Home​ຂ່າວທ່ອງທ່ຽວລາວ ກຽມສະເໜີ 11 ແຫລ່ງໄຫຫີນ ເປັນມໍລະດົກໂລກ

ລາວ ກຽມສະເໜີ 11 ແຫລ່ງໄຫຫີນ ເປັນມໍລະດົກໂລກ

Published on

ໃນ​ວັນ​ທີ 2 ສິງຫາ 2017 ນີ້, ​ແຂວງ​ຊຽງ​ຂວາງ ຮ່ວມ​ກັບກົມ​ມໍ​ລະ​ກົດ ກະຊວງ​ຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ດຳ​ເນີນກອງ​ປະ​ຊຸມ​ປຶ​ກ​ສາ​ຫາ​ລື​ ​ເພື່ອ​ກະກຽມ​ນຳ​ສະ​ເໜີ​ ແຫລ່ງ​ໄຫ​ຫີນ​ ຈຳນວນ 11 ແຫ່ງ ​ເຊິ່ງມີ​ໄຫ​ຫີນທັງ​ໝົດ 999 ໜ່ວຍ​ ​ເຂົ້າ​ເປັນ​ມໍລະດົກ​ໂລກ. ພາຍ​ໃຕ້​ການ​ເປັນ​ປະທານ ຂອງ ທ່ານ ບົວ​ສ​ອນ ສີ​ນວນ​ທອງ ຮອງ​ເຈົ້າ​ແຂວງ​ຊຽງ​ຂວາງ, ຜູ້​ຊີ້​ນຳ​ວຽກ​ງານ ​ວັດ​ທະ​ນະ​ທຳ-ສັງ​ຄົມ​ ຂັ້ນ​ແຂວງ, ມີທ່ານ ທອງ​ໃບ ໂພ​ທິ​ສານ ຫົວ​ໜ້າ​ກົມ​ມໍ​ລະ​ດົກ​ ກະ​ຊວງ​ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ, ມີວິ​ຊາ​ການ​ຈາກ​ ອຸຍ​ແນສະ​ໂກ ປະ​ຈຳລາວ ແລະ ປະ​ຈຳ​​ປະ​ເທດ​ໄທ ​ແລະ ພາກສ່ວນ​ກ່ຽ​ວຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ໄດ້​ ​ລາຍ​ງານການ​ຈັດ​ຕັ້ງ​ປະ​ຕິ​ບັດ ວຽກ​ງານ​ໂຄງ​ການ​ ໃນ​ໄລ​ຍະ​ຜ່ານ​ມາ, ລາຍ​ງານ​ຜົນ​ສຳຫລວດ ​ເກັບ​ກຳ​ຂໍ້​ມູນ​ທາງ GPS ຂອງ​ຄະ​ນະ​ວິ​ຊາ​ການ, ການ​ກະ​ກຽມ​ແຜນ​ທີ່ ແລະ ການ​ກຳ​ນົດ​ຂອບ​ເຂດພື້ນ​ທີ່ອະ​ນຸ​ລັກ ປົກ​ປັກ​ຮັກ​ສາ, ການ​ເກັບ​ກຳ​ຂໍ້​ມູນ​ຕອບ​ສະ​ໜອງ​ ແກ່​ໂຄງ​ການ​ຂອງ​ແຂວງ, ຜ່ານ​ເນື້ອ​ໃນ ແລະ ອົງ​ປະ​ກອບ​ຂອງ​ຄຳ​ຮ້ອງ​ ນຳ​ສະ​ເໜີ​ແຫລ່ງ​ໄຫ​ຫີນ ເປັນ​ມໍ​ລະ​ດົກ​ໂລກ, ລະ​ບຽບ​ການ​ຄຸ້ມ​ຄອງ​ ແຫລ່ງ​ໄຫ​ຫີນ, ການ​ມີ​ສ່ວນ​ຮ່ວມ​ ຂອງ​ຊຸມ​ຊົນຕໍ່​ກັບ ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ ແລະ ​ຂະ​ບວນ​ການ, ຂັ້ນ​ຕອນໃນ​ການ​ຂຽນ​ຄຳ​ຮ້ອງສະ​ເໜີ​ ພາຍຫລັງ​ຖືກ​ຮັບ​ຮອງ ​ຈາກ​ລັດ​ຖະ​ບານ ສປ​ປ ລາວ.

ຈາກນັ້ນຜູ້​ແທນກອງ​ປະ​ຊຸມ​ ໄດ້​ພ້ອມ​ກັນຄົ້ນ​ຄວ້າ ພິ​ຈາ​ລະ​ນາຫລາຍ​ບັນ​ຫາ ເພື່ອ​ເຮັດ​ໃຫ້​ບົດ​ລາຍ​ງານ​ ການ​ສະ​ເໜີ​ແຫລ່ງ​ໄຫ​ຫີນ ​ເປັນ​ມໍ​ລະ​ດົກ​ໂລກ​ ມີ​ຄວາມສົມ​ບູນ ​ແລະ ຄົບ​ຖ້ວນ ເພື່ອ​ນຳ​ສະ​ເໜີ​ລັດ ຖະບານ ພິຈາລະນາ​ໃນ​ຂັ້ນ​ຕໍ່​ໄປ.

 

ແຫລ່ງຂ່າວ: ສຳນັກຂ່າວປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...