spot_img
Homeຂ່າວນໍ້າຖ້ວມນ້ຳຖ້ວມອຸດົມໄຊເຮັດໃຫ້ມີຜູ່ເສຍຊີວິດ 1 ຄົນ ແລະ ເສັ້ນທາງເປັນອຳມະພາດກວ່າ 20 ຈຸດ

ນ້ຳຖ້ວມອຸດົມໄຊເຮັດໃຫ້ມີຜູ່ເສຍຊີວິດ 1 ຄົນ ແລະ ເສັ້ນທາງເປັນອຳມະພາດກວ່າ 20 ຈຸດ

Published on

ເມື່ອວັນທີ 6 ສິງຫາ 2017 ທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງອດົມໄຊພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຢ້ຽມຢາມເບີ່ງຄວາມສຸກທຸກຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ເພື່ອປະເມີນຕິດຕາມຜົນເສຍຫາຍ ແລະ ໃຫ້ກຳລັງໄຈແກ່ປະຊາຊົນທີ່ໄດ້ຮັບເຄາະຮ້າຍ ພາຍຫລັງເກີດເຫດນໍ້າຖ້ວມກະທັນຫັນໃນວັນທີ 5/8/2017 ນີ້ ຂະນະທີ່ ຈາກການລາຍງານຂໍ້ມູນເບື້ອງຕົ້ນມີຜູ້ເສຍຊີວິດ 1 ຄົນ ແລະ ມີເຮືອນຂອງປະຊາຊົນຖືກພັດໄຫຼຫຼາຍຫຼັງ ເສົາໄຟ້າຫັກລົ້ມຈຳນວນຫຼາຍຕົ້ນ ສ່ວນເສັ້ນທາງເລກ 2 ຕາເວັນຕົກ(ເມືອງໄຊ – ເມືອງແບງ,ເມືອງຮຸນ ແລະ ປາກ ແບງ) ແມ່ນເປັນອຳມະພາດ ຂົວຖືກຕັດຂາດ ດິນເຊາະເຈື່ອນຖົມທາງເກືອບ 20 ຈຸດ. ກ່ງວກັບເຫດການທີ່ເກີດຂຶ້ນທາງກຳລັງທະຫານ ຕຳຫຼວດກໍໄດ້ລົງຊ່ວຍເຫຼືອປະຊາຊົນ ມ້ຽນມັດຊາດສະລັກຫັກພັງ,ໄຟຟ້າ, ໂຍທາ,ໂທລະຄົມມະນາຄົມກໍແຕ່ລະພາກສ່ວນກໍພວມສຸມໃສ່ເກັບກຳຂໍ້ມູນ ແລະ ລົງມືແກ້ໄຂ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...