ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ 2026 ຂຶ້ນໂດຍເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ ທີ່ໂຮງແຮມ ໂຮລິເດອິນ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີກະຊວງ ຍທຂ ແລະ ເປັນປະທານຮ່ວມໂດຍ ທ່ານ ຊຶໂຕະມຸ ໂຄອິຊຶມິ, ເອກອັກຄະລັດຖະທູດຍີ່ປຸ່ນ; ທ່ານ ຄິວມາ ເອັນທາຣາ, ຫົວໜ້າຫ້ອງການທະນາຄານໂລກ ແລະ ທ່ານ ນາງ ຈີງມິນ ຫວງ, ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງກົມ ຫົວໜ້າພະແນກ, ຮອງພະແນກ ອ້ອມຂ້າງກະຊວງກໍເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ທ່ານ ລັດຖະມົນຕີ ເຫຼັກໄຫຼ ສີວິໄລ ໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນຂອງຂະແໜງ ຍທຂ ໃນໄລຍະຜ່ານມາ ຄື:
① ຮັບຮອງແຜນພັດທະນາ 5 ປີ 2026–2030 ທີ່ກຳນົດ 77 ໂຄງການບູລິມະສິດ; ຍົກລະດັບທາງຫຼວງແຫ່ງຊາດສູ່ມາດຕະຖານອາຊຽນສຳເລັດ 524 ກມ;
② ສໍາເລັດຂົວມິດຕະພາບ ລາວ-ໄທ ແຫ່ງທີ 5;
③ ເປີດບໍລິການທ່າບົກ 3 ແຫ່ງ ແລະ ທ່າທຽບເຮືອທີ 3 ຫວຸ້ງອ່າງ;
④ ການຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ ຄົບຮອບ 5 ປີ ຄາດວ່າຈະບັນລຸ 17 ລ້ານເທື່ອຄົນ ແລະ 23 ລ້ານໂຕນສິນຄ້າ;
⑤ ຂະຫຍາຍນໍ້າປະປາຕົວເມືອງກວມເກືອບ 80%
⑥ ຄຸ້ມຄອງງົບປະມານລົງທຶນຂອງລັດ (PIP) ຢ່າງຮັດກຸມ ຊ່ວຍຫຼຸດໄລຍະເວລາຊຳລະໜີ້ສິນໂຄງການຄ້າງຈ່າຍ ຈາກ 84 ປີ (ປີ 2021) ລົງມາເຫຼືອພຽງ 11.4 ປີ ໃນປີ 2026.
ເພື່ອຮັບມືກັບສິ່ງທ້າທາຍຈາກໄພພິບັດລະດູຝົນປີ 2026 ເສຍຫາຍກວ່າ 923 ຕື້ກີບ, ບັນຫາລົດບັນທຸກນໍ້າໜັກເກີນ ແລະ ຊ່ອງຫວ່າງທຶນ ODA 2.1 ຕື້ໂດລາສະຫະລັດ, ກະຊວງ ຍທຂ ກຳລັງເລັ່ງຈັດຕັ້ງປະຕິບັດ 4 ມາດຕະການຍຸດທະສາດ ຄື:
(1) ຈັດລຽງບູລິມະສິດຢ່າງມີຈຸດສຸມ ໃສ່ທາງຫຼວງແຫ່ງຊາດສາຍຫຼັກ (ເລກ 13 ເໜືອ-ໃຕ້ ແລະ ເສັ້ນທາງເຊື່ອມຈອດເສດຖະກິດ-ທ່ອງທ່ຽວ) ໃຫ້ຮັບນໍ້າໜັກໄດ້ 11 ໂຕນ/ເພົາ;
(2) ຂະຫຍາຍຮູບແບບສັນຍາມອບເໝົາໄລຍະຍາວ (OPBRC) ຄຽງຄູ່ກັບການເກັບຄ່າຜ່ານທາງຈາກລົດບັນທຸກ 12 ໂຕນຂຶ້ນໄປ (PRTC);
(3) ເພີ່ມງົບປະມານກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ ແລະ 60% ຍົກລະດັບມາດຕະຖານ 11 ໂຕນ/ເພົາ
(4) ເຂັ້ມງວດການຄວບຄຸມລົດບັນທຸກນໍ້າໜັກເກີນ ຕາມຄຳສັ່ງ 47/ນຍ ຮ່ວມກັບ ຜູ້ໃຫ້ທຶນ.

ໃນຕອນທ້າຍ, ບັນດາປະທານຮ່ວມ ແລະ ຄູ່ຮ່ວມພັດທະນາ ໄດ້ເນັ້ນໜັກວ່າ ເວທີ ISWG ນີ້ບໍ່ແມ່ນພຽງແຕ່ບ່ອນແລກປ່ຽນຂໍ້ມູນຂ່າວສານເທົ່ານັ້ນ, ແຕ່ຕ້ອງເປັນພື້ນທີ່ຮ່ວມກັນປະເຊີນໜ້າກັບສິ່ງທ້າທາຍ ແລະ ຊອກຫາທາງອອກຢ່າງເປັນຮູບປະທຳ. ພ້ອມດຽວກັນນີ້, ໄດ້ເນັ້ນໃຫ້ເຫັນວ່າການສ້າງຄວາມປ່ຽນແປງຮຽກຮ້ອງໃຫ້ມີການປະສານງານຢ່າງໃກ້ຊິດ ບໍ່ພຽງແຕ່ພາຍໃນກະຊວງ ຍທຂ ເທົ່ານັ້ນ ແຕ່ຍັງຕ້ອງລວມເຖິງກະຊວງການເງິນ, ກະຊວງການຕ່າງປະເທດ ແລະ ອົງການທີ່ກ່ຽວຂ້ອງຂອງລັດເພື່ອເລັ່ງລັດ ແລະ ຫລຸດຂ້ອດຂັ້ນການຈັດຕັ້ງປະຕິບັດໂຄງການໃຫ້ໄວ ແລະ ທັນຕາມກຳນົດເວລາ, ພ້ອມທັງຂະຫຍາຍຜົນການທົດລອງວຽກງານຄວບຄຸມນໍ້າໜັກ ແລະ ນຳໃຊ້ເຄື່ອງມືການເງິນສຸກເສີນ ເຊັ່ນ: ກົນໄກ 3RDO ຂອງ ADB ແລະ ທຶນຟື້ນຟູຈາກ WB. ຜົນຂອງກອງປະຊຸມຄັ້ງນີ້ ຈະຖືກສັງລວມເພື່ອນຳສະເໜີຕໍ່ກອງປະຊຸມໂຕະມົນປະຈຳປີ 2026 ຕໍ່ໄປ.
ທີ່ມາ: ກະຊວງໂຍທາທິການ ແລະ ຂົນສົ່ງ

