spot_img
Homeຂ່າວນໍ້າຖ້ວມພະຍຸຊົງກາ ສົ່ງຜົນກະທົບແກ່ 181 ບ້ານໃນແຂວງສະຫວັນນະເຂດ

ພະຍຸຊົງກາ ສົ່ງຜົນກະທົບແກ່ 181 ບ້ານໃນແຂວງສະຫວັນນະເຂດ

Published on

ເນື່ອງຈາກ​ຜົນ​ກະທົບ​ ຈາກພາຍຸຊົງ​ກາ ​ເຮັດ​ໃຫ້ເກີດມີສະພາບຝົນຕົກ ຕິດຕໍ່ກັນຫລາຍວັນ ນັບແຕ່ວັນທີ 24-28/7/2017 ​ເຊິ່ງ​ໄດ້​ເຮັດ​ໃຫ້ນ້ຳ​ຖ້ວມຂັງ ເປັນບໍລິເວນກວ້າງ ​ເຮັດ​ໃຫ້ບ້ານ​ເຮືອນ​​ ແລະ ເນື້ອ​ທີ່​ການ​ຜະລິດ ຂອງປະຊາຊົນ ເສຍຫາຍ​ຫລາຍພໍສົມຄວນ ຢູ່ 7 ເມືອງ ຂອງແຂວງສະຫວັນ​ນະ​ເຂດ, ລວມມີ 181 ບ້ານ, ມີ 9.304 ຄອບຄົວ, ປະຊາກອນ 40.759 ຄົນ, ມີເນື້ອທີ່ນາຖືກນ້ຳຖ້ວມ ຈຳນວນທັງໝົດ 15.680 ເຮັກຕາ. ມາ​ຮອດ​ປັດຈຸບັນ ແມ່ນຍັງບໍ່ສາມາດປະເມີນມູນຄ່າ ຄວາມເສຍຫາຍໄດ້.

ຕາມການລາຍງານ ຂອງພະແນກກະສິກຳ-ປ່າໄມ້ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ສຳລັບ​ບັນດາ​ເມືອງ ທີ່​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ໄພນ້ຳຖ້ວມປີ​ນີ້ ມີ​ເມືອງຈຳພອນ, ສອງຄອນ, ໄຊພູທອງ, ຊົນນະບູລີ, ທ່າປາງທອງ, ໄຊບູລີ ແລະ ເມືອງອາດສະພັງທອງ. ນອກຈາກ​ສ້າງຄວາມ​ເສຍ​ຫາຍ ​ແກ່​ຊັບ​ສິນ ​ແລະ ​ເນື້ອ​ທີ່​ການ​ຜະລິດ​ແລ້ວ ຍັງ​ສ້ງຄວາມ​ເສຍ​ຫາຍ​ແກ່ສັດລ້ຽງ ​ໂດຍ​ສະ​ເພາະ​ງົວຕາຍ 29 ໂຕ ​ແລະ ສັດປີກຫລາຍ ກວ່າ 213 ໂຕ, ໜອງປາ​ເສຍ​ຫາຍ 265 ໜອງ ແລະ ລະບົບຊົນລະປະທານ 8 ແຫ່ງ, ຝາຍ 2 ແຫ່ງ, ປະຕູນ້ຳ 4 ແຫ່ງ ແລະ ຄອງສົ່ງນ້ຳ 2 ແຫ່ງ.

ພາຍຫລັງ​ເກີດ​​ໄພ​ທຳ​ມະ​ຊາດ ນ້ຳ​ຖ້ວມຂັງ, ທ່ານ​ ສັນ​ຕິ​ພາບ ພົມວິຫານ ​ເຈົ້າ​ແຂວງ​ສະຫວັນ​ນະ​ເຂດ ພ້ອມ​ຄະນະ ກໍ​ໄດ້​ລົງ​ຕິດຕາມ ​ແລະ ຢ້ຽມຢາມ​ປະຊາຊົນ ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ ຢູ່​​ເມືອງ​ຕ່າງໆ, ພ້ອມ​ທັງ​ນຳ​ເອົາ ​ເຄື່ອງຊ່ວຍ​ເຫລືອ​ສຸກ​ເສີນ ປະ​ເພດ​ນ້ຳ​ດື່ມ ​ແລະ ອາຫານ​ສຳ​ເລັດ​ຮູບ ຈຳນວນໜຶ່ງ​ ມອບ​ໃຫ້​ປະຊາຊົນ ​ເພື່ອ​ເປັນ​ກຳລັງ​ໃຈ, ທັງ​ຊີ້​ນຳ​ໃຫ້​ມີສະຕິ ຕໍ່ສະພາບດິນຟ້າອາກາດ ທີ່ອາດຈະເກີດຂຶ້ນໄດ້ທຸກເມື່ອ ນັບທັງປີນີ້ ແລະ ປີຕໍ່ໄປ ​ແລະ ເມື່ອບໍ່ດົນມານີ້, ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ນຳເອົາເຄື່ອງຊ່ວຍເຫລືອບັນເທົາທຸກ ປະເພດເຂົ້າສານ-ອາຫານແຫ້ງ, ນ້ຳດື່ມ ແລະ ຢາປົວພະຍາດ ໄປມອບໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຢູ່ເມືອງຈຳພອນ ແລະ ເມືອງຊົນນະບູລີ, ມູນຄ່າກວ່າ 70 ລ້ານກີບ.

ຫລ້າສຸດ, ຄະນະນຳວິທະຍາໄຊສົມບັດ ເຕັກໂນໂລຊີ ແຂວງ ສະຫວັນນະເຂດ ກໍໄດ້ນຳເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍບັນເທົາທຸກ ໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບ ຢູ່ເມືອງອາດສະພອນ, ຊຶ່ງເມືອງດັ່ງກ່າວ ມີປະຊາຊົນ ໄດ້ຮັບຜົນກະທົບ 27 ບ້ານ, ເນື້ອທີ່ນາຖືກນ້ຳຖ້ວມທັງໝົດ 500 ກວ່າເຮັກຕາ ແລະ ເສຍຫາຍໜັກ 244 ເຮັກຕາ.

 

ຂ່າວ-ພາບໂດຍ: ພຸດທະສິນ/ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...