spot_img
Homeຂ່າວທ້ອງຖິ່ນລັດຂຸ້ນຂ້ຽວຄິດໄລ່ຄ່າຊົດເຊີຍ ສິ່ງກີດຂວາງເສັ້ນທາງລົດໄຟ ລາວ-ຈີນ

ລັດຂຸ້ນຂ້ຽວຄິດໄລ່ຄ່າຊົດເຊີຍ ສິ່ງກີດຂວາງເສັ້ນທາງລົດໄຟ ລາວ-ຈີນ

Published on

ຄະນະ​ກຳມະການ​ໄກ່​ເກ່ຍ​ໄດ້​ລົງ​ສົມທົບ​ກັບ​ເຈົ້າ​ຂອງ​ທີ່​ດິນ ແລະ ສິ່ງ​ປຸກ​ສ້າງ​ຕ່າງໆ ເພື່ອ​ເກັບ​ກຳ​ຂໍ້ມູນ​ຕາມ​ພື້ນ​ທີ່​ທີ່​ຜູ້​ຮັບ​ເໝົາ ​ໄດ້​ປັກ​ຫຼັກ​ໝາຍ​ກຳນົດ​ຂອບ​ເຂດ​ເພື່ອ​ການ​ກໍ່ສ້າງ ດຳເນີນ​ການ​ຈັດ​ລຽງ​ສາລະບານ​ລາຍການ​ສິ່ງ​ກີດຂວາງ​ທີ່​ດິນ ຜົນລະປູກ ແລະ ຄົ້ນຄວ້າ​ຄິດໄລ່​ຫົວໜ່ວຍ​ຄ່າ​ຊົດ​ເຊີຍ​ທັງ​ໝົດ ເປີດ​ກອງ​ປະຊຸມ​ຫາລືລະຫວ່າງຄະນະ​ຄຸ້ມ​ຄອງ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດໄຟ ລາວ-ຈີນ ແລະ ຄະນະກຳມະການ​ໄກ່​ເກ່ຍ​ສິ່ງ​ກີດຂວາງ​ຂັ້ນ​ນະຄອນຫຼວງ ແຂວງ​ວຽງ​ຈັນ ຫຼວງ​ພະ​ບາງ ອຸດົມ​ໄຊ ແລະ ແຂວງ​ຫຼວງ​ນ້ຳ​ທາ ເຊິ່ງ​ໄດ້​ເປັນ​ເອກະ​ພາບ​ຄິດໄລ່​ຫົວໜ່ວຍ​ຄ່າ​ຊົດ​ເຊີຍ​ທັງ​ໝົດ​ມີ 242 ລາຍການ ເຊິ່ງ​ການ​ຄິດໄລ່​ດັ່ງກ່າວ​ໃຫ້​ຖືກຕ້ອງ​ຕາມ​ນິຕິ​ກຳ ​ທີ່​ມີໂດຍ​ສົມ​ທຽບໃສ່​ສະພາບ​ຕົວ​ຈິງ ແລະ ມີ​ຄວາມ​ເປັນ​ເອກະ​ພາບ​ກັບ​ບັນດາ​ລາຍການ​ທີ່​ຄ້າຍຄື​ກັນ ແລະ ຢູ່​ໃນ​ບັນດາ​ແຂວງ​ທີ່​ໃກ້​ຄຽງ​ກັນ.

ສຳລັບ​ພື້ນຖານ​ການ​ຄິດໄລ່​ຄ່າ​ຊົດ​ເຊີຍ​ໃຫ້​ແກ່​ກຸ່ມ​ທີ 1 ແຂວງ​ຫຼວງ​ນ້ຳ​ທາ ອຸດົມ​ໄຊ ແລະ ແຂວງຫຼວງ​ພະ​ບາງ ເຊິ່ງ​ໃນ​ເບື້ອງ​ຕົ້ນ​ໄດ້​ຄົ້ນຄວ້າ​ຈາກ 3 ບ່ອນ​ອີງ ຄື: ອີງໃສ່​ຄ່າ​ຊົດ​ເຊີຍ​ຈາກ​ບັນດາ​ໂຄງການ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ໄລຍະ​ຜ່ານ​ມາ​ໃນ​ເຂດ​ໃກ້​ຄຽງ ອີງໃສ່​ລາຄາ​ທີ່​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ​ກຳນົດ ແລະ ອີງໃສ່​ລາຄາ​ຊື້-ຂາຍ​ຕົວ​ຈິງ ກ່ອນ​ມີ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ​ເກີດ​ຂຶ້ນ ໂດຍ​ສະເພາະ​ແມ່ນ​ທີ່​ດິນ ສ່ວນ​ກຸ່ມ 2 ແຂວງ​ວຽງ​ຈັນ ແລະ ນະຄອນຫຼວງ​ວຽງ​ຈັນ ສະເພາະ​ແຂວງ​ວຽງ​ຈັນ ໃຫ້​ອີງໃສ່​ການ​ປະ​ເມີນ​ລາຄາ​ທີ່​ດິນ​ທີ່​ອົງການ​ປົກຄອງ​ແຂວງ​ຮັບຮອງ​ເອົາ​ແລ້ວ​ນັ້ນ ສ່ວນ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຄິດໄລ່​ເປັນ​ລາຄາ​ສະເລ່ຍ ໂດຍ​ເອົາ​ມູນ​ຄ່າ​ເກົ່າ ແລະ ມູນ​ຄ່າ​ໃໝ່​ບວກ​ກັນ ແລ້ວ​ຫານ​ສອງ ແລະ ສະເລ່ຍ​ເປັນ​ລາຄາ​ກາງ ສັງ​ລວມ​ແລ້ວ​ການ​ຄິດໄລ່​ລາຄາ​ຫົວໜ່ວຍ​ຄ່າ​ຊົດ​ເຊີຍ​ທີ່​ດິນ ສິ່ງ​ປຸກ​ສ້າງ ແລະ ຜົນ​ລະປູກ​ແມ່ນ​ໄດ້​ເປັນ​ເອກະ​ພາບ​ກັນ​ໂດຍ​ພື້ນຖານ ໂດຍ​ຈະ​ເລັ່ງ​ດຳເນີນ​ການ​ນຳ​ສະເໜີ​ຕໍ່​ສະພາ​ທ້ອງ ຖິ່ນ​ໂດຍ​ໄວ ກ້າວ​ໄປ​ເຖິງ​ການ​ສະເໜີ​ຕໍ່​ລັດຖະບານ ເພື່ອ​ອະນຸມັດ​ໃນ​ການຈັດຕັ້ງ​ປະຕິບັດ​ໃຫ້​ມີ​ຜົນສຳເລັດ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...