spot_img
Homeຂ່າວພາຍ​ໃນປະຊາຊົນລາວຊົມເຊີຍການເຈລະຈາ ສອງນາຍົກ ລາວ-ກຳປູເຈຍ ບັນຫາຮ້ອນສອງປະເທດ

ປະຊາຊົນລາວຊົມເຊີຍການເຈລະຈາ ສອງນາຍົກ ລາວ-ກຳປູເຈຍ ບັນຫາຮ້ອນສອງປະເທດ

Published on

ພາຍຫຼັງເກີດຄວາມເຄັ່ງຕຶງຢູ່ຊາຍແດນລະຫວ່າງສອງປະເທດ ລາວ-ກຳປູເຈຍ ໃນເຂດແຂວງອັດຕະປືຂອງລາວແລະຊຽງແຕງຂອງກຳປູເຈຍ ຝ່າຍລາວຮຽກຮ້ອງໃຫ້ກຳປູເຈຍຢຸດສ້າງທາງໃນເຂດດັ່ງກ່າວເນື່ອງຈາກຍັງບໍ່ມີການປັກຫຼັກໝາຍ ແລະຝ່າຍກຳປູເຈຍໄດ້ຮຽກຮ້ອງໃຫ້ຖະຫານລາວຖອນອອກຈາກເຂດດັ່ງກ່າວພາຍໃນວັນທີ 13 ສິງຫາ ນີ້ເພື່ອປ້ອງກັນບໍ່ໃຫ້ມີການປະເຊີນໜ້າ ແຕ່ຝ່າຍລາວບໍ່ໄດ້ປະຕິບັດຕາມ.

ແນວໃດກໍຕາມ, ໃນທີ່ສຸດຄວາມເປັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດລາວ-ກຳປູເຈຍ ໄດ້ນຳມາເຊິ່ງການພົບປະເຈລະຈາລະຫວ່າງສອງນາຍົກ ລາວ-ກຳປູ ແບບຮີບດ່ວນ ທີ່ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 12 ສິງຫາ 2017 ນີ້ ເພື່ອແກ້ໄຂບັນຫາເຄັ່ງຕຶງດັ່ງກ່າວ ແລະຜົນການພົບປະເຈລະນາກໍຈົບລົງດ້ວຍຜົນສຳເລັດ ເຊິ່ງສັງລວມໄດ້ດັ່ງນີ້: ສອງຝ່າຍໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ດ້ວຍຄວາມເປັນມິດ ເພື່ອບໍ່ໃຫ້ສະຖານະການໃນຂົງເຂດນັ້ນເຄັ່ງຕຶງ ຫລືໃຊ້ກຳລັງຕໍ່ກັນ; ສອງຝ່າຍ ໄດ້ຕົກລົງຖອນທະຫານອອກຈາກເຂດທີ່ມີບັນຫາທັງໝົດ, ພາຍຫລັງ ສົມເດັດຮຸນເຊນ ໄດ້ສັ່ງໃຫ້ຢຸດຕິການສ້າງເສັ້ນທາງເຂົ້າໄປເຂດດັ່ງກ່າວ ເພື່ຶອໃຫ້ສະຖານະການຢູ່ເຂດດັ່ງກ່າວເຂົ້າສູ່ສະພາບປົກກະຕິໂດຍໄວ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນທັງສອງປະເທດວ່າຈະບໍ່ມີເຫດການທີ່ບໍ່ເພິ່ງປາຖະໜາເກີດຂຶ້ນ; ສອງຝ່າຍ ໄດ້ປຶກສາຫາລື ແລະ ຕົກລົງກັນ ໃຫ້ຄະນະກຳມາທິການຊາຍແດນຂອງສອງປະເທດ ກໍຄືສອງກະຊວງການຕ່າງປະເທດ ສືບຕໍ່ປຶກສາຫາລືພົບປະເຈລະຈາແກ້ໄຂບັນຫາຊາຍແດນທີ່ຍັງບໍ່ທັນໄດ້ຕົກລົງປັກຫລັກໝາຍນຳກັນໃຫ້ສຳເລັດໄວ ເທົ່າທີ່ຈະໄວໄດ້.

ຜົນສຳເລັດຂອງການພົບປະເຈລະຈາດັ່ງກ່າວ ໄດ້ສ້າງຄວາມຊື່ນຊົມຍິນດີແກ່ປະຊາຊົນສອງຊາດ ໂດຍສະເພາະແມ່ນປະຊາຊົນລາວ ທີ່ຍາມໃດກໍຮູ້ສຶກມີຄວາມຮັກຄວາມຜູກພັນກັບປະຊາຊົນບັນດາປະເທດອ້ອມຂ້າງດ້ວຍດີສະເໝີມາ. ປະຊາຊົນລາວຊົມເຊີຍຕໍ່ຜົນສຳເລັດຂອງການພົບປະເຈລະຈາດັ່ງກ່າວ, ຮູ້ສຶກໂລ່ງໃຈ ແລະໝັ້ນໃຈຕໍ່ແນວທາງຂອງພັກແລະລັດຖະບານລາວ ກໍຄືເຊື່ອໝັ້ນຕໍ່ສາຍສຳພັນອັນດີງາມທີ່ເປັນມູນເຊື້ອຂອງສອງປະເທດ ກໍຄືປະຊາຊົນສອງຊາດ ຈະບໍ່ມີເຫດການໃດທີ່ຈະມາທຳລາຍບັນຍາກາດແຫ່ງຄວາມສະຫງົບຮົ່ມເຢັນຂອງຊາຍແດນສອງປະເທດລາວ-ກຳປູເຈຍ ຢ່າງແນ່ນອນ.

ລິດຈະນາ ງາມວິໄລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...