ພະ​ຍາ​ກອນ​ອາ​ກາດລາຍວັນ, ປະ​ຈຳ​ວັນ​ທີ 26 ສິງ​ຫາ 2017

ຄວາມກົດດັນອາກາດຕໍ່າໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ພ້ອມດຽວກັນ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້ຍັງສືບຕໍ່ພັດ ປົກຄຸມ ຢູ່ເຂດພາກ ພາກກາງ ແລະ ພາກໃຕ້ ຂອງລາວ, ຊຶ່ງລັກສະນະເຊັ່ນນີ້, ຍັງຈະ ເຮັດໃຫ້ ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ເປັນບໍລິເວນກ້ວາງ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ພ້ອມມີລົມພັດ ແຮງເປັນບາງໂອກາດ.

 

ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ