Homeຂ່າວຕ່າງປະເທດຈີນຮຽກຮ້ອງຊາດອາຊຽນ ປະຕິເສດການແຊກແຊງຈາກກອງກຳລັງພາຍນອກ ກໍລະນີຂໍ້ຂັດແຍ່ງທະເລຈີນໃຕ້

ຈີນຮຽກຮ້ອງຊາດອາຊຽນ ປະຕິເສດການແຊກແຊງຈາກກອງກຳລັງພາຍນອກ ກໍລະນີຂໍ້ຂັດແຍ່ງທະເລຈີນໃຕ້

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ກໍລະກົດຜ່ານມານີ້ວ່າ ຈີນໄດ້ຮຽກຮ້ອງໃຫ້ຊາດສະມາຊິກ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ຮວມຕົວກັນເປັນໜຶ່ງດຽວ ແລະ ປະຕິເສດກອງກຳລັງຈາກພາຍນອກ ທີ່ພະຍາຍາມຈະແຊກແຊງຂໍ້ຂັດແຍ່ງໃນທະເລຈີນໃຕ້.

ທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດຈີນ ໄດ້ກ່າວໃນລະຫວ່າງຢ້ຽມຢາມນະຄອນຫລວງມະນີລາ ປະເທດຟິລິບປິນວ່າ ຄວາມສຳພັນທີ່ອົບອຸ່ນຂຶ້ນ ລະຫວ່າງປັກກິ່ງ ແລະ ມະນີລາ ໄດ້ຊ່ວຍຮັບປະກັນສະຖຽນລະພາບໃນທະເລຈີນໃຕ້, ຫາກຍັງຄົງມີກອງກຳລັງນອກພາກພື້ນ ຫລື ໃນພາກພື້ນ ທີ່ບໍ່ຕ້ອງການເຫັນຄວາມໝັ້ນຄົງໃນທະເລຈີນໃຕ້ ແລະ ຍັງຕ້ອງການປຸກປັ່ນບັນຫາໃນທະເລຈີນໃຕ້ ເຮົາຈຳເປັນຈະຕ້ອງຮ່ວມມືກັນ ແລະ ປະຕິເສດພວກເຂົາຮ່ວມກັນ.

ທັງນີ້, ເນື່ອງຈາກໃນໄລຍະບໍ່ເທົ່າໃດປີຜ່ານມາ ສະຫະລັດອາເມຣິກາ ໄດ້ສົ່ງກອງເຮືອກຳປັ່ນສູ້ຮົບແລ່ນເຂົ້າມາໃກ້ກັບບັນດາເກາະດອນ ຊຶ່ງເປັນເຂດຂໍ້ຂັດແຍ່ງຕ່າງໆຢູ່ໃນທະເລຈີນໃຕ້ ອັນໄດ້ສ້າງຄວາມບໍ່ເພິ່ງພໍໃຈໃຫ້ແກ່ລັດຖະບານຈີນ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...