Homeຂ່າວການສຶກສາກະຊວງສຶກສາຈະຮັບເອົານັກຮຽນ 11.000 ກວ່າຄົນເຂົ້າມະຫາວິທະຍາໄລແຫ່ງຕ່າງໆທົ່ວປະເທດ

ກະຊວງສຶກສາຈະຮັບເອົານັກຮຽນ 11.000 ກວ່າຄົນເຂົ້າມະຫາວິທະຍາໄລແຫ່ງຕ່າງໆທົ່ວປະເທດ

Published on

ກະຊວງສຶກສາທິການ ແລະ ກິລາຢືນຢັນວ່າ: ສົກປີ 2017-2018 ນີ້ຈະຮັບເອົານັກສຶກສາເຂົ້າຮຽນຢູ່ມະຫາວິທະ ຍາໄລແຫ່ງຕ່າງໆທົ່ວປະເທດປະມານ 11.000 ກວ່າຄົນ ຂະນະທີ່ ປີນີ້ມີນັກຮຽນສອບເສັງຈົບ ມ 7 ປະມານ 60.000 ກວ່າຄົນ ແລະ ໄດ້ລົງທະບານເຂົ້າສອບເສັງຢ່າງເປັນທາງການປະມານ 18.000 ກວ່າຄົນ.

ເຈົ້າໜ້າທີ່ຈາກກົມພະພັດທະນາຊັບພະຍາກອນມະນຸດ ກະຊວງສຶກສາທິການ ແລະ ກິລາໄດ້ເປີດເຜີຍຕໍ່ນັກຂ່າວສໍານັກຂ່າວສານປະເທດລາວຜ່ານໂທລະສັບໃນວັນທີ 8 ສິງຫາ 2017 ນີ້ວ່າ: ລັດຖະບານໄດ້ພິຈາລະນາຮັບເອົາຕົວເລກປະມານ 11.000 ກວ່າຄົນເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆທົ່ວປະເທດສົກປີ 2017-2018 ໃນນັ້ນມະຫາວິທະຍາໄລແຫ່ງຊາດດົງໂດກປະມານ 6.000 ຄົນ ສ່ວນທີ່ເຫລືອແມ່ນແບ່ງປັນໃຫ້ມະຫາວິທະຍາໄລສຸພານຸວົງ ແຂວງຫລວງພະບາງ, ມະຫາວິທະຍາໄລຈໍາປາສັກ, ມະຫາວິທະຍາໄລສະຫວັນນະເຂດ. ຖ້າປຽບທຽບກັບຕົວເລກຮັບເອົານັກຮຽນສໍາລັບສົກປີ 2016-2017 ມີພຽງແຕ່ 10.000 ຄົນໝາຍວ່າເພີ່ມຂຶ້ນ 1.000 ກວ່າຄົນໃນ ສົກປີ 2017-2018 ເຫດຜົນຫລັກຍ້ອນວ່າຢູ່ມະຫາວິທະຍາແຫ່ງຕ່າງໆໄດ້ເພີ່ມຄະນະ ແລະ ຫລັກສູດໃໝ່ຂຶ້ນຈຶ່ງຈໍາເປັນຕ້ອງເພີ່ມຕົວເລກຂຶ້ນຕື່ມ.

ແນວໃດກໍດີ ໃນຈໍານວນນັກຮຽນສອບເສັງຈົບ ມ 7 ປີນີ້ມີຕົວເລກສູງເຖິງ 60.000 ກວ່າຄົນ ແຕ່ມະຫາວິທະຍາໄລແຫ່ງຕ່າງໆສາມາດຮັບຮອງໄດ້ພຽງແຕ່ 11.000 ກວ່າຄົນ ແລະ ຍັງເຫລືອປະມານ 49.000 ຄົນຄາດວ່າອາດໄປສອບເສັງເຂົ້າຮຽນໃນລະດັບວິທະຍາໄລ ແລະ ໂຮງຮຽນວິຊາຊີບ.

ນັກວິຊາການຈັດຫາວຽກໄດ້ລາຍງານວ່າ: ປີນີ້ອາດມີນັກຮຽນຈໍານວນຫລາຍຕົກເຮ່ຍ ແລະ ບໍ່ເຂົ້າສຶກສາຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆທົ່ວປະເທດ ໃນນັ້ນຈໍານວນອາດກາຍເປັນພາລະຂອງຜູ້ປົກຄອງຕ້ອງໄດ້ແບບຮາບໜັກຂຶ້ນກວ່າເກົ່າ ແຕ່ກໍເປັນໂອກາດດີຈະເຮັດໃຫ້ກຸ່ມນັກຮຽນເຫລົ່ານັ້ນໄດ້ອວຍໜ້າເຂົ້າໄປຮຽນຢູ່ສະຖາບັນວິຊາຊີບຫລາຍຂຶ້ນກວ່າເກົ່າເພາະວ່າການເຂົ້າເປັນປະຊາຄົມອາຊຽນຍິ່ງເຮັດໃຫ້ໂອກາດເປີດກວ້າງຫລາຍຂຶ້ນກວ່າເກົ່າໃນການເຂົ້າຫາອາຊີບຫລາກຫລາຍຢ່າງດ້ວຍຄຸນນະພາບ ແລະ ປະລິມານ. ຍົກຕົວຢ່າງ ຂະແໜງການບໍລິການຮ້ານອາຫານ, ໂຮງແຮມ, ສ້ອມແປງ, ກົນຈັກ, ອຸດສາຫະກໍາໜັກ-ເບົາ ແລະ ອື່ນໆ. 

ສົກຮຽນປີ 2016-2017 ນີ້ ມີນັກມັດທະຍາຍົມຕອນປາຍ ຫລື ມ 7 ທົ່ວປະເທດເຂົ້າຮ່ວມສອບເສັງຈົບຊັ້ນປະມານ 60.000 ກວ່າຄົນ, ສົກຮຽນ 2015-2016 ນີ້ມີນັກຮຽນ 20.000 ຄົນຮ່ວມສອບເສັງ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...