Homeຂ່າວພາຍ​ໃນຄົນລາວວຽງຕົກໄປຢູ່ໃສ ກໍບໍ່ລືມຄວາມເປັນລາວວຽງ

ຄົນລາວວຽງຕົກໄປຢູ່ໃສ ກໍບໍ່ລືມຄວາມເປັນລາວວຽງ

Published on

ວັນທີ 30 ກໍລະກົດ 2017ນີ້, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຣາຊະອານາຈັກໄທ, ທ່ານ ບຸນສີ ວົງບົວສີ, ກົງສຸນໃຫ່ຍ ແຫ່ງ ສປປ ລາວ ປະຈຳຂອນແກ່ນ ພ້ອມຄະນະ ໄດ້ເຂົ້າຮ່ວມ ພິທີເປີດປ້າຍສ້າງຕັ້ງ ສະມາຄົມລາວວຽງ ແຫ່ງ ປະເທດໄທ ທີ່ບ້ານໜອງຄວາຍໂຊ, ອຳເພີໜອງແຊງ, ຈັງຫວັດສະຫລະບູລີ; ມີທ່ານ ບັນດິດ ທິວາຮັກ, ຜູ້ວ່າຈັງຫວັດສະຫລະບູລີ, ນາຍອຳເພີໜອງແຊງ, ດຣ ວິໄນ ພັນທຸຮັກ, ປະທານສະມາຄົມລາວວຽງ ແຫ່ງປະເທດໄທ ພ້ອມດ້ວຍຊາວໄທ ເຊື້ອສາຍລາວວຽງ ຈາກຈັງຫວັດໃກ້ຄຽງຂອງປະເທດໄທ ເຂົ້າຮ່ວມຫລາຍກວ່າ 200 ຄົນ.

ພິທີເປີດປ້າຍດັ່ງກ່າວ, ທ່ານ ຫລີ ບຸນຄໍ້າ​ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ພີ່ນ້ອງຊາວໄທເຊື້ອສາຍລາວວຽງ ໃນຄວາມພະຍາຍາມບາກບັ່ນ ເພື່ອສ້າງຕັ້ງສະມາຄົມ ເຊິ່ງເປັນແຫ່ງທຳອິດໃນປະເທດໄທ ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ຂອງຊາວໄທ ເຊື້ອສາຍລາວວຽງ ທີ່ມີຢູ່ນັ້ນໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ.

ສອງຝ່າຍ​ຍັງ​ໃຫ້ຄໍາ​ເຫັນ​ຮ່ວມ​ກັນ​ວ່າ: ສະມະຄົມລາວວຽງແຫ່ງນີ້ ເປັນສັນຍະລັກໜຶ່ງ ແຫ່ງຄວາມສຳພັນ ແລະ ຜູກພັນເປັນເວລາຍາວນານ ຂອງປະຊາຊົນສອງຊາດລາວ-ໄທ ເປັນຕົ້ນແມ່ນ ຊາວລາວວຽງ ເຊິ່ງພວກເຮົາເຫັນກັນໃນທຸກມື້ນີ້ ມີຫລາຍສິ່ງຫລາຍຢ່າງທີ່ມີເອກກະລັກທີ່ຄ້າຍຄືກັນທີ່ສຸດ, ມີຂະນົບທຳນຽມ, ຮີດຄອງປະເພນີ, ວັດທະນາທຳ, ສາສະໜາ ແລະ ມີພາສາປາກເວົ້າ ທີ່ຄ້າຍຄືກັນ.

ການສ້າງຕັ້ງສະມາຄົມແຫ່ງນີ້ ແມ່ນສ່ວນໜຶ່ງໃນການປະກອບສ່ວນ ເພື່ອເສີມຂະຫຍາຍສາຍພົວພັນຖານບ້ານພີ່ເມືອງນ້ອງ ແລະ ການຮ່ວມມືທີ່ດີຕໍ່ກັນ ລະຫວ່າງສອງປະເທດ ໃຫ້ມີການພັດທະນາ ແລະ ເຕີບໃຫ່ຍ ຢ່າງຕໍ່ເນື່ອງ ປະກອບສ່ວນສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຄົມອາຊຽນອີກດ້ວຍ.

ທ່ານ ຫລີ ບຸນຄ້ຳ ຍັງສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພີ່ນ້ອງລາວວຽງ ຈັງຫວັດສະຫລະບູລີ ໂດຍສະເພາະ ທ່ານຜູ້ວ່າຣາຊະການຈັງຫວັດ ທີ່ໃຫ້ການຕ້ອງຮັບອັນອົບອຸ່ນ ແລະ ກ່າວສະແດງຍ້ອງຍໍຊົມເຊີຍ ຕໍ່ການສ້າງຕັ້ງສະມາຄົມດັ່ງກ່າວ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ແລະ ການປຸ້ມລຸມຕຸ້ມຫໍ່ກັນແໜ້ນໜາຂອງຊາວລາວວຽງ ຕະຫລອດໄລຍະຜ່ານມາ, ອັນພົ້ນເດັ່ນແມ່ນຍັງສາມາດຮັກສາເອກະລັກທາງວັດທະນະທໍາ, ຂະນົບທໍານຽມ ແລະ ຮີດຄອງປະເພນີດັ້ງເດີມເອົາໄວ້ໄດ້,ຂໍຮຽກຮ້ອງຈົ່ງພ້ອມກັນສືບຕໍ່ປົກປັກຮັກສາ ການພົວພັນອັນດີງາມລະຫວ່າງ ລາວ-ໄທ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ພີ່ນ້ອງລາວວຽງຂອງສອງປະເທດ ໃຫ້ນັບມື້ພັດທະນາ ແລະ ຍືນຍົງຕະຫລອດໄປ.

ໃນໂອກາດເຂົ້າຮ່ວມໃນງານຄັ້ງນີ້ ທ່ານ ຫລີ ບຸນຄ້ຳ ພ້ອມດ້ວຍຄະນະຊາວລາວວຽງ ຍັງໄດ້ເຂົ້າຮ່ວມປູກເຂົ້າແບບບູຮານ, ຢ້ຽມຊົມຫໍພິພິທະພັນຂອງຊຸມຊົນຊາວລາວວຽງ ແລະ ຮັບປະທານອາຫານທ່ຽງກັນຢ່າງສະໜິດສະໜົມອີກດ້ວຍ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...