spot_img
Homeນານາສາລະໄພຫງຽບຈາກການອາບນ້ຳດ້ວຍສະບູ່ແຫລວ ເຖິງຕາຍ

ໄພຫງຽບຈາກການອາບນ້ຳດ້ວຍສະບູ່ແຫລວ ເຖິງຕາຍ

Published on

      index

19 ສິງຫາ 2014 ຜູ້​ສືບຂ່າວ​ລາຍ​ງານ​ວ່າ ໃນ​ໂຊ​ຊຽວມີ​ການ​ແຊຂໍ້​ມູນ​ກ່ຽວກັບ​ຄຸນສົມບັດ​ຂອງສະ​ບູອາບ​ນ້ຳ ເນື່ອງຈາກ​ປະຈຸບັນ​ມີ​ການ​ໂຄສະນາ​ສະບູແຫລວຢ່າງ​ຫລວງຫລາຍແຕ່​ເຊື່ອ​ ຫລື​ ບໍ່​ວ່າ ອາບ​ນ້ຳ​ດ້ວຍ​ສະ​ບູແຫລວ ຕາຍ​ໄວ!! ” ໂດຍ​ມີ​ຂໍ້​ມູນ​ຈາກ​ວາລະ​ສານ​ ກະເສດຕະກຳ​ທຳມະຊາດ ໄດ້ລະ​ບຸ​ໄວ້​ຢ່າງ​ຊັດເຈນ ສະ​ບູແຫລວ​ທີ່​ເຮົາ​ໃຊ້​ກັນ​ຢູ່​ນັ້ນສ່ວນ​ໃຫຍ່​ບໍ່ແມ່ນ​ສະ​ບູແຕ່​ເປັນ​ສານ​ເຄ​ມີ​ລ້ວນໆ

ສະ​ບູແຫລວ​ທີ່​ດີ​ແທ້ໆ ຈະ​ຕ້ອງ​ມີ​ສ່ວນ​ປະສົມ​ຂອງ​ ສະ​ບູຢ່າງ​ນ້ອຍ 25%ແລ້ວ​ທີ່​ເຫລືອ​ເປັນນ້ຳ ແຕ່​ຄວາມ​ເປັນ​ຈິງ​ແລ້ວ​ບໍ່​ມີສະ​ບູແຫລວ​ແບບ​ນີ້​ວາງ​ຂາຍ​ຢູ່​ເລີຍ ເພາະ​ຜະລິດຕະພັນ​ເກືອບ​ທຸກ​ຊະນິດ​ທີ່​ວາງ​ຂາຍ​ຢູ່​ນັ້ນ ເປັນ​ພຽງສານ​ຊັກ​ຟອກ ​ຫລື​ ໄດເທີເຈນ ປະສົມ​ກັບ​ສານ​ເຄ​ມີ​ສັງ​ເຄາະອື່ນໆ

ຜົນ​ກະທົບ​ທີ່​ອາດ​ເກີດ​ຂຶ້ນ​ຈາກ​ການ​ໃຊ້​ສະ​ບູແຫລວ ຄົງຈະບໍ່​ເກີດ​ຂຶ້ນ​ໃນ​​ທັນ​ທີທັນໃດ ແຕ່​ຈະ​ສະ​ສົມ​ເປັນ​ບັນຫາ​ໃນ​ໄລ​ຍະ​ຍາວ​ໄດ້ເພາະ​ສານ​ເຄ​ມີ​ເຫລົ່າ​ນີ້​ຈະ​ແຊກ​ຊຶມ​ລົງ​ໄປ​ໃນ​ຜິວ​ໜັງ ອະໄວຍະວະພາຍ​ໃນ ແລະ​ ກະ​ແສ​ເລືອດ​ໄດ້​ທຸກ​ເທື່ອ​ທີ່​ເຮົາ​ອາບ​ນ້ຳ SLS ຫລື ໂຊ​ດຽມ​ລໍ​ລິນ​ຊັນ​ເຟຕ  ໃຫ້ລອງ​ໄປຄົ້ນຄວ້າພວກ​ຜະລິດຕະພັນ​ຊັກ​ລ້າງ​ທຸກ​ຢ່າງ​ເບິ່ງ​ຈະ​ເຫັນ​ສ່ວນ​ປະສົມ​ນີ້​ແທ້ໆ ບາງ​ທີ​ໃຊ້​ຊື່​ວ່າ “ລໍ​ລິນ”ເປັນ​ສານ​ເຄ​ມີ​ອັນຕະລາຍ ຫລາຍ​ປະເທດ​ໃນ​ຍຸ​ໂລບ​ ແລະ​ ອະ​ເມ​ລິ​ກາ​ ມີ​ກົດ​ໝາຍ​ຫ້າມ​ໃຊ້​ແລ້ວ ແລະ​ ບາງ​ປະເທດ​ກໍ​ກຳ​ກັບໃຫ້​ມີ​ການ​ໃຊ້​ໜ້ອຍ​ລົງແຕ່​ໃນ​ບ້ານເມືອງເຮົາພັດ​ໃຊ້ກັນ​ຢ່າງ​ແພ່​ຫລາຍ

“ເປັນ​ສານ​ເຄ​ມີ​ທີ່​ດູດ​ຊຶມ​ຜ່ານ​ຜິວ​ໜັງ​ໄດ້​ງ່າຍ ​ແລະ ​ວ່ອງໄວ ສາມາດ​ສະ​ສົມ​ຢູ່ໃນ​ດວງ​ຕາ ສະຫມອງ ຫົວ​ໃຈ ຕັບ ແລະ​ ກໍ່​ບັນຫາ​ໃນ​ໄລ​ຍະ​ຍາວ ຍິ່ງ​ມີ​ການ​ໃຊ້​ຮ່ວມ​ກັບສານ​ປະກອບ​ຕະກູນ​ອາ​ມີນ ກໍ​ຈະ​ກາຍ​ເປັນ​ສານ​ກໍ່​ມະ​ເຮັງໃນ​ທີ່ສຸດ ສະ​ນັ້ນການ​ກັບ​ໄປ​ໃຊ້​ສະ​ບູກ້ອນ​ຈະ​ເປັນ​ທາງ​ເລືອກ​ທີ່​ດີ​ທີ່ສຸດ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...