Homeຂ່າວພາຍ​ໃນລະວັງເງິນປອມຫຼາຍປະເພດ! ເມື່ອຊື້ - ຂາຍດ້ວຍເງິນສົດ ຕ້ອງກວດເບິ່ງໃຫ້ລະອຽດ!!

ລະວັງເງິນປອມຫຼາຍປະເພດ! ເມື່ອຊື້ – ຂາຍດ້ວຍເງິນສົດ ຕ້ອງກວດເບິ່ງໃຫ້ລະອຽດ!!

Published on

ຫ້ອງການ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ສະບັບເລກທີ 394/ຫກ ລົງວັນທີ 14 ສິງຫາ 2014 ຜ່ານມາ

ເຖິງພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ຕະຫຼອດເຖິງມວນຊົນທົ່ວໄປໃນຂອບເຂດທົ່ວປະເທດ ເລື່ອງທະນະບັດ

ປອມປະເພດໃບຕ່າງໆ ເພື່ອແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນ ໄດ້ມີສະຕິລະວັງໂຕຫຼາຍຂຶ້ນ ໃນການຈັບຈ່າຍຊື້ຂາຍ.

 

ໂດຍເນື້ອໃນຂອງຂອງແຈ້ງການດັ່ງກ່າວໄດ້ລະບຸວ່າ: ປະຈຸບັນໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງ ລັກລອບປອມແປງທະນະ

ບັດປະເພດໃບ 100,000 ກີບ; ໃບ 50,000 ກີບ; ໃບ 20,000​ ກີບ ແລະ ໃບ 10,000 ກີບ ອອກມາຈໍລະຈອນໃຊ້ຈ່າຍຢູ່

ໃນສັງຄົມເປັນຈຳນວນຫຼວງຫຼາຍ ຕາມທີ່ເຈົ້າໜ້າທີ່ໄດ້ກວດເຫັນ ແລະ ໄດ້ມີການຈັບກຸມຜູ້ກະທຳຜິດຈຳນວນໜຶ່ງ

ມາລົງໂທດຕາມລະບຽບກົດໝາຍແລ້ວ.

 

ຮູບແບບທະນະບັດປອມມີລັກສະນະ ກັອບປີ້ ສີໃສ່ເຈ້ຍ A4 ທຳມະດາ ຖ້າຫາກສັງເກດ ແລະ ຈຳແນກຈະເຫັນໄດ້ງ່າຍ

ກ່ອນຈະຮັບ – ຈ່າຍເງິນສົດໃນແຕ່ລະຄັ້ງ ຄວນກວດກາເບິ່ງໃຫ້ລະອຽດ ເພື່ອຫຼີກລ່ຽງການຮັບເອົາເງິນປອມເຂົ້າມາ

ໃນຄອບຄອງ.

 

ຢູ່ໃນແຈ້ງການຍັງໄດ້ລະບຸເຕືອນ ໄປຍັງຜູ້ທີ່ກະທຳຜິດອີກວ່າ: ຜູ້ທີ່ປອມແປງທະນະບັດ ແມ່ນຜິດຕໍ່ກົດໝາຍທະນາ

ຄານແຫ່ງ ສປປ ລາວ ມາດຕາ 60 ແລະ ກົດໝາຍອາຍາ ມາດຕາ 63, ມາດຕາ 113 ອັນໄດ້ເຮັດໃຫ້ມວນຊົນທັງພາຍ

ໃນ ແລະ ຕ່າງປະເທດ ຂາດຄວາມເຊື່ອໝັ້ນໃນການຖື ແລະ ຮັກສາເງິນກີບໄວ້ໃນຄອບຄອງ.

 

ສະນັ້ນ, ເພື່ອຈະບໍ່ຕົກເປັນເຫຍື່ອໃຫ້ແກ່ກຸ່ມຄົນບໍ່ດີ ຈະຕ້ອງໄດ້ມີສະຕິລະວັງໂຕ ກວດກາເບິ່ງເງິນແຕ່ລະປະເພດໃບ

ຢ່າງລະອຽດຄັກແນ່ເສຍກ່ອນ ເມື່ອຖືກສົງໄສວ່າເປັນເງິນປອມ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດ ຫຼື ປກສ ບ້ານ ເພື່ອ

ດຳເນີນຄະດີຕໍ່ຜູ້ກະທຳຜິດຕາມລະບຽບກົດໝາຍ.

 

 

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...