Homeຂ່າວທ້ອງຖິ່ນຄຳເຕືອນ ໃຫ້ສືບຕໍ່ເຝົ້າລະວັງສະພາບຝົນຕົກໜັກ, ນໍ້າຖ້ວມຊຸ່ ແລະ ນໍ້າຖ້ວມຍື່ງ

ຄຳເຕືອນ ໃຫ້ສືບຕໍ່ເຝົ້າລະວັງສະພາບຝົນຕົກໜັກ, ນໍ້າຖ້ວມຊຸ່ ແລະ ນໍ້າຖ້ວມຍື່ງ

Published on

ລາຍງານສະພາບອາກາດປະຈຳວັນທີ ວັນທີ 28 ກໍລະກົດ 2017 ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານແຂວງພາກເໜືອ ລົງຫາ ພາກກາງຂອງປະເທດລາວ, ປ່ອງເຂົ້າສູ່ລົມພາຍຸເນແສັດ (Nesat) ຫົວທີ9, ມີຈຸດໃຈກາງຢູ່ເສັ້ນຂະໜານທີ 20.0 ອົງສາເໜືອ ແລະ ເສັ້ນແວງທີ 125.8 ອົງສາຕາເວັນອອກ, ພວມເຄື່ອນທີໄປທາງທິດຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງພັດປົກຄຸມ, ຊຶ່ງລັກສະນະເຊັ່ນນີ້, ຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກເປັນບາງໂອກາດ ພ້ອມມີລົມພັດແຮງຢູ່ໃນແຂວງພາກກາງ ຫາ ພາກໃຕ້ຕື່ມອີກ. ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ທີ່ອາໄສຢູ່ໃນເຂດດັ່ງກ່າວ, ຈົ່ງສືບຕໍ່ເຝົ້າລະວັງ ແລະ ກຽມພ້ອມຮັບມືກັບສະພາບນໍ້າຖ້ວມຊຸ, ນໍ້າຖ້ວມອັ່ງ ແລະ ລົມພັດແຮງທີ່ອາດຈະເກີດຂື້ນ, ດັ່ງນັ້ນຈື່ງຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈໍາ.

 

ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...