Homeຂ່າວການສຶກສາຈີນປະກາດຈະເພີ່ມທຶນສຶກສາຂຶ້ນ 2 ເທົ່າໃຫ້ອາຊຽນພາຍໃນ 2025

ຈີນປະກາດຈະເພີ່ມທຶນສຶກສາຂຶ້ນ 2 ເທົ່າໃຫ້ອາຊຽນພາຍໃນ 2025

Published on

ວັນທີ 28-29 ກໍລະກົດ 2017 ທີ່ ນະຄອນກຸ້ຍຢາງ, ແຂວງກຸ້ຍໂຈວ ສປ ຈີນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານ ສັບປະດາການຮ່ວມມືດ້ານວຽກງານການສຶກສາ ອາຊຽນ-ຈີນ ຄັ້ງທີ 10 ພາຍໃຕ້ການເປັນປະທານຂອງ ທ່ານນາງ ລິວ ຈຽນ ຕົງ, ຮອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາຊົນຈີນ.

ຄຳຂວັນ ສຳລັບ ງານສັບປະດາປີນີ້ ແມ່ນ “ແບ່ງປັນຄວາມສຳເລັດ ໃນການຮ່ວມມືດ້ານການສຶກສາ ແລະ ເລີ່ມຕົ້ນບົດຮຽນໃໝ່ ໄປພ້ອມກັນກັບ ຂໍ້ລິເລີມ ໜຶ່ງແລວທາງ ໜຶ່ງເສັ້ນທາງ”. ຈຸດປະສົງຂອງງານ ແມ່ນເພື່ອສົ່ງເສີມການແລກປ່ຽນ ລະຫວ່າງ ປະຊາຊົນກັບປະຊາຊົນ ແລະ ເປີດໂອກາດໃຫ້ແກ່ອາຊຽນ ແລະ ຈີນ ໄດ້ຮຽນຮູ້ເຊິ່ງກັນ ແລະ ກັນ.

ໃນໂອກາດເຂົ້າຮ່ວມງານຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີໄດ້ຄຳປາໃສໂດຍຕາງໜ້າບັນດາປະເທດສະມາຊິກອາຊຽນ ເຊິ່ງໄດ້ຕີລາຄາສູງຕໍ່ໝາກຜົນຄວາມສຳເລັດຂອງການພົວພັນ ອາຊຽນ-ຈີນ ຕະຫລອດໄລຍະສອງທົດສະວັດເຄິ່ງຜ່ານມາ ເປັນຕົ້ນແມ່ນ ໃນປີ 2016 ຜ່ານມາ ອາຊຽນ ແລະ ຈີນ ໄດ້ສະເຫລີມ ສະຫລອງວັນຄົບຮອບ 25 ປີ ແຫ່ງການສ້າງສາຍພົວພັນອາຊຽນ-ຈີນ ໃນນັ້ນ ຫລາຍກິດຈະກໍາທີ່ສຳຄັນໄດ້ຈັດຕັ້ງປະຕິບັດສໍາເລັດຜົນດີ ແລະ ສຳຄັນທີ່ສຸດ ແມ່ນໄດ້ຈັດກອງປະຊຸມສຸດຍອດສະເຫລີມສະຫລອງຂຶ້ນໃນເດືອນກັນຍາ 2016 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ສປປ ລາວ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ ເຊິ່ງເປັນຂີດໝາຍທາງປະຫວັດສາດ ໃນການສ້າງກາລະໂອກາດທີ່ສຳຄັນ ສຳລັບ ອາຊຽນ ແລະ ຈີນ ທັງເປັນພື້ນຖານທີ່ເຂັ້ມແຂງໃນການເສີມສ້າງການພົວພັນ ອາຊຽນ-ຈີນ ໃນທົດສະວັດ ຕໍ່ໆໄປ. ພ້ອມນີ້, ບັນດາຜູ້ນຳຂອງທັງສອງຝ່າຍ ໄດ້ຢືນຢັນເຖິງຄວາມໝາຍໝັ້ນຂອງຕົນ ໃນການເສີມສ້າງການເປັນຄູ່ຮ່ວມຍຸດທະສາດອາຊຽນ-ຈີນ ໂດຍຜ່ານການຈັດຕັ້ງປະຕິບັດບັນດາແຜນປະຕິບັດງານ ອາຊຽນ-ຈີນ 2016-2020 ເຊິ່ງຈະເປັນການສົ່ງເສີມການແລກປ່ຽນ ລະຫວ່າງ ປະຊາຊົນກັບປະຊາຊົນ ໃນດ້ານການສຶກສາ, ກິລາ ແລະ ວັດທະນະທຳ, ການຮັດແຄບຄວາມແຕກໂຕນກັນດ້ານການພັດທະນາ, ການເຊື່ອມຈອດອາຊຽນ, ການເຊື່ອມໂຍງອາຊຽນ, ການສ້າງປະຊາຄົມອາຊຽນ ແລະ ຂໍ້ລິເລີ້ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ໃນອະນາຄົດ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວຕື່ມອີກວ່າ ເຖິງວ່າ ອາຊຽນໄດ້ປະກາດສ້າງປະຊາຄົມອາຊຽນແລ້ວ, ແຕ່ອາຊຽນ ຈະສືບຕໍ່ຈັດຕັ້ງປະຕິບັດແຜນປະຕິບັດງານວິໄສທັດປະຊາຄົມອາຊຽນ 2025, ລວມທັງແຜນແມ່ບົດການເຊື່ອມຈອດອາຊຽນ 2025. ໃນຂະນະດຽວກັນ, ຂໍ້ລິເລີ້ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ກໍ່ແມ່ນໜຶ່ງໃນບັນດາ ຂໍ້ລິເລີ້ມທີ່ສຳຄັນ ເພື່ອວາງທິດທາງຍຸດທະສາດ ໃນການຮ່ວມມືອາຊຽນ-ຈີນ ໃນອະນາຄົດ. ອາຊຽນ ຕີລາຄາສູງ ຕໍ່ການປະກາດຂອງ ລັດຖະບານຈີນ ເພື່ອສືບຕໍ່ ຊ່ວຍເຫລືອເຂົ້າໃນຂະແໜງການສຶກສາເພີ່ມເປັນ 2 ເທົ່າໃຫ້ອາຊຽນຈໍານວນ 3 ແສນເທື່ອຄົນ ພາຍໃນປີ 2025 ໂດຍຜ່ານໂຄງການຮ່ວມມືເສັ້ນທາງສາຍໄໝ ສໍາລັບປີ 2017 ນີ້ ຈີນຍັງໃຫ້ທຶນການສຶກສາ 1.000 ທຶນ ຕໍ່ອາຊຽນ ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢ່າງໜັກແໜ້ນ, ການແລກປ່ຽນການໄປມາຫາສູ່ກັນຂອງປະຊາຊົນ ແລະ ພາຍໃນປີ 2020 ໃຫ້ມີນັກທ່ອງທ່ຽວຈາກທັງສອງຝ່າຍ ເຖິງ 30 ລ້ານຄົນ.

ນອກຈາກເຂົ້າຮ່ວມງານສັບປະດາການຮ່ວມມືດ້ານວຽກງານການສຶກສາ ອາຊຽນ-ຈີນ ແລ້ວ, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບ ທ່ານ ນາງ ລິວ ຈຽນ ຕົງ, ຮອງນາ ຍົກລັດຖະມົນຕີ ແຫ່ງ ສປ ຈີນ ເຊິ່ງທັງສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຍິນດີ ທີ່ເຫັນວ່າການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຈີນ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ລົງເລິກໃນວຽກງານຕົວຈິງຫລາຍດ້ານ. ນອກນີ້, ການນໍາຂັ້ນສູງຂອງສອງປະເທດ ກໍໄດ້ສືບຕໍ່ແລກ ປ່ຽນການຢ້ຽມຢາມ ເຊິ່ງກັນແລະກັນ ຢ່າງເປັນປົກກະຕິ. ໃນປີ 2016 ທີ່ຜ່ານມາ ການນຳຂັ້ນສູງຂອງລາວຫລາຍທ່ານ ກໍໄດ້ເດີນທາງ ມາຢ້ຽມຢາມທາງການ ຢູ່ ສປ ຈີນ, ແລະ ທັງສອງຝ່າຍເຫັນດີສະໜັບສະໜູນໃຫ້ສືບຕໍ່ມູນເຊື້ອອັນດີງາມດັ່ງກ່າວ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...