spot_img
Homeຂ່າວການພັດທະນາແຂວງຊຽງຂວາງ-ກະຊວງ ຖວທ ຫາລືກຽມສະເໜີແຫລ່ງໄຫຫີນ 11 ແຫ່ງ ເປັນມໍລະດົກໂລກ

ແຂວງຊຽງຂວາງ-ກະຊວງ ຖວທ ຫາລືກຽມສະເໜີແຫລ່ງໄຫຫີນ 11 ແຫ່ງ ເປັນມໍລະດົກໂລກ

Published on

ຂປລ. ໃນ​ວັນ​ທີ 2 ສິງຫາ 2017 ນີ້, ​ແຂວງ​ຊຽງ​ຂວາງ ຮ່ວມ​ກັບກົມ​ມໍ​ລະ​ດົກ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ດຳ​ເນີນກອງ​ປະ​ຊຸມ​ປຶ​ກ​ສາ​ຫາ​ລື​ ​ເພື່ອ​ກະກຽມ​ນຳ​ສະ​ເໜີ​ ແຫລ່ງ​ໄຫ​ຫີນ​ ຈຳນວນ 11 ແຫ່ງ ​ເຊິ່ງມີ​ໄຫ​ຫີນທັງ​ໝົດ 999 ໜ່ວຍ​ ​ເຂົ້າ​ເປັນ​ມໍລະດົກ​ໂລກ. ພາຍ​ໃຕ້​ການ​ເປັນ​ປະທານ ຂອງ ທ່ານ ບົວ​ສ​ອນ ສີ​ນວນ​ທອງ ຮອງ​ເຈົ້າ​ແຂວງ​ຊຽງ​ຂວາງ, ຜູ້​ຊີ້​ນຳ​ວຽກ​ງານ ​ວັດ​ທະ​ນະ​ທຳ-ສັງ​ຄົມ​ ຂັ້ນ​ແຂວງ, ມີທ່ານ ທອງ​ໃບ ໂພ​ທິ​ສານ ຫົວ​ໜ້າ​ກົມ​ມໍ​ລະ​ດົກ​ ກະ​ຊວງ​ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ, ມີວິ​ຊາ​ການ​ຈາກ​ ອຸຍ​ແນສະ​ໂກ ປະ​ຈຳລາວ ແລະ ປະ​ຈຳ​​ປະ​ເທດ​ໄທ ​ແລະ ພາກສ່ວນ​ກ່ຽ​ວຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ໄດ້​ ​ລາຍ​ງານການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ​ໂຄງ​ການ​ ໃນ​ໄລ​ຍະ​ຜ່ານ​ມາ, ລາຍ​ງານ​ຜົນ​ສຳຫລວດເກັບ​ກຳ​ຂໍ້​ມູນ​ທາງ GPS ຂອງ​ຄະ​ນະ​ວິ​ຊາ​ການ, ການ​ກະ​ກຽມ​ແຜນ​ທີ່ ແລະ ການ​ກຳ​ນົດ​ຂອບ​ເຂດພື້ນ​ທີ່ອະ​ນຸ​ລັກ ປົກ​ປັກ​ຮັກ​ສາ, ການ​ເກັບ​ກຳ​ຂໍ້​ມູນ​ຕອບ​ສະ​ໜອງ​ແກ່​ໂຄງ​ການ​ຂອງ​ແຂວງ, ຜ່ານ​ເນື້ອ​ໃນ ແລະ ອົງ​ປະ​ກອບ​ຂອງ​ຄຳ​ຮ້ອງ​ ນຳ​ສະ​ເໜີ​ແຫລ່ງ​ໄຫ​ຫີນ ເປັນ​ມໍ​ລະ​ດົກ​ໂລກ, ລະ​ບຽບ​ການ​ຄຸ້ມ​ຄອງ​ແຫລ່ງ​ໄຫ​ຫີນ, ການ​ມີ​ສ່ວນ​ຮ່ວມ​ຂອງ​ຊຸມ​ຊົນຕໍ່​ກັບວຽກ​ງານ​ປົກ​ປັກ​ຮັກ​ສາ​ ແລະ ​ຂະ​ບວນ​ການ, ຂັ້ນ​ຕອນໃນ​ການ​ຂຽນ​ຄຳ​ຮ້ອງສະ​ເໜີ​ ພາຍຫລັງ​ຖືກ​ຮັບ​ຮອງຈາກ​ລັດ​ຖະ​ບານ ສປ​ປ ລາວ.

ຈາກນັ້ນຜູ້​ແທນກອງ​ປະ​ຊຸມ​ ໄດ້​ພ້ອມ​ກັນຄົ້ນ​ຄວ້າ ພິ​ຈາ​ລະ​ນາຫລາຍ​ບັນ​ຫາ ເພື່ອ​ເຮັດ​ໃຫ້​ບົດ​ລາຍ​ງານ​ ການ​ສະ​ເໜີ​ແຫລ່ງ​ໄຫ​ຫີນ ​ເປັນ​ມໍ​ລະ​ດົກ​ໂລກ​ ມີ​ຄວາມສົມ​ບູນ ​ແລະ ຄົບ​ຖ້ວນ ເພື່ອ​ນຳ​ສະ​ເໜີ​ລັດຖະບານ ພິຈາລະນາ​ໃນ​ຂັ້ນ​ຕໍ່​ໄປ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...