spot_img
Homeຂ່າວເຫດການຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ

ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ

Published on

ຂປລ. ລະຫວ່າງວັນ 26-29 ກໍລະກົດ 2017, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ນຳພາຄະນະຜູ້ແທນຂອງລາວ ປະກອບດ້ວຍກົມນະໂຍບາຍການເງິນ ແລະ ນິຕິກຳ, ກົມສ່ວຍສາອາກອນ, ກົມງົບປະມານ, ​ກົມພາສີ ແລະ ບັນດາກົມກ່ຽວຂ້ອງກະຊວງການເງິນ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ນະຄອນຫລວງ ພະນົມເປັນ ຣາຊະອານາຈັກ ກຳປູເຈຍ.

ໃນໄລຍະການເຄື່ອນໄຫວ ຢ້ຽມຢາມກຳປູເຈຍຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ພົບປະ ແລະ ເຮັດວຽກກັບ ທ່ານ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ, ທ່ານ ພອນໂມນີລົດ ລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງເສດຖະກິດ-ການເງິນ ຣາຊະອານາຈັກ ກຳປູເຈຍ, ພ້ອມດ້ວຍຄະນະ ທີ່ກ່ຽວຂອງກຳປູເຈຍ.

ກະຊວງເສດຖະກິດ-ການເງິນ ຣາຊະອານາຈັກກຳປູເຈຍ ໄດ້ລາຍງານໂດຍສັງເຂບ ກ່ຽວກັບການພັດທະນາເສດຖະກິດຂອງກຳປູເຈຍ, ນະໂຍບາຍການເງິນ, ການຈັດຕັ້ງປະຕິບັດ ງົບປະມານ, ການນຳສະເໜີໂຄງການ ການປະຕິຮູບການບໍລິຫານການເງິນ ງົບປະມານຂອງລັດ ແລະ ອື່ນໆ.

ຈຸດປະສົງຕົ້ນຕໍຂອງການໄປຢ້ຽມຢາມ ເຮັດວຽກຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ແລະ ບັນດາກົມກ່ຽວຂ້ອງ ກະຊວງການເງິນຄັ້ງນີ້ ແມ່ນໃນຮອບຫລາຍ 10 ປີ, ທັງເປັນການໄປແລກປ່ຽນບົດຮຽນ ກ່ຽວກັບວຽກງານ ຂະແໜງການເງິນ, ການປະຕິຮູບການເງິນ ສປປ ລາວ, ການປະຕິຮູບວຽກງານຂອງການນຳພາ ກະຊວງການເງິນ ເພື່ອຮັບປະກັນສະຖຽນລະພາບ ຂອງການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ເພີ່ມຂຶ້ນທຸກໆປີ, ປັບປຸງກົນໄກການຈັດເກັບລາຍຮັບ, ປັບປຸງການບໍລິຫານຂອງລັດ ເຮັດຜູ້ເສຍພາສີ-ອາກອນເຂົ້າໃຈ ແລະ ຈິງໃຈໃນເສຍພັນທະໃຫ້ລັດ ຢ່າງຖືກຕ້ອງ.

ຄຽງຄູ່ກັນນີ້, ຍັງໄດ້ແລກປ່ຽນບົດຮຽນ ກັບການນຳໃຊ້ລະບົບ IT ເພື່ອໃຫ້ຜູ້ເສຍພັນທະເຂົ້າລັດຢ່າງໂປ່ງໃສ, ແນໃສ່ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ມີປະສິດທິພາບ, ເພີ່ມປະສິດທິພາບໃນການບໍລິການ, ປັບປຸງນະໂຍບາຍການເມືອງຂອງລັດຖະບານ ໃນການນຳໃຊ້ງົບປະມານໃຫ້ຖືກຕ້ອງຕາມເປົ້າໝາຍ, ການປະຕິຮູບການເງິນ ຕ້ອງສາມາດຕອບສະໜອງ ກັບລາຍຈ່າຍຂອງປະເທດ ແລະ ຢ້ຽມຊົມສູນລະບົບຂໍ້ມູນຂ່າວສານ ຈັດການບໍລິຫານການເງິນ ຂອງກະຊວງເສດຖະກິດ-ການເງິນ ລາຊະອານາຈັກກຳປູເຈຍ.

ພ້ອມ​ນີ້ ທ່ານ ສົມດີ ດວງດີ, ພ້ອມດ້ວຍຄະນະກົມກ່ຽວຂ້ອງ ກະຊວງການເງິນ ຍັງໄດ້ຕີລາຄາສູງເພາະມັນເປັນການ ແລກປ່ຽນບົດຮຽນບົນພື້ນຖານ ຂອງສອງກະຊວງການເງິນ ລາວ-ກຳປູເຈຍ, ເຫັນດີໃຫ້ການຮ່ວມມື ຢ່າງຮອບດ້ານ ແລະ ການປະສານສົມທົບ ຂອງບັນດາກົມກ່ຽວຂ້ອງໃຫ້ມີການແລກປ່ຽນຢ້ຽມຢາມ ລະຫວ່າງ ສອງກະຊວງເປັນປົກກະຕິ.

ໃນໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ສະແດງ ຄວາມປິຕິຍິນດີ ແລະ ຄວາມຂອບໃຈຢ່າງຈິງໃຈ ຕໍ່ການນຳ ແລະ ເຈົ້າໜ້າທີ່ຂັ້ນສູງຂອງກຳປູເຈຍ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກ ທຸກປະການແກ່ການມາຢ້ຽມຢາມ ເຮັດວຽກໃນຄັ້ງນີ້ ໂດຍໄດ້ສະແດງເຖິງຄວາມມຸ້ງມາດ ປາດຖະໜາຂອງ ພັກ-ລັດ ແຫ່ງ ສປປ ລາວ ໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຖານບ້ານໃກ້ເຮືອນຄຽງ ລະຫວ່າງ ປະຊາຊົນສອງຊາດ ລາວ-ກຳປູເຈຍ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນ ຢ່າງບໍ່ຢຸດຢັ້ງ.

ໃນລະຫວ່າງການຢ້ຽມທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ຍັງໄດ້ນຳເອົາຄວາມຢ້ຽມຢາມ ຖາມຂ່າວຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວມາຍັງທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນນາຍົກ ລັດຖະມົນຕີ ແຫ່ງລາຊາອະນາຈັກ ກຳປູເຈຍ, ພ້ອມທັງໄດ້ຊົມເຊີຍ ໃນການເລືອກຕັ້ງ, ການປະຕິຮູບຂະແໜງການເງິນ, ພ້ອມທັງຈະເພີ່ມທະວີ ການຮ່ວມມືຢ່າງແໜ້ນແຟ້ນກວ່າເກົ່າ ລະຫວ່າງ ສປປ ລາວ-ລາຊະອານາຈັກ ກຳປູເຈຍ.

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ສົມດີ ດວງດີ ໄດ້ນຳພາຄະນະຜູ້ແທນ ເດີນທາງກັບຄືນເຖິງ ນະຄອນຫລວງວຽງຈັນ ໃນຕອນຄ່ຳຂອງວັນທີ 29 ກໍລະກົດ 2017.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...