Homeຂ່າວຕ່າງປະເທດບັງກະລາເດສ ຕົກລົງຊື້ເຂົ້າຈາກກຳປູເຈຍ 1 ລ້ານໂຕນ ຫັລງຜົນຜະລິດໃນປະເທດເສຍຫາຍຈາກນ້ຳຖ້ວມ

ບັງກະລາເດສ ຕົກລົງຊື້ເຂົ້າຈາກກຳປູເຈຍ 1 ລ້ານໂຕນ ຫັລງຜົນຜະລິດໃນປະເທດເສຍຫາຍຈາກນ້ຳຖ້ວມ

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 2 ສິງຫາຜ່ານມານີ້ວ່າ ຕາມການເປີດເຜີຍຂອງກະຊວງການຄ້າກຳປູເຈຍ ລັດຖະມົນຕີກະຊວງການຄ້າກຳປູເຈຍ ແລະ ບັງກະລາເດສ ໄດ້ບັນລຸຂໍ້ຕົກລົງຊື້ຂາຍເຂົ້າຮ່ວມກັນ ໂດຍບັງກະລາເດສຕົກລົງຈະຊື້ເຂົ້າຈາກກຳປູເຈຍ ຈຳນວນ 1 ລ້ານໂຕນ ໃນໄລຍະ 5 ປີ, ຊຶ່ງຈະເລີ່ມມີການສົ່ງອອກຂາຍ ປະມານເດືອນຕຸລາປີນີ້ ຫລັງຈາກມີການລົງນາມ ໃນຂໍ້ຕົກລົງດັ່ງກ່າວ.

ທັງນີ້, ບັງກະລາເດສ ເປັນຜູ້ຜະລິດເຂົ້າລາຍໃຫຍ່ອັນດັບທີ 4 ຂອງໂລກ ແຕ່ປັດຈຸບັນໄດ້ກາຍເປັນຜູ້ນຳເຂົ້າເຂົ້າສານລາຍໃຫຍ່ ພາຍຫລັງເກີດນ້ຳຖ້ວມຢ່າງໜັກໜ່ວງ ເມື່ອເດືອນເມສາທີ່ຜ່ານມາ ສົ່ງຜົນເຮັດໃຫ້ຜົນຜະລິດເຂົ້າພາຍໃນປະເທດຫລຸດລົງ ແລະ ປະລິມານເຂົ້າສຳຮອງຂອງປະເທດ ກໍຫລຸດລົງ ແລະ ມີລາຄາເພີ່ມສູງຂຶ້ນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...