີນ​ຄວາມ​ເປັນ​ສີ​ທຳມະຊາດ ເຊັ່ນ ຊີ້ນສັດ​ ແປ​ຮູບ​ສີ​ແດງ
  9. ຫລີກ​ລ້ຽງ​ອາຫານ​ທີ່​ປຸງ​ໄວ້​ຄ້າງ​ຄືນ
  10. ເບິ່ງແຍງ​ນ້ຳ​ໜັກ​ໂຕໃຫ້​ຢູ່ໃນ​ເກນ​ປົກກະຕິ ຜູ້​ຊາຍ​ຮອບ​ແອວ​ບໍ່​ເກີນ 90ເຊັນ. ຜູ້ຍິງ​ຮອບ​ແອວ​ບໍ່​ເກີນ 80ເຊັນ
  11. ອອກ​ກຳ​ລັງ​ກາຍ​ທີ່​ເໝາະ​ສົມ​ກັບ​ສະພາບ​ຮ່າງກາຍ​ຢ່າງ​ນ້ອຍ​ມື້​ລະ 30ນາ​ທີ ອາທິດ​ລະ 5ມື້
  12. ເຮັດ​ໃຈ​ໃຫ້​ສະບາຍ ຄິດ​ບວກສະເໝີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...