Homeຂ່າວຕ່າງປະເທດສະໜາມບິນສາກົນຊາງງີ ສິງກະໂປ ໃຊ້ເຕັກໂນໂລຊີສຸດທັນສະໄໝ ເຊັກອິນ-ຜ່ານ ຕ.ມ ອັດຕະໂນມັດ

ສະໜາມບິນສາກົນຊາງງີ ສິງກະໂປ ໃຊ້ເຕັກໂນໂລຊີສຸດທັນສະໄໝ ເຊັກອິນ-ຜ່ານ ຕ.ມ ອັດຕະໂນມັດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ກໍລະກົດນີ້ວ່າ ອາຄານຜູ້ໂດຍສານແຫ່ງໃໝ່ (T4) ຂອງສະໜາມບິນສາກົນຊາງງີ ປະເທດສິງກະໂປ ຈະເປີດໃຫ້ບໍລິການຢ່າງເປັນທາງການພາຍໃນປີນີ້ ແມ່ນຈະນຳໃຊ້ເຕັກໂລໂລຊີຈື່ຈຳໃບໜ້າຜູ້ໂດຍສານທີ່ທັນສະໄໝ ເປັນແຫ່ງທຳອິດໃນພາກພື້ນອາຊີ ເຮັດໃຫ້ຜູ້ໂດຍສານຜ່ານອາຄານສະໜາມບິນດັ່ງກ່າວ ສາມາດຜ່ານຂັ້ນຕອນການເຊັກອິນ ໂຫລດກະເປົາ ຜ່ານດ່ານກວດຄົນເຂົ້າເມືອງ ໄປຈົນເຖິງການຂຶ້ນເຮືອບິນໂດຍສານ ແບບອັດຕະໂນມັດດ້ວຍຕົນເອງ ໂດຍບໍ່ຈຳເປັນຈະຕ້ອງມີເຈົ້າໜ້າທີ່ສະໜາມບິນ ມາເຮັດຂັ້ນຕອນຕ່າງໆໃຫ້ຫຍຸ້ງຍາກ.

ທັງນີ້ ການນຳໃຊ້ເຕັກໂນໂລຊີດັ່ງກ່າວ ແມ່ນເພື່ອແກ້ໄຂບັນຫາການຂາດແຄນແຮງງານຂອງສິງກະໂປ ຊຶ່ງຈະຊ່ວຍຫລຸດຜ່ອນການຈ້າງແຮງງານໃນໄລຍະຍາວໄດ້ 20% ແລະ ຍັງຈະຊ່ວຍເພີ່ມສັກກະຍະພາບ ຮອງຮັບຜູ້ໂດຍສານໂດຍລວມພາຍໃນປີ ເພີ່ມອີກ 16 ລ້ານຄົນ ລວມເປັນທັງໝົດ 82 ລ້ານຄົນຕໍ່ປີອີກດ້ວຍ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...