Homeຂ່າວນໍ້າຖ້ວມເມືອງ ໄຊພູທອງ ນໍ້າຖ້ວມໜັກເນື້ອທີ່ເສຍຫາຍ 451 ເຮັກຕາ

ເມືອງ ໄຊພູທອງ ນໍ້າຖ້ວມໜັກເນື້ອທີ່ເສຍຫາຍ 451 ເຮັກຕາ

Published on

 ຈາກເຫດການ ພາຍຸຊົງກາ ພັດຜ່ານເຂົ້າມາໃນ ວັນທີ 23-27 ກໍລະກົດ 2017 ນີ້, ຝົນຕົກໜັກຖ້ວມກະທັນຫັນ ​ໃນ​ເນື້ອ​ທີ່ 451 ເຮັກຕາ, ມີ 254 ຄອບຄົວທີ່ໄດ້ຮັບ ຜົນກະທົບນໍ້າຖ້ວມ ໃນ 3 ກຸ່ມບ້ານຂອງເມືອງ ໄຊພູທອງ ແຂວງ ສະຫວັນນະເຂດ ຄື: ບ້ານພູມມະເຈດີ ຖ້ວມ 21 ເຮັກຕາ, ມີ 14 ຄອບຄົວ; ບ້ານໂພນທາດ ເນື້ອທີ່ຖ້ວມ 65 ເຮັກຕາ ມີ 25 ຄອບຄົວ; ບ້ານນາໝາກເກືອ ເນື້ອທີ 30  ເຮັກຕາ, ມີ 25 ຄອບຄົວ, ບ້ານໂພນສົ້ມໂຮງ ເນື້ອທີ່ 90 ເຮັກຕາ, ມີ 71 ຄອບຄົວ; ບ້ານດອນຕຸມ ເນື້ອທີ່ຖ້ວມ 50 ເຮັກຕາມີ 32 ຄອບຄົວ; ບ້ານມ່ວງໄຂ່ ເນື້ອທີ່ 12 ເຮັກຕາ ມີ 9 ຄອບຄົວ; ບ້ານນາຄໍາ ເນື້ອທີ່ຖ້ວມ 25 ເຮັກຕາ ມີ 14 ຄອບຄົວ ແລະ ບ້ານຕາດແດດ  ເນື້ອທີ່ຖ້ວມ 159 ເຮັກຕາ ມີ 64 ຄອບຄົວ.

ຈາກເຫດການນໍ້າຖ້ວມຄັ້ງນີ້ ເຮັດໃຫ້ເຂົ້ານາປີຂອງພໍ່ແມ່ປະຊາຊົນ ທີ່ກໍາລັງດໍາຫາກໍສໍາເລັດຖືກນໍ້າໄຫລເຂົ້າຖ້ວມ ເຄື່ອງປູກຂອງປະຊາຊົນອີກຈໍານວນໜຶ່ງ.
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...