spot_img
Homeມຸມຂ່າວ AECກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ໄຂຂຶ້ນທີ່ບາງກອກ

ກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ໄຂຂຶ້ນທີ່ບາງກອກ

Published on

ກອງປະຊຸມສຸດຍອດ ແລະ ວາງສະແດງສິນຄ້າ ອາຊຽນອິນເດຍ​ ໄດ້ໄຂຂຶ້ນຢ່າງເປັນທາງການ​ ໃນວັນທີ 3 ສິງຫາ 2017 ນີ້​ ທີ່ນະຄອນຫລວງບາງກອກ ປະເທດໄທ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງ​ ຣາຊະອານາຈັກໄທມີບັນດາ​​ລັດຖະມົນຕີຮອງລັດຖະມົນຕີຜູ້ປະກອບການຈາກ ປະເທດສະມາຊິກອາຊຽນອິນເດຍອົງການຈັດຕັ້ງສາກົນ ແລະ ປະເທດກ່ຽວຂ້ອງເຂົ້າຮ່ວມ ປະມານ 500 ຄົນ ຂະນະທີ່ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ​ ໄດ້ນຳພາຄະນະຜູ້ແທນ  ລາວ ເຂົ້າຮ່ວມເຊັ່ນກັນ.

ກອງປະຊຸມສຸດຍອດ ແລະ ວາງສະແດງສິນຄ້າ ອາຊຽນອິນເດຍ​ ຄັ້ງນີ້​ ມີຜູ້ປະກອບການທຸລະກິດ ຈາກປະເທດຕ່າງໆ ເຂົ້າຮ່ວມປະມານ 193 ຮ້ານ ໃນນັ້ນ, ​ອາຊຽນ 65 ຮ້ານ (ລາວ​ 10 ຮ້ານແລະ ອິນເດຍ 48 ຮ້ານ ເຊິ່ງສິນຄ້າສ່ວນໃຫຍ່ ທີ່ນຳເອົາວາງສະແດງປະກອບມີຄືເຄື່ອງກົນຈັກກະສິກຳອາຫານວັດສະດຸກໍ່ສ້າງ, ​ເຄື່ອງ ຫັດຖະ​​ກຳຜະລິດຕະພັນອາຫານ ເພື່ອສຸຂະພາບ, ​ອັນຍະມະນີຜ້າໄໝ ແລະ ອື່ນໆ ສ່ວນນັກທຸລະກິດຈາກ  ລາວແມ່ນ​​ໄດ້ນຳເອົາຜ້າໄໝເຄື່ອງຫັດຖະກຳໄມ້ ແກະສະລັກ ​ແລະ ເຄື່ອງອັນຍະມະນີ.

ທ່ານ ປະຍຸດ ຈັນໂອຊາ​ ກ່າວຕໍ່ທີ່ປະຊຸມວ່າຕົນເອງມີຄວາມສຶກຮູ້ດີໃຈ ແລະ ເປັນກຽດຢ່າງຍິ່ງໃນງານຄັ້ງນີ້ ເພາະເປັນການຄົບຮອບ 25 ປີຂອງການສ້າງຕັ້ສາຍພົວພັນ ອາຊຽອິນເດຍ ແລະ ຄົບຮອບ 50 ປີ ຂອງວັນສ້າງຕັ້ງອາຊຽນສະນັ້ນ​, ມັນເປັນໂອກາດທີ່ສຳຄັນ ຢ່າງຍິ່ງສຳລັບຜູ້ນຳ​, ນັກທຸລະກິດ ແລະ ຫົວໜ່ວຍຜູ້ປະກອບການຈາກອາຊຽນອິນເດຍ ແລະ ບັນດາປະເທດຕ່າງໆ ໄດ້ພົບປະແລກປ່ຽນ ຄວາມຄິດຄວາມເຫັນ ແລະ ເປີດວິ​​ໄສທັດ ທີ່ໜ້າສົນໃຈນຳກັນ ເພື່ອຊຸກຍູ້ການຮ່ວມມື ດ້ານການຄ້າການລົງທຶນການທ່ອງທ່ຽວ ແລະ ອື່ນໆ ເຊິ່ງທັງໝົດນັ້ນ ຈະນຳໄປສູ່ການຍົກລະດັບ ການພັດທະນາ ເສດຖະກິດສັງຄົມການເຊື່ອມໂຍງການເຕີບໂຕ​ ​ແລະ ການພັດທະນາ ຊັບພະຍາກອມະນຸດ​ ທີ່ມີຄຸນນະພາບ ໃນຂະແໜງການອື່ນໆອາຊຽນ ແລະ ອິນເດຍ​ ຍັງໄດ້​​ເປັນພາກສ່ວນໜຶ່ງທີ່ສຳຄັນ ຕໍ່ການຊຸກຍູ້ການເຕີບໂຕ ເສດຖະກິດຂອງໂລກ.

ອີງຕາມການຂໍ້ມູນ ຂອງສອງຝ່າ​​ໃຫ້ຮູ້ວ່າກ່ອນໜ້ານີ້ການຮ່ວມມື ດ້ານການຄ້າອິນເດຍ​ ກັບ ອາຊຽນ​ ​ໃນ ລະຫວ່າງປີ 2007-2008 ມີພຽງແຕ່30 ຕື້ກວ່າໂດລາສະຫະລັດ ແຕ່ມາເຖິງປັດຈຸບັນ ໄດ້ເພີ່ມຂຶ້ນເປັນ 71 ຕື້ກວ່າໂດລາສະຫະລັດ.  ອາຊຽນເປັນຄູ່ຮ່ວມ ດ້ານການຄ້າໃຫຍ່ອັນທີ 4 ຂອງອິນເດຍແລະ ອິນເດຍເປັນຄູ່ຮ່ວມດ້ານການຄ້າ​​ໃຫຍ່ ອັນດັບທີ 7 ຂອງອາຊຽນ.

ຂຽນຂ່າວໂດຍເກີດຂວັນໃຈ ມາລີຈັນສີ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...