Homeຂ່າວພາຍ​ໃນສປປ ລາວ ກຽມເຈລະຈາຄັ້ງທີ 2 ກັບສະຫະພາບເອີຣົບ ສົ່ງເສີມການຄ້າໄມ້ຖືກກົດໝາຍ

ສປປ ລາວ ກຽມເຈລະຈາຄັ້ງທີ 2 ກັບສະຫະພາບເອີຣົບ ສົ່ງເສີມການຄ້າໄມ້ຖືກກົດໝາຍ

Published on

ຂປລ. ບັນດາ​ຕົວ​ແທນ​ຈາກ​ພາກລັດ, ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ ​ແລະ ຂະ​ແໜງ​ອຸດສາ​ຫະກຳ​ປຸງ​ແຕ່ງ​ໄມ້​ ໄດ້​​ເຂົ້າກອງ​ປະຊຸມ​ວິຊາ​ການ ​ເຊິ່ງຈັດ​ຂຶ້ນ ໃນ​ວັນ​ທີ 2 ສິງຫາ 2017 ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ປຶກສາ​ຫາລື ​ແລະ ກະກຽມ​ໃນ​ການເຈລະຈາ​ເປັນ​ຄັ້ງ​​ທີ 2 ກັບ​ສະຫະພາບ​ເອີຣົບ ​​​ກ່ຽວກັບ​ຂໍ້​ຕົກລົງ​ການ​ເຂົ້າ​ເປັນ​ຄູ່​ຮ່ວມ​ສັນຍາ​ການ​ຄ້າ​ແບບ​ສະໝັກ​ໃຈ, ພາຍ​ໃຕ້​ແຜນ​ງານການຈັດ​ຕັ້ງ​ປະຕິບັດ​ກົດໝາຍ, ການ​ຄຸ້ມ​ຄອງ ​ແລະ ການ​ຄ້າ​ໄມ້​​ ລະຫວ່າງ​ລາວ-​ສະຫະພາບ​ເອີຣົບ ເພື່ອ​ສົ່ງ​ເສີມ​ການ​ຄ້າ​ໄມ້​ທີ່​ຖືກ​ກົດໝາຍ.

ທ່ານ ຊູ​ຊາດ ​ໄຊ​ຍະ​ກຸມມານ ຫົວໜ້າ​ກົມ​ປ່າ​ໄມ້ ກະຊວງ​ກະສິກໍາ​-ປ່າ​ໄມ້​ ກ່າວ​ວ່າ: ຜ່ານ​ມາຂະ​ແໜງການ​ທີ່​ກ່ຽວຂ້ອງ ກັບ​ວຽກງານ​ປ່າ​ໄມ້ຂອງ​ລາວ ​ໄດ້​ມີ​ຄວາມ​ຄືບໜ້າ​ໃນ​ການ​ປັບປຸງ ນິຍາມ​ໄມ້​ທີ່​ຖືກ​ກົດໝາຍ ​ເພື່ອ​ເປັນ​ບາດກ້າວ​ສຳຄັນ ທີ່​ຈະ​ກ້າວ​ເຂົ້າ​ສູ່​ຕະຫລາດ ​ສະຫະພາບ​ເອີຣົບ ​ເຊິ່ງ​ເປັນ​ຂອດ​ທີ່​ຈຳ​ເປັນ ເພາະ​ອີງຕາມ​ລະບຽບກົດໝາຍ ​ແມ່ນ​ຫ້າມນຳ​ເຂົ້າ ​ແລະ ຂາຍ​ໄມ້​ທີ່​ຜິດ​ກົດໝາຍ ​ໃນ​ຕະຫລາດສະຫະພາບ​ເອີຣົບ. ສະ​ນັ້ນ ນິຍາມ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ຈະ​ສະ​ແດງ​ໃຫ້​ເຫັນ​ເຖິງການ​ຄຸ້ມ​ຄອງປ່າ​ໄມ້​ທີ່​ດີ ​ແລະ ການ​ບໍລິຫານ​ຈັດການ​ໄມ້​ແບບ​ຍືນ​ຍົງ ​ເຊິ່ງຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ເພີ່ມ​ຂຶ້ນ​ຂອງ​ເນື້ອ​ທີ່​ປົກ​ຫຸ້ມປ່າ​ໄມ້​​ ໃນ​ລາວໃຫ້​ໄດ້​ເຖິງ 70% ດັ່ງ​ທີ່​ໄດ້​ລະບຸ​ໄວ້​ ໃນ​ແຜນ​ຍຸດ​ທະ​ສາດ​ປ່າ​ໄມ້​ ປີ 2020. ພາຍ​ໃຕ້​ແຜນ​ງານ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ, ການ​ຄຸ້ມ​ຄອງ ​ແລະ ການ​ຄ້າ​ໄມ້​​ ຂອງສອງ​ຝ່າຍ​ ​ໂດຍ​ສະ​ເພາະ​ແມ່ນ ​ການ​ປັບປຸງ​ວຽກ​ງານ​ການ​ເຄື່ອນ​ຍ້າຍ​ຂອງ​ໄມ້​ ໃນ​ບັນດາ​ແຂວງ​ທົດ​ລອງ​ຕ່າງໆ​​ແມ່ນຈະ​ຊ່ວຍ​ບັນລຸ​ເປົ້າ​ໝາຍ​ໂດຍ​ລວມ ຂອງ​ຄໍາ​ສັ່ງ​​ເລກທີ 15/ນຍ ອີກ​ດ້ວຍ.

ທ່ານ ຊູ​ຊາດ ​ໄຊ​ຍະ​ກຸມມານ​ ກ່າວ​ອີກ​ວ່າ: ​ແຜນ​ງານ​ດັ່ງກ່າວ ໄດ້ຮັບ​ການ​ລິ​ເລີ່​ມ​ໂດຍ​ລັດຖະບານ​ແຫ່ງ ສປປ ລາວ ​ແລະ ພາກສ່ວນ​ກ່ຽວຂ້ອງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ທີ່​ມີ​ເປົ້າ​ໝາຍ​ໃນ​ການ​ສົ່ງ​ເສີມ​ການ​ຄຸ້ມ​ຄອງ​ປ່າ​ໄມ້​ທີ່​ດີ ​ແລະ ການ​ຫລຸດຜ່ອນ​ການ​ຕັດ​ໄມ້​ທີ່​ຜິດ​ກົດໝາຍ ​ໃນ​ປະ​ເທດ​ລາວ.ສຳລັບຂໍ້​ຕົກລົງ​ ການ​ເຂົ້າ​ເປັນ​ຄູ່​ຮ່ວມ​ສັນຍາ​ການ​ຄ້າ​ແບບ​ສະໝັກ​ໃຈ ​ເຊິ່ງ​ເປັນ​ຂໍ້​ຕົກລົງ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ ສະຫະພາບ​ເອີຣົບ ​ແລະ ປະ​ເທດ​ທີ່​ຜະລິດ​ໄມ້ເພື່ອ​ສົ່ງ​ອອກ​, ​ເປົ້າໝາຍສຳຄັນ​ແມ່ນ​ແກ້​ໄຂ​ການ​ຕັດ​ໄມ້​ທີ່​ຜິ​ດກົດໝາຍ ແລະ ສົ່​ງເສີມການ​ຄ້າຜະລິດ​ຕະພັນ​ໄມ້ ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...