Homeສຸຂະພາບ ແລະ ສີ່ງແວດລ້ອມ5 ວິທີຮັບມືກັບໂຣກຊຶມເສົ້າ

5 ວິທີຮັບມືກັບໂຣກຊຶມເສົ້າ

Published on

ການຮັກສາຜູ້ປ່ວຍໂຣກຊືມເສົ້າ ສາມາດເຮັດໄດ້ດ້ວຍການໄປພົບຈິດຕະແພດ ເພື່ອເຮັດການຮັກສາ ແລະ ບຳບັດໃຫ້ຫາຍດີ ແລະ ຕົວຜູ່ກ່ຽວເອງກໍ່ຄວນຮູ້ຈັກວິທີການຄວບຄຸມອາລົມຂອງຕົວເອງໃຫ້ຢູ່ໃນລະດັບທີ່ເໝາະສົມ ເພາະໂຣກຊຶມເສົ້າມັນມີຜົນເກີດມາຈາກສະພາບຈິດໃຈທີ່ອ່ອນແອ ດັ່ງນັ້ນໃນວັນນີ້ ຄໍລຳ ສຸຂະພາບ ກັບ ລາວໂພສຕ໌ ແອັດມິນເລີຍມີ 5 ວິທີຮັບມືກັບໂຣກຊຶມເສົ້າ ມາຝາກ ເຊິ່ງຈະມີວິທີໃດແນ່ນັ້ນເຮົາມາອ່ານໄປພ້ອມກັນເລີຍ

  1. ຕ້ອງເຂົ້າໃຈອາການຕ້ອງຮູ້ວ່າຕອນນີ້ເຮົາມາພາວະຊືມເສົ້າຢູ່ ແລະ ເລີ່ມມີອາການແບບນີ້ມາຕັ້ງແຕ່ເມື່ອໃດແລ້ວ ແລະ ສາເຫດຂອງອາຫານຊືມເສົ້າເກີດມາຈາກເລື່ອງໃດ ເມື່ອເຮົາເຂົ້າໃຈໃນຈຸດນີ້ເຮົາຕ້ອງພະຍາຍາມຫຼີກລ່ຽງທີ່ຈະໄປຄິດເລື່ອງທີ່ເຮັດໃຫ້ຕົວເອງກຸ້ມໃຈ
  2. ຢ່າກົດດັນຕົວເອງຢ່າຝືນຢ່າບັງຄັບໃນສິ່ງທີ່ມັນຍາກສຳລັບຕົວເອງ ຫຼື ສິ່ງທີ່ມັນໄກກັບຕົວເອງຫຼາຍ
  3. ຢ່າເກັບຕົວຢູ່ຄົນດຽວໝັ່ນອອກໄປຫຼິ້ນນຳເພື່ອນຝູງແນ່ກໍ່ເປັນການເປີດຫູເປີດຕາສະໝອງຜ່ອນຄາຍໄປໃນຕົວ
  4. ຢ່າຄິດຫຼາຍ ພະຍາຍາມທຳໃຈໃຫ້ສະບາຍພະຍາຍາມຄິດໃຫ້ງ່າຍຂຶ້ນບໍ່ຕ້ອງຄິດຊັບຊ້ອນຫຼາບ ແມ່ນຫຍັງຈະເກີດກໍ່ໃຫ້ມັນເກີດ
  5. ດູແລສຸຂະພາບຈິດ ແລະ ສຸຂະພາບຮ່າງກາຍໃຫ້ແຂງແຮງ ເພາະສອງສິ່ງນີ້ຈະເປັນພູມຄຸ້ມກັນຊັ້ນດີຊ່ວຍໃຫ້ທ່ານຫຼີກລ່ຽງອາການຊຶມເສົ້າໄດ້

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...