Homeສຸຂະພາບ ແລະ ສີ່ງແວດລ້ອມ4 ວິທີກິນວິຕາມິນໃຫ້ໄດ້ຜົນທີ່ດີຍິ່ງຂຶ້ນ

4 ວິທີກິນວິຕາມິນໃຫ້ໄດ້ຜົນທີ່ດີຍິ່ງຂຶ້ນ

Published on

 

ທຸກ​ມື້​ນີ້​ເກືອບທຸກ​ຄົນ​ເລີ່ມ​ຫັນ​ມາ​ໃສ່​ໃຈ​ສຸຂະພາບ​ດ້ວຍ​ວິທີ​ຕ່າງໆ ກັນ​ຫລາຍ​ຍິ່ງ​ຂຶ້ນ ວິ​ຕາ​ມິນ ກໍ​ເປັນ​ອີກ​ໜຶ່ງ​ທາງ​ເລືອກ​ທີ່​ຜູ້​ທີ່ບໍ່​ຄ່ອຍ​ມີ​ເວລາ​ ຫລື​ ຕ້ອງ​ການ​ຄວາມສະດວກ​ເລືອກ​ໃຊ້ທັງ​ນີ້​ ແພດ​ໄດ້​ເຕືອນ​ວ່າ ​ຫາກ​ໃຜ​ກິນ​ວິ​ຕາ​ມິນ​ເກີນ​ຂະໜາດ ກໍ​ມັກ​ຈະ​ມີ​ໂທດ​ເຂົ້າ​ສູ່​ຮ່າງ​ກາຍ ແທນ​ທີ່​ຈະ​ໄດ້​ປະ​ໂຫຍດ ​ມື້​ນີ້​ເຮົາ​ຈຶ່ງ​ຂໍ​ແນະນຳ 4 ວິທີ​ການ​ກິນ​ວິ​ຕາ​ມິນ​ໃຫ້​ໄດ້​ປະໂຫຍດ​ຫລາຍ​ທີ່​ສຸດ

1

1. ວິ​ຕາ​ມິນຊີ : ນີ້​ຄື​ສຸດ​ຍອດ​ວິ​ຕາ​ມິນ​ທີ່​ຊ່ວຍ​ບຳ​ລຸງ​ຜິວ​ໃຫ້​ສົດໃສ ນອກ​ຈາກ​ນີ້​ຍັງ​ຊ່ວຍ​ປ້ອງ​ກັນ​ຫວັດ​ໄດ້​ເຖິງ 85%ໂດຍ​ປະລິມານ​ແນະ​ນຳ​ໄລຍະຮ່າງກາຍ​ປົກກະຕິ​ຢູ່​ ທີ່​ບໍ່​ເກີນ 1, 000ມິລີກຣາມ ແຕ່​ຖ້າ​ເປັນ​ຫວັດ​ຄວນ​ກິນ 3, 000ມີລີກຣາມ ປະ​ມານ 3-6ມື້

Vitamin-11

 

2. ວິ​ຕາ​ມິນ​ບີລ​ວມ : ຊ່ວຍ​ໃນ​ການ​ບຳ​ລຸງ​ສຸຂະພາບ​ຂອງ​ສາຍ​ຕາ ແລະ ​ຍັງ​ຊ່ວຍ​ບຳ​ລຸງ​ທັງ​ເສັ້ນ​ປະສາດ ຕັບ ເສັ້ນ​ຜົມ ຜິວ​ພັນ ນອກ​ຈາກ​ນີ້​ຍັງ​ຊ່ວຍ​ໃຫ້​ຮ່າງກາຍ​ຟິດ​ ແລະ ​ຄາຍ​ຄວາມ​ເຄັ່ງຕຶງ ປະລິມານ​ທີ່​ເໝາະ​ສົມ​ຢູ່​ທີ່ 3, 000 – 5, 000ມິລິ​ກຣາມ​ ຕໍ່​ມື້3

 

 

3.  ກູ​ຕ້າ​ໄທ​ໂອນ : ອາຫານ​ເສີມ​ຍອດ​ນິຍົມ ທີ່​ແມ່ນແຕ່​ແພດ​ຍັງ​ເຕືອນ​ວ່າ ຂະນະ​ນີ້​ ບໍ່​ມີ​ການ​ຮັບຮອງ​ທີ່​ຊີ້​ແຈງ​ວ່າ“ຊ່ວຍ​ໃຫ້​ຜິວ​ຂາວ​ໄດ້ ​ຫລື​ ບໍ່ ? ” ສະ​ນັ້ນ​ຄວນ​ລະ​ມັດ​ລະ​ວັງ​ທັງ​ການ​ກິນ​ແບບ​ເມັດ ແລະ ​ການ​ສີດ​ເຂົ້າ​ເສັ້ນ ທາງ​ທີ່​ດີ​ຄວນ​ປຶກ​ສາ​ແພດ ​

4

 

4. ສັງ​ກະ​ສີ  (Zinic) : ແຮ່ທາດ​ທີ່​ຈະ​ເຮັດໃຫ້​ຮ່າງກາຍ​ເຮັດວຽກ​ໄດ້​ສົມ​ດຸນ ​ແລະ ​ເພີ່ມ​ພູ​ມ​ຄຸ້ມ​ກັນ ແຕ່​ຫາກ​ຢາກ ​ທ່ານ​ໃຫ້​ໄດ້​ຜົນ​ສຸງ​ສຸດ​ຄວນ​ກິນ 1ຊົ່ວ​ໂມງ​ກ່ອນ​ອາຫານ ຫລື​ຫລັງ​ອາຫານ 2ຊົ່ວ​ໂມງ ແລະ ​ຫາກ​ຫລີກລ້ຽງ​ໄດ້​ຢ່າ​ກິນ​ກັບ​ເມ​ນູ​ທີ່​ມີ​ ທາດເລັກ(ແຄນຊຽມ) ​ແລະ ​ຟອດ​ຟໍ​ລັດ​ສູງ ເພາະ​ຈະ​ເຮັດໃຫ້​ປະ​ສິດ​ທິ​ພາບ​ໜ້ອຍ​ລົງ​ທັນທີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...