Homeຂ່າວຕ່າງປະເທດອຸທາຫອນ ຕໍ່ຫຸ້ມຕອດເດັກນ້ອຍເສຍຊີວິດ

ອຸທາຫອນ ຕໍ່ຫຸ້ມຕອດເດັກນ້ອຍເສຍຊີວິດ

Published on

ຕໍ່ຈຳນວນເປັນຮ້ອຍບິນອອກຈາກຮັງ ແລ້ວໄປຫຸ້ມຕອດເດັກນ້ອຍ ປີປາຍ ທີ່ກຳລັງນອນຢູ່ເປກ້ອງຮົ່ມໄມ້ ເປັນເຫດໃຫ້ເສຍຊີວິດຢ່າງສະເທືອນໃຈ.

ແຫຼ່ງຂ່າວຈາກປະເທດໄທລາຍງານວ່າ ເມື່ອວັນທີ 15 ສິງຫາ 2017 ທີ່ຜ່ານມາ ໄດ້ເກີດເຫດເສົ້າສະເທືອນໃຈຂຶ້ນ ເມື່ອຜູ້ເປັນພໍ່ໄດ້ເອົາລູກຊາຍອາຍຸ 1 ປີ 4 ເດືອນ ໄປແຂວນເປໃຫ້ນອນຢູ່ກ້ອງຮົ່ມໄມ້ ຂະນະລໍຖ້າພໍ່ຮັບຈ້າງຕັດຕົ້ນໄມ້ ເຄາະຮ້າຍພໍ່ຕັດຖືກງ່າໄມ້ທີ່ມີຮັງຕໍ່ຂະໜາດໃຫຍ່ ຕົກລົງມາ ຝຸງຕໍ່ນັບຮ້ອຍໆໂຕໄດ້ແຕກອອກຈາກຮັງ ແລ້ວໄປຫຸ້ມຕອດລູກຊາຍຈົນເສຍຊີວິດ.

ເຫດການດັ່ງກ່າວໄດ້ເກີດຂຶ້ນທີ່ ຈັງຫວັດການຈະນະບູລີ ປະເທດໄທ ເຊິ່ງເປັນອຸທາຫອນສອນໃຈ ໃຫ້ມີສະຕິ ຫຼີກລ້ຽງຕໍ່ການລົບກວນຮັງຕໍ່ ໂດຍສະເພາະແມ່ນເດັກນ້ອຍ ຖ້າຖືກແຕນຫຼືຕໍ່ຕອດ ຈະມີຄວາມຮຸນແຮງເພາະຮ່າງກາຍນ້ອຍ ອາດຈະເຖິງຂັ້ນເສຍຊີວິດໄດ້ງ່າຍໆ ດີແທ້ຖ້າເຫັນຕໍ່ເລິ່ມກໍ່ຮັງຢູ່ຕົ້ນໄມ້ໃກ້ເຮືອນຫຼືໃນເຮືອນ ໃຫ້ກຳຈັດຕັ້ງແຕ່ຫົວທີ ກ່ອນຮັງຕໍ່ຈະຂະຫຍາຍໃຫຍ່ເປັນອັນຕະລາຍ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...