Homeສຸຂະພາບ ແລະ ສີ່ງແວດລ້ອມຮັກສາອາການປວດຫົວເຂົ່າດ້ວຍຫອມຫົວໃຫຍ່ ກັບ ວາຍຣ໌

ຮັກສາອາການປວດຫົວເຂົ່າດ້ວຍຫອມຫົວໃຫຍ່ ກັບ ວາຍຣ໌

Published on

ສຳລັບຄົນທີ່ມີອາການປວດຫົວເຂົ່າເປັນປະຈຳ ລອງຮັກສາມາຫຼາຍວິທີແລ້ວແຕ່ກໍ່ຍັງບໍ່ຫາຍດີ ມື້ນີ້ໃນຄໍລຳ ສຸຂະພາບ ແອັດມິນມີໜຶ່ງສູດມານຳສະເໜີ ຢາກໃຫ້ໄດ້ລອງເຮັດດື່ມເບິ່ງ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ

ວັດຖຸດິບທີ່ຈະນຳມາເຮັດປະກອບມີ:

  1. ຫອມຫົວໃຫຍ່ 2 ຫົວ
  2. ວາຍຣ໌ແດງ 500 ມລ
  3. ຂວກແກ້ວໄວ້ໃຊ້ສຳລັບດອງ

ວິທີເຮັດຄື: ນຳຫອມຫົວໃຫຍ່ ມາແກະເປືອກອອກ ແລ້ວຊອຍເປັນປ່ຽງ ຈາກນັ້ນກໍ່ນຳລົງໃສ່ໃນຂວດແກ້ວທີ່ກຽມໄວ້ ແລະ ນຳວາຍຣ໌ ໃນປະລິມານ 500 ມລ ມາຖອກລົງໃສ່ ອັດຝາຂວດໃຫ້ແໜ້ນ ຈາກນັ້ນກໍ່ປະໄວ້ 2-8 ອາທິດ ແລ້ວຈິ່ງນຳອອກມາດື່ມ

ວິທີດື່ມ:

  • ໄວໜຸ່ມທົ່ວໄປແມ່ນໃຫ້ດື່ມໃນປະລິມານ 50 ມລ ສ່ວນຜູ່ສູງອາຍຸແມ່ນໃຫ້ດື່ມ 20 ມລ
  • ໃຫ້ດື່ມມື້ໜຶ່ງບໍ່ເກີນ 2 ຄັ້ງ
  • ບໍ່ຄວນເກັບຂວດໄວ້ໃນຕູ້ເຢັນເດັດຂາດ

 

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...