Homeຂ່າວທ້ອງຖິ່ນສະຫວັນນະເຂດ ຈັບພະນັກງານ 20 ຄົນໂກງເງິນ 5.8 ຕື້ກີບ

ສະຫວັນນະເຂດ ຈັບພະນັກງານ 20 ຄົນໂກງເງິນ 5.8 ຕື້ກີບ

Published on

ແຂວງສະຫວັນນະເຂດ ກວດພົບເຫັນພະນັກງານໃນຂະແໜງການເງິນ ເກັບລາຍຮັບບໍ່ມອບເຂົ້າງົບປະມານ ໂດຍເອົາເງິນໄປໃຊ້ສ່ວນຕົວໃນໄລຍະຜ່ານມາຈຳນວນ 5.8 ຕື້ກວ່າກີບ, ມີຜູ້ຮັບຜິດຊອບ 20 ຄົນ, ເກັບກູ້ຄືນໄດ້ 5.3 ຕື້ກວ່າກີບ, ຍັງຄ້າງ 50 ລ້ານກີບ ແລະ ຍັງບໍ່ມີຜູ້ຮັບຜິດຊອບ 410 ລ້ານກີບ ໂດຍຊັດທອດເຖິງພະນັກງານ 3 ຄົນ ແຕ່ພວກກ່ຽວປະຕິເສດ, ປະຈຸບັນພະແນກກວດກາລັດຍັງສືບຕໍ່ດຳ ເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.
    ທ່ານນາງ ບຸນເຍື້ອນ ທິດພຸດທະວົງ ປະທານກວດກາພັກ-ລັດ ແຂວງສະຫວັນນະເຂດ ກ່າວໃນກອງປະຊຸມເຊື່ອມຊຶມມະຕິເລກທີ 22/ຄບສພ ແລະ ສະຫຼຸບວຽກງານກວດກາທົ່ວແຂວງສະຫວັນນະເຂດປີ 2016 ໃນລະຫວ່າງວັນທີ 28-29 ມີນານີ້ ວ່າ: ໃນສົກປີຜ່ານມາ, ຄະນະກວດກາ ພັກ-ລັດແຂວງໄດ້ກວດກາເກັບກຳບັນຊີພາຫະນະນຳເຂົ້າບໍ່ຖືກຕ້ອງ ແລະ ການແຈ້ງເສຍພາສີ ປ່ຽນກຳມະສິດພາຫະນະທີ່ນຳເຂົ້າໃນລະບອບຍົກເວັ້ນ ແລະ ງົດເກັບພາສີທົ່ວແຂວງສະຫວັນນະເຂດປະເພດກະບະ, ເກັງ, ຈິບ ມີ ທັງໝົດ 1.296 ຄັນ, ມາຮອດວັນທີ 16 ມີນາ 2017 ແກ້ໄຂແລ້ວ 508 ຄັນ, ກວມ 39,20%, ເປັນເງິນ 17 ຕື້ກວ່າກີບ ແລະຍັງສືບຕໍ່ອີກຈຳນວນ 788 ຄັນ.
     ນອກນັ້ນ, ການກວດກາຈັດຕັ້ງປະຕິບັດຄຳສັ່ງ 15/ນຍ, ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມ ຄອງ ແລະ ກວດກາການຂຸດຄົ້ນໄມ້ ແລະ ທຸລະກິດໄມ້, ວຽກງານດັດສົມໂຮງງານປຸງແຕ່ງໄມ້ ແລະ ກວດກາບັນຊີໄມ້ສະໜາມ II, III ແມ່ນໄດ້ສຳເລັດ ລວມມີໄມ້ຄ້າງສະໜາມກວ່າ 58 ພັນແມັດກ້ອນ, ໄດ້ດຳເນີນການກວດກາ ຕາມຜົນການກວດສອບໃນການຊຳລະໜີ້ສິນດ້ວຍຮູບແບບມີສ່ວນຫຼຸດ 20%, 30% ແລະ ພັນທະບັດໃນໄລຍະຜ່ານມາທົ່ວແຂວງລວມ ມີ 5 ບໍລິສັດ, 9 ໂຄງການ, ມູນຄ່າຊຳລະຊ້ຳຊ້ອນ 2 ຕື້ກວ່າກີບ; ໃນນັ້ນ ກູ້ຄືນໄດ້ 4 ບໍລິສັດ, ເປັນເງິນ 4 ຕື້ກວ່າກີບ ແລະ ຍັງຄ້າງ 1 ບໍລິສັດ, ເປັນເງິນ 350 ລ້ານກີບ.
ທ່ານກ່າວຕື່ມວ່າ: ສະເພາະໃນຂະແໜງການເງິນ ໄດ້ກວດກາພົບເຫັນການເກັບລາຍຮັບບໍ່ມອບເຂົ້າງົບປະມານເອົາເງິນໄປໃຊ້ສ່ວນຕົວໃນໄລຍະຜ່ານມາຈຳນວນ 5.8 ຕື້ກວ່າກີບ, ມີຜູ້ຮັບຜິດຊອບ 20 ຄົນ, ເກັບກູ້ຄືນໄດ້ 5.3 ຕື້ກວ່າກີບ, ຍັງຄ້າງ 50 ລ້ານກີບ ແລະ ຍັງບໍ່ທັງມີຜູ້ຮັບຜິດຊອບ 410 ລ້ານກີບ ໂດຍຊັດທອດເຖິງພະນັກງານ 3 ຄົນ ແຕ່ພວກກ່ຽວປະຕິເສດ, ປະຈຸບັນພະແນກກວດກາລັດຍັງສືບຕໍ່ດຳເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ. ນອກນີ້ ທາງດ້ານວຽກງານອື່ນໆກໍໄດ້ມີການຈັດຕັ້ງເຄື່ອນໄຫວ ແລະມີຜົນສຳເລັດໄດ້ຕາມລຳດັບ.
ແຫລ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...