Homeຂ່າວການພັດທະນາແຂວງບໍ່ແກ້ວອະນຸຍາດໃຫ້ນາຍທຶນຈີນ ສຳປະທານສົ້ນຂົວມິດຕະພາບ ລາວ-ໄທ ແຫ່ງທີ 4

ແຂວງບໍ່ແກ້ວອະນຸຍາດໃຫ້ນາຍທຶນຈີນ ສຳປະທານສົ້ນຂົວມິດຕະພາບ ລາວ-ໄທ ແຫ່ງທີ 4

Published on

ທາງການແຂວງບໍ່ແກ້ວ ໄດ້ອະນຸຍາດໃຫ້ນັກລົງທຶນຈາກຈີນ ສຳປະທານບໍລິເວນຂົວມິດຕະພາບລາວ-ໄທ ແຫ່ງທີ 4 (ຝັ່ງລາວ) ເພື່ອພັດທະນາດ້ານເສດຖະກິດແລະການທ່ອງທ່ຽວ.

ສຳນັກຂ່າວ ເສດຖະກິດ-ການຄ້າ ເຊິ່ງເປັນສຳນັກຂ່າວທາງການຂອງກະຊວງອຸດສາຫະກຳແລະການຄ້າ ໄດ້ລາຍງານໃນຕອນບ່າຍມື້ນີ້ ວັນທີ 22 ສິງຫາ 2017 ວ່າ: ວັນທີ 18 ສິງຫາ 2017 ທີ່ຜ່ານມາ ຢູ່ທີ່ແຂວງບໍ່ແກ້ວ ໄດ້ມີພິທີເຊັນສັນຍາ ໂຄງການພັດທະນາຕົວເມືອງໃໝ່ຫ້ວຍຊາຍ ແລະພັດທະນາເຂດການຄ້າ-ການທ່ອງທ່ຽວບໍລິເວນສົ້ນຂົວມິດຕະພາບ ລາວ-ໄທ ແຫ່ງທີ 4 ເບື້ອງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນເນື້ອທີ່ 13 ເຮັກຕາ ດ້ວຍມູນຄ່າການລົງທຶນ 100 ລ້ານໂດລາສະຫະລັດ ໃນໄລຍະເວລາສຳປະທານ 50 ປີ. ຕາງໜ້າອົງການປົກຄອງແຂວງບໍ່ແກ້ວ ແມ່ນທ່ານ ບົວສະຫວາດ ອິນທະວັນ ຫົວໜ້າພະແນກແຜນການແລະການລົງທຶນແຂວງ ແລະ ຝ່າຍນັກລົງທຶນແມ່ນທ່ານ ລານ ຈາເວີຍ ຮອງປະທານກຸ່ມບໍລິສັດພັດທະນາເສດຖະກິດສະເພາະບໍ່ເຕັນລາວ ໂດຍຊ້ອງໜ້າ ທ່ານ ຄຳກິ່ງ ເອືອຍມະນີຮັກ ຮອງເຈົ້າແຂວງແຂວງບໍ່ແກ້ວ ແລະພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງກໍເພື່ອພັດທະນາເສດຖະກິດຂອງແຂວງແບບຍືນຍົງ ໂດຍສະເພາະແມ່ນການພັດທະນາບໍລິເວນສົ້ນຂົວມິດຕະພາບ ແຫ່ງທີ 4 (ຫ້ວຍຊາຍ-ຊຽງຂອງ) ເຊັ່ນ ສ້າງສູນການຄ້າ, ຮ້ານຄ້າປອດພາສີ, ສ້າງສູນຈຳໜ່າຍສິນຄ້ານຳເຂົ້າແລະສົ່ງອອກ, ສ້າງສູນແລກປ່ຽນເງິນຕາ, ສ້າງສວນສາທາລະນະ, ຈຸດທ່ອງທ່ຽວຊົມວິວ, ທ່າເຮືອ, ໂຮງແຮມ ແລະຮ້ານອາຫານ, ສ້າງສະຖານີຮັບ-ສົ່ງໂດຍສານສາກົນ ແລະສ້າງສາງສິນຄ້າປອດພາສີ.

ແຫຼ່ງຂ່າວ: ເສດຖະກິດ-ການຄ້າ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...