spot_img
Homeຂ່າວນໍ້າຖ້ວມລັດເລັ່ງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ພາກກາງ -ພາກໃຕ້

ລັດເລັ່ງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ພາກກາງ -ພາກໃຕ້

Published on

ໃນລະຫວ່າງວັນທີ 9-12 ສິງຫາ ນີ້ທ່ານ ຄຳແພງ ​ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ​ແລະ ສະຫວັດດີການສັງຄົມ ​ໄດ້ລົງເຄື່ອນໄຫວມອບເງິນຊ່ວຍເຫລືອເບື້ອງຕົ້ນ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມ ຢູ່ບັນດາແຂວງພາກກາງ ​ແລະ ພາກໃຕ້ ຄື: ​​ແຂວງບໍລິຄຳໄຊຈຳປາສັກສາລະວັນ, ​ເຊກອງ ​ແລະ ​ແຂວງອັດຕະປືມູນຄ່າ 430 ລ້ານກີບ. ​ໃນຂະນະທີ່ ທ່ານ ນາງ ​ໃບຄຳ ຂັດທິຍະ ຮອງລັດຖະ ມົນຕີກະຊວງແຮງງານ ​ແລະ ສະຫວັດດີການສັງຄົມ ກໍໄດ້ໄປມອບເງິນຊ່ວຍເຫລືອ ໃຫ້ແກ່ແຂວງວຽງຈັນ ຈຳນວນ 120 ລ້ານກີບລວມມູນຄ່າທັງໝົດ 550 ລ້ານກີບ.

ແຂວງວຽງຈັນ ມີປະຊາຊົນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ 3 ​ເມືອງ ຄື: ​ເມືອງຫີນເຫີບໂພນໂຮງ ​ແລະ ​ເມືອງຊະນະຄາມມີ 266 ຄອບຄົວ, 1.320 ຄົນເຂົ້ານາ ​ແລະ ພືດຜັກເສຍຫາຍກວ່າ 100 ​ເຮັກຕາມູນຄ່າຄວາມເສຍຫາຍທັງໝົດ 1 ຕື້ກວ່າກີບ. ​ກ່ອນໜ້ານີ້ ​ແຂວງວຽງຈັນ ຍັງໄດ້ປະສົບ​​ໄພພິບັດທຳມະຊາດ ພາຍຸລະດູຮ້ອນທັງໝົດ 7 ​ເມືອງ​, 22 ບ້ານ, 478 ຄອບຄົວ, ​​ໂຮງຮຽນເປ່ເພ 9 ຫລັງ ​ເຊິ່ງໄດ້ຮັບການຊ່ວຍເຫລືອຈາກພາກລັດມາ​ແລ້ວ 2.780 ລ້ານກີບແຂວງ ບໍລິຄຳໄຊ ໄດ້ຮັບເງິນຊ່ວຍເຫລືອ ຈຳນວນ 120 ລ້ານກີບ ​​​ເຊິ່ງໄພພິບັດດັ່ງກ່າວ, ໄດ້ເກີດຂຶ້ນເຖິງ 2 ຄັ້ງ ຢູ່ເມືອງຄຳເກີດ ຄັ້ງທີໜຶ່ງ ໃນລະຫວ່າງ 16-18 ກໍລະກົດ 2017, ປະຊາຊົນໄດ້ຮັບຜົນກະທົບ  45 ບ້ານ, ​ເນື້ອທີ່ເຂົ້ານາປີເສຍຫາຍ 175 ​ເຮັກຕາສວນມັນຕົ້ນ 230 ​ເຮັກຕາສາລີ100 ກວ່າເຮັກຕາສວນຖົ່ວດິນ 900 ກວ່າເຮັກຕາສວນໝາກນັດງົວ-​ຄວາຍ ​ແລະ ປາລ້ຽງເສຍຫລາຍສົມຄວນສ່ວນຄັ້ງທີສອງ ໄດ້ເກີດຂຶ້ນລະຫວ່າງ 3-6 ສິງຫາຢູ່ 4 ບ້ານ ​ບ້ານໂພນຕານ ​ແລະ ບ້ານບຸ່ງປ່າຕາວບ້ານນາປ່າຫວ້ານ ​ແລະ ປ່າຄາ ຈຳນວນ 70 ຄອບຄົວປະຊາຊົນແຕ່ລະບ້ານໄດ້ຮັບຄວາມເສຍຫາຍ​ 70% ຂຶ້ນໄປພ້ອມນັ້ນ ເສັ້ນທາງເລກ 8A ກໍໄດ້ຮັບຄວາມເສຍຫາຍດິນເຈື່ອນຖົມທາງ ​ເປ່ເພ 12 ຈຸດ, ​ເສົາໄຟຟ້າຫັກ 5 ຕົ້ນ.

ສະເພາະແຂວງຈຳປາສັກ ​ໄດ້ຮັບການຊ່ວຍເຫລືອເງິນສົດ 120 ລ້ານກີບ ​ເຊິ່ງມີປະຊາຊົນຫລາຍບ້ານ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເປັນຕົ້ນແມ່ນ ເຂດບ້ານບຸ່ງຄ້າບ້ານຄີລີ ແລະ ບ້ານດອນແຊ ເມືອງຊະນະສົມບູນລວມທັງເທດສະບານແຂວງເສັ້ນທາງ 18 A ເຂດບ້ານທ່າຮູ້ ເມືອງປະທຸມພອນ ເປ່ເພເສຍຫາຍ ​ແລະ ຢູ່ເມືອງມູນລະປະໂມກ ປະຊາຊົນຫລາຍຄອບຄົວໄດ້ຮັບຜົນກະທົບ, ​ເນື້ອທີ່ການຜະ ລິດເສຍຫາຍຈຳນວນໜຶ່ງພ້ອມນີ້, ທ່ານລັດຖະມົນຕີກະຊວງແຮງງານ ຍັງໄດ້ນຳມອບເງິນຊ່ວຍເຫລືອໃຫ້ແຂວງສາລະວັນ 70 ລ້ານກີບ, ​ແຂວງເຊກອງ 70 ລ້ານກີບ ​ແລະ ​ແຂວງອັດຕະປື 50 ລ້ານກີບ.

ຂ່າວໂດຍຣາຊະວົງ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...