spot_img
Homeຂ່າວການພັດທະນາປະທານ​ປະເທດຢ້ຽມ​ຊົມຜັງເມືອງ​ຈຳລອງ ແລະ ແຜນ​ພັດທະ​ນາ ນະຄອນຫຼວງ​ວຽງ​ຈັນ

ປະທານ​ປະເທດຢ້ຽມ​ຊົມຜັງເມືອງ​ຈຳລອງ ແລະ ແຜນ​ພັດທະ​ນາ ນະຄອນຫຼວງ​ວຽງ​ຈັນ

Published on

ວັນ​ທີ 20 ສິງຫາ 2017 ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະເທດ ພ້ອມ​ດ້ວຍ​ຄະນະ ໄດ້​ໄປ​ຢ້ຽມ​ຊົມຜັງເມືອງ​ຈຳລອງ ແລະ ແຜນ​ພັດທະ​ນາ ນະຄອນຫຼວງ​ວຽງ​ຈັນ ທີ່ຕັ້ງ​ຈຳລອງ​ໄວ້​ຢູ່​ສຳນັກງານ​ຫ້ອງວ່າການ​ປົກຄອງ​ນະຄອນຫຼວງ ຖືກ​ຕ້ອນຮັບ​ໂດຍ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ.

ໃນ​ໂອກາດ​ນີ້ ທ່ານ ຄຳ​ປານ ອຸ​ລົດ ທີ່​ປຶກສາ​ບໍລິສັດ ມັງກອນຄຳ ສຳ​ຫຼວດ​ອອກ​ແບບ ແລະ ທີ່ປຶກສາ ໄດ້​ລາຍ​ງານ​ກ່ຽວ​ກັບ​ຜັງເມືອງ​ຈຳລອງ​ໃຫ້​ທ່ານ​ປະທານປະເທດ ແລະ ຄະນະ​ທີ່​ເຂົ້າ​ຢ້ຽມຊົມ​ຄັ້ງ​ນີ້​ຊາບ​ວ່າ: ໂຄງການ​ດັ່ງກ່າວ​ໂດຍ​ແມ່ນ​ບໍລິສັດ ມັງກອນຄຳ ສຳ​ຫຼວດ​ອອກ​ແບບ ແລະ ທີ່ປຶກສາ ເປັນ​ຜູ້​ຮັບ​ເໝົາ​ຈັດ​ຕັ້ງ​ປະຕິ​ບັດ​ມາ​ແຕ່​ເດືອນ​ກັນຍາ 2016 ແລະ ມາ​ຮອດ​ປັດຈຸບັນ ສຳເລັດເກືອບ 100% ຍັງ​ເຫຼືອ​ແຕ່​ບາງໜ້າ​ວຽກ​ສຳຄັນ ເປັນຕົ້ນ​ແມ່ນ ການ​ຈຳລອງ​ອາຄານ​ສຳຄັນ​ທີ່ຕັ້ງ​ຢູ່​ນະຄອນຫຼວງ​ວຽງ​ຈັນ ແລະ ໂຄງການ​ດັ່ງກ່າວ ເປັນ​ໂຄງການລິ​ເລີ່ມ​ຂອງ​ຄະນະ​ນຳ​ນະຄອນຫຼວງ​ວຽງ​ຈັນ ເພື່ອ​ພັດທະນາ​ນະຄອນ​ຫຼວງ ໃຫ້​ໄປ​ຕາມ​ແຜນຜັງ​ໃນການ​ພັດທະນາ​ເສດຖະກິດ-ສັງຄົມ ແຕ່​ນີ້ຮອດ​ປີ 2030 ຂອງ​ນະຄອນ​ຫຼວງ​ວຽງ​ຈັນ ທີ່​ຈະ​ມີ​ໂຄງການ​ຫຍັງ​ແດ່​ທີ່​ຈະ​ເກີດ​ຂຶ້ນ ແລະ ນະຄອນຫຼວງ​ຈະ​ມີ​ບັນຫາ​ຫຍັງແດ່​ທີ່​ຈະ​ແກ້​ໄຂ​ການ​ພັດທະນາ​ໃນຕໍ່ໜ້າ ແລະ ອີກ​ຢ່າງ​ໜຶ່ງ​ຍັງ​ເປັນຫໍ​ວາງສະແດງ​ໃຫ້​ຄົນ​ຮຸ່ນ​ໜຸ່ມເຍົາວະ​ຊົນ ​ໄດ້​ສຶກ​ສາ​ຮຽນ​ຮູ້​ແຜນພັດທະນາ​ນະຄອນຫຼວງ.

ສຳລັບ​ຜັງເມືອງ​ຈຳລອງ​ ໄດ້ຈັດ​ແບ່ງ​ເປັນ​ຫຼາຍ​ເຂດ ແລະ ມີສັນຍະລັກ​ໝາຍ ເພື່ອ​ໃຫ້​ຜູ້​ຢ້ຽມຊົມ​ໄດ້​ເຂົ້າໃຈ​ເຄື່ອງ ໝາຍ​ຄື: ສັນຍະ​ລັກ​ຈະ​ມີ​ຂອບ​ເຂດ​ເມືອງ ຖະໜົນ​ສາຍ​ເອກ ຖະໜົນ​ສາຍ​ຫຼັກ ຖະໜົນ​ສາຍ​ເຊື່ອມ​ທາງ​ສາຍແຈກ ​ຫ້ວຍ​ນ້ຳ​ ໜອງ​ນ້ຳ ​ອາຄານທົ່ວ​ໄປ ອາຄານ​ລາຊະການ ວັດ ເຂດ​ທົ່ງ​ນາ ເຂດ​ປ່າໄມ້​ໜາ​ແໜ້ນ ເຂດ​ປ່າໄມ້​ເບົາບາງ ເຂດ​ພັດ​ທະນາ​ເມືອງ​ໃໝ່​ໜອງ​ປີງ ເຂດ​ພັດທະ​ນາ​ເມືອງ​ໃໝ່​ໜອງ​ທາ ເຂດພັດທະນາ​ເມືອງ​ໃໝ່​ຈຳປາ ເຂດພັດທະ ນາ​ເມືອງ​ໃໝ່​ບຶງ​ທາດຫຼວງ ເຂດ​ພັດທະນາ​ເມືອງ​ໃໝ່​ດົງໂພ​ສີ ເຂດ​ອຸດສາຫະກຳ​ນະຄອນຫຼວງ​ວຽງ​ຈັນ ເຂດ​ພັດທະນາ 450 ປີຕອນ​ເໜືອ ເຂດ​ພັດ​ທະນາ 450 ປີຕອນ​ກາງ ເຂດ​ພັດທະ​ນາ 450 ປີຕອນ​ໃຕ້ ເຂດ​ພັດທະ​ນາ​ກວມ​ລວມ​ໄຊ​ເຊດ​ຖາ ແລະ ເຂດ​ສຶກ​ສາ​ເພື່ອ​ວາງ​ແຜນອຸດສາຫະກຳ.

ຜ່ານ​ການ​ຢ້ຽມ​ຊົມ ແລະ ຮັບຟັງ​ການ​ລາຍ​ງານ​ທ່ານ​ປະທານປະເທດ ໄດ້​ສະແດງ​ຄວາມ​ຊົມເຊີຍ​ມາ​ຍັງ​ການ​ນຳ​ນະຄອນຫຼວງວຽງ​ຈັນ ທີ່​ໄດ້​ມີ​ຄວາມ​ຕັດສິນ​ໃຈສູງ​ ໃນ​ການ​ສ້າງ​ແຜນຜັງ​ພັດ​ທະນາ​ຕົວ​ເມືອງ​ວຽງ​ຈັນ​ແບບ​ຈຳລອງ​ຂຶ້ນ​ມາ ເພື່ອ​ຈະ​ໄດ້​ພັດ​ທະນາ​ພື້ນຖານ​ໂຄງ​ລ່າງ​ໄປ​ຕາມແບບ​ຜັງ ທັງ​ນີ້ກໍ່​ເພື່ອ​ສ້າງ​ນະຄອນ​ຫຼວງ​ວຽງ​ຈັນ​ໃຫ້​ມີ​ຄວາມສວຍ​ງາມ ແລະ ເປັນ​ນະຄອນ​ທີ່ໜ້າ​ຢູ່.

 

ແຫລ່ງຂ່າວ: ຫນັງສືພິມວຽງຈັນໃຫມ່

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...