ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ – ນະຄອນພະນົມ) ເປັນຂົວທີ່ເຊື່ອມຕໍ່ລະຫວ່າງ ປະເທດໄທ (ນະຄອນພະນົມ) ກັບ ປະເທດລາວ (ຄໍາມ່ວນ). ພື້ນທີ່ຝັ່ງໄທ ຕັ້ງຢູ່ທີ່ບ້ານຮ້ອມ ຕໍາບົນອາດສາມາດ ອໍາເພີເມືອງນະຄອນພະນົມ ຈັງຫວັດນະຄອນພະນົມ ສ່ວນຝັ່ງລາວ ຕັ້ງຢູ່ທີ່ບ້ານເວີນໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ.
ຂົວແຫ່ງນີ້ເປັນເສັ້ນທາງຄົມມະນາຄົມຂົນສົ່ງດ້ານການຄ້າ ແລະ ການທ່ອງທ່ຽວ ທີ່ເຊື່ອມໂຍງຈາກ ປະເທດໄທ, ປະເທດລາວ, ປະເທດຫວຽດນາມ ແລະ ພາກໃຕ້ຂອງປະເທດຈີນ. ຂົວນມີຄວາມຍາວລວມທັງໝົດ 780 ແມັດ, ມີຊ່ອງລອດກວ້າງ 60 ແມັດ ສູງ 10 ແມັດ ຈໍານວນ 2 ຊ່ວງ, ຄວາມກວ້າງຂອງຂົວ 13 ແມັດ, ມີຊ່ອງທາງຈໍລະຈອນ 2 ຊ່ອງທາງ ແລະ ບໍ່ມີທາງລົດໄຟ.
ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ-ນະຄອນພະນົມ) ເປັນໂຄງການທີ່ລັດຖະບານໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີນະໂຍບາຍຮ່ວມກັນໃນການສົ່ງເສີມການພັດທະນາພື້ນທີ່ ແລະ ກິດຈະກໍາທາງເສດຖະກິດໃນລັກສະນະເມືອງຄູ່ແຝດ. ມັນເປັນໜຶ່ງໃນແນວທາງການພັດທະນາຄວາມຮ່ວມມືລະຫວ່າງປະເທດ (ລາວ-ໄທ) ຕາມຍຸດທະສາດຄວາມຮ່ວມມືທາງເສດຖະກິດ ອີຣະວະດີ-ເຈົ້າພະຍາ-ແມ່ນໍ້າຂອງ (ACMECS). ໃນປັດຈຸບັນ ມີຂົວຂ້າມແມ່ນໍ້າຂອງໃນລັກສະນະເມືອງຄູ່ແຝດແລ້ວ 2 ແຫ່ງ ຄື: ແຫ່ງທໍາອິດ ແມ່ນຂົວມິດຕະພາບ (ນະຄອນຫຼວງວຽງຈັນ-ໜອງຄາຍ), ຂົວມິດຕະພາບ 2 (ແຂວງສະຫວັນນະເຂດ-ມຸກດາຫານ) ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ແຂວງຄໍາມ່ວນ-ນະຄອນພະນົມ) ແຫ່ງນີ້.

ສໍາລັບຂົວມິດຕະພາບ 3 (ຄໍາມ່ວນ-ນະຄອນພະນົມ) ແມ່ນສ່ວນໜຶ່ງຂອງທາງຫຼວງສາຍອາຊີ ຫຼື Asian Highway ສາຍ AH 15 ທີ່ເຊື່ອມໂຍງລະຫວ່າງ ຈັງຫວັດອຸດອນທານີ, ສະກົນນະຄອນ, ນະຄອນພະນົມ, ເມືອງທ່າແຂກ, ເມືອງຫຼັກຊາວ ຂອງລາວ ໄປຮອດ ເມືອງວິນ (Vinh) ແລະ ເມືອງກວາງບິ່ງ (Quang Binh) ຂອງປະເທດຫວຽດນາມ. ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ນີ້ ຖືວ່າເປັນຂົວທີ່ມີຄວາມສໍາຄັນຫຼາຍແຫ່ງໜຶ່ງຂອງພາກອີສານ.
ພາບ ແລະ ຂໍ້ມູນຈາກ: ประชาสัมพันธ์กระทรวงคมนาคม

