Homeຂ່າວທ້ອງຖິ່ນແຂວງຊຽງຂວາງສັ່ງຢຸດເຊົາການປິ່ນປົວແບບງົມງວາຍ

ແຂວງຊຽງຂວາງສັ່ງຢຸດເຊົາການປິ່ນປົວແບບງົມງວາຍ

Published on

ເຈົ້າແຂວງຊຽງຂວາງໄດ້ອອກແຈ້ງການໃນວັນ 16 ສິງຫານີ້ ໃຫ້ອຳນາດການປົກຄອງຂັ້ນຕ່າງໆໃນທົ່ວແຂວງຮ່ວມແກ້ໄຂບັນຫາການບໍລິການປິ່ນປົວພະຍາດແບບງົມງວາຍ ອັນໄດ້ກໍ່ໃຫ້ເກີດບັນຫາວຸ້ນວາຍຫຼາຍຢ່າງພາຍໃນແຂວງ ໜຶ່ງໃນນັ້ນມີປະຊາຊົນເມືອງຄຳເດີນທາງມາປິ່ນປົວ ລົດປີ້ນເຮັດໃຫ້ເສຍຊີວິດເຖິງສອງຄົນ, ບັນຫາອຸບັດຕິເຫດ, ເສັ້ນທາງເປ່ເພຍ້ອນຄົນເດີນທາງເຂົ້າມາປິ່ປົວຢ່າງໜາແໜ້ນ ແລະ ບັນຫາກ່ຽວກັບສຸຂະອະນາໄມຍ້ອນຜູ້ປິ່ນປົວໃຊ້ນ້ຳເປື້ອນທີ່ມີຄວາມສ່ຽງເກີດພະຍາດຕ່າງໆສຳລັບຜູ້ມາປິ່ນປົວ.
ເຈົ້າໜ້າທີ່ກ່າວວ່າ ການກະທຳດັ່ງກ່າວເປັນການຕົວະຕົ້ມ, ຫຼອກລວງ, ຂາດວິທະຍາສາດ ແລະ ບໍ່ສາມາດປົວໄດ້ຕາມການໂຄສະນາ.

 

ຮູບພາບປະກອບບໍ່ກ່ຽວກັບເນື້ອໃນເອົາມາເປັນຕົວຢ່າງປະກອບເທົ່ານັ້ນ

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...