Homeຂ່າວພາຍ​ໃນປະທານສະພາເນັ້ນຕ້ອງຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟຢ່າງຍຸຕິທໍາ

ປະທານສະພາເນັ້ນຕ້ອງຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟຢ່າງຍຸຕິທໍາ

Published on

ວັນທີ 30 ກໍລະກົດ 2017 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມປະຊາຊົນ ບ້ານບວມອໍ້, ເມືອງຊຽງເງິນ ໂດຍມີ ທ່ານ ສາຍສະໝອນ ທິດາກອນ ເຈົ້າເມືອງຊຽງເງິນ, ອົງການປົກຄອງບ້ານແລະພໍ່-ແມ່ປະຊາຊົນໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງ 100 ກວ່າຄົນ.

ທ່ານ ສາຍສະໝອນ ທິດາກອນ ເຈົ້າເມືອງຊຽງເງິນກໍໄດ້ລາຍງານສະພາບໂດຍຫຍໍ້ຕໍ່ ທ່ານ ປະທານສະພາແຫ່ງຊາດຮັບຊາບກ່ຽວກັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ວ່າ ບ້ານ ບວມອໍ້ ເປັນບ້ານຊົນເຜົ່າກຶມມຸ, ມີຈຳນວນ 98 ຄອບຄົວ 102 ຫລັງຄາ, ພົນລະເມືອງທັງໝົດ 404 ຄົນ, ຍິງ 206 ຄົນ, ຖືກຜົນກະທົບຈາກໂຄງການກໍ່ສ້າງງທາງລົດໄຟລາວ-ຈີນ ມີເນື້ອທີ່ດິນທັງໝົດ 3 ກວ່າເຮັກຕາ ໃນນີ້ມີດິນຂອງປະຊາຊົນ 94 ຕອນ ເນື້ອທີ່ 32.00 ກວ່າຕາແມັດ ດິນລວມບ້ານເຊັ່ນ: ໂຮງຮຽນ, ສະໂມສອນ ແລະ ດິນສາທາລະນະຈຳນວນ 3 ຕອນ ເນື້ອທີ່ 4.119 ຕາແມັດ; ຜົນກະທົບດ້ານສິ່ງປຸກສ້າງ ມີເຮືອນ 102 ຫລັງ ເຊິ່ງເປັນເຮືອນຖາວອນ 55 ຫລັງ, ເຄິ່ງຖາວອນ 33 ຫລັງ, ປະຖົມປະຖານ 11 ຫລັງ, ໂຮງຮຽນປະຖົມສົມບູນ 1 ແຫ່ງ ແລະ ສະໂມສອນບ້ານ 1 ຫລັງ; ຜົນກະທົບດ້ານເຄື່ອງປູກຂອງຝັງປະເພດໄມ້ໃຫ້ໝາກ 639 ຕົ້ນ, ໄມ້ອຸດສາຫະກຳ 591 ຕົ້ນ ແລະ ອື່ນໆ. 

ໂອກາດດັ່ງກ່າວນີ້ ທ່ານ ປະທານສະພາແຫ່ງຊາດ ກໍໄດ້ມີຄຳຖາມເຈາະຈິ້ມຕື່ມກ່ຽວກັບຄວາມຮັບຮູ້ຂອງປະຊາຊົນຕໍ່ການປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມທັງໄດ້ທິດຊີ້ນໍາໃນການປະຕິບັດໂຄງການຢູ່ທ້ອງຖີ່ນເມືອງຊຽງເງິນ, ໂດຍສະເພາະແມ່ນການປະຕິບັດວຽກງານຊົດເຊີຍຜົນກະທົບໃຫ້ແກ່ປະຊາຊົນ ຕ້ອງປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການແກ້ໄຂຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ໃນນັ້ນຕ້ອງຊົດ ເຊີຍໃຫ້ປະຊາຊົນຢ່າງຮັບປະກັນ, ມີຄວາມຖຶກຕ້ອງ, ໂປງໃສ ແລະ ຍຸຕິທຳ. ນອກນັ້ນຍັງໄດ້ຮຽກຮ້ອງໃຫ້ພາກສວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນການນຳຂອງແຂວງ, ເມືອງ ພາຍຫລັງທີ່ສຳເລັດການຍົກຍ້າຍແລ້ວ ຕ້ອງຮີບຮ້ອນຈັດສັນພື້ນທີ່ທຳການຜະລິດໃຫ້ແກ່ປະຊາຊົນໂດຍດ່ວນ.

 

ແຫລ່ງຂ່າວ: ສຳນັກສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...