spot_img
Homeນານາສາລະກິນແອັບເປິ້ນເປັນປະຈຳມີດີຕໍ່ສຸຂະພາບຫຼາຍຢ່າງ

ກິນແອັບເປິ້ນເປັນປະຈຳມີດີຕໍ່ສຸຂະພາບຫຼາຍຢ່າງ

Published on

ໃນຄໍລຳສາລະໜ້າຮູ້ມື້ນີ້ເຮົາມາເອົາໃຈຄົນທີ່ມັກກິນໝາກແອັບເປິ້ນ ກັນແນ່ຈັກໜ່ອຍ ບາງຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍຂອງແອັບເປິ້ນໃນແຕ່ລະສີວ່າມີຄຸນປະໂຫຍດຄືແນວໃດ ດັ່ງນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ

ແອັບເປີ້ນແດງ

ແອັບເປີ້ນສີແດງເຂັ້ມເປັນສາຍພັນທີ່ມີສານຕ້ານອະນຸມູນອິດສະຫຼະຫຼາຍທີ່ສຸດ ໂດຍສານຕ້ານອະນຸມູນອິດສະຫຼະທີ່ຢູ່ໃນຜິວແອັບເປີ້ນສີແດງ ມີລິດໃນການຕ້ານອະນຸມູນອິດສະຫຼະຫຼາຍທຽບເທົ່າກັບວິຕາມິນຊີເຖິງ 1,500 ມິນລີກຼາມ ເຊິ່ງສານຕ້ານອະນຸມູນອິດສະຫຼະເຫຼົ່ານນີ້ຈະໄປເຮັດໜ້າທີ່ຂັດຂວາງການເຕີບໂຕຂອງເຊວມະເຮັງໃນຮ່າງກາຍ ຮວມທັງມີປະໂຫຍດຕໍ່ສຸຂະພາບຫົວໃຈ ແລະຍັງຊ່ວຍປ້ອງກັນການເກີດໂຣກອັນໄຊເມີ ແລະຍັງຊ່ວຍເລື່ອງຜິວພັນບໍ່ໃຫ້ເກີດຮ່ອຍແຫ່ວໄວກ່ອນອາຍຸ

ແອັບເປີ້ນຂຽວ

ແອັບເປີ້ນຂຽວ ເຕັມໄປດ້ວຍປະໂຫຍດຫຼາກຫຼາຍ ບໍ່ວ່າຈະເປັນໃຍອາຫານທີ່ມີສູງ ຊ່ວຍໃນລະບົບຂັບຖ່າຍ ລະດັບສານຕ້ານອະນຸມູນອິດສະຫຼະທີ່ສູງ ແລະຍັງຊ່ວຍຫຼຸດຄວາມຢາກອາຫານໄດ້ດີອີກດ້ວຍ

ແອັບເປີ້ນເຫຼືອງ

ແອັບເປີ້ນຊະນິດນີ້ເຮົາອາດບໍ່ຄ່ອຍໄດ້ເຫັນປານໃດ ແຕ່ປະໂຫຍດຂອງແອັບເປີ້ນສາຍພັນນີ້ນັ້ນມີຫຼາຍ ບໍ່ວ່າຈະເປັນເລື່ອງການບຳລຸງດວງຕາ ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແຂງແຮງ ບໍ່ພຽງເທົ່ານັ້ນແອັບເປີ້ນສີເຫຼືອງຍັງຊ່ວຍລ້າງສານພິດສະສົມໃນຕັບອອກຈາກຮ່າງກາຍ

ແອັບເປີ້ນສີບົວ

ແອັບເປີ້ນສີບົວອົມແດງມີປະລິມານວິຕາມິນຊີຫຼາຍເຖິງ 1 ໃນ 4 ຂອງປະລິມານວິຕາມິນທີ່ຄວນໄດ້ຮັບຕໍ່ມື້ ເຊິ່ງວິຕາມິນຊີນີ້ມີລິດເປັນສານຕ້ານອະນູມູນອິດສະຫຼະ ຊ່ວຍເຮັດໃຫ້ຜະໜັງຂອງຫຼອດເລືອດຝອຍແຂງແຮງຂື້ນ ແຖມຍັງຫຼຸດອາການເລືອດອອກຕາມເຟັນແຂ້ວໄດ້ດີ

ຮູ້ຄຸນປະໂຫຍດແບບນີ້ແລ້ວສຳລັບຄົນທີ່ບໍ່ມັກກິນແອັບເປິ້ນລອງຫາມາກິນເດີ້ ເພື່ອສຸຂະພາບທີ່ດີຂອງທ່ານເອງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...