Homeສຸຂະພາບ ແລະ ສີ່ງແວດລ້ອມເຮັດວຽກເດິກ ສ່ຽງເປັນພະຍາດຮ້າຍ ທໍາລາຍສຸພາບ

ເຮັດວຽກເດິກ ສ່ຽງເປັນພະຍາດຮ້າຍ ທໍາລາຍສຸພາບ

Published on

work

ເວລາ​ກາງ​ຄືນ​ເປັນ​ໄລຍະເວລາ​ສຳຄັນ​ທີ່​ຮ່າງກາຍ​ຂອງ​ເຮົາ​ໃຊ້​ເພື່ອ​ພັກ​ຜ່ອນ  ​ແລະ ​ຊ່ອມ​ແຊມ​ໃນ​ສ່ວນ​​ຕ່າງໆ ຊຶ່ງ​ເກີດ​ຂຶ້ນ​ໃນ​ໄລຍະ​ເວລາ​ກາງເວັນ ແຕ່​ກໍ​ມີ​ຄົນ​ຈຳນວນ​ບໍ່​ໜ້ອຍ​ທີ່​ຈຳ​ເປັນ​ຕ້ອງ​ເຮັດວຽກ​ໃນ​ເວລາ​ກາງ​ຄືນ ແລະ ​ໃຊ້​ເວລາ​ພັກ​ຜ່ອນ   ​ໃນ​ກາງເວັນ​ແທນ ໂດຍ​ທີ່​ບໍ່​ອາດຈະ​ຫລີກ​ລ້ຽງ​ໄດ້ ໂດຍ​ທ່ານຮູ້​ ຫລື ​ບໍ່​ວ່າ ​ຄົນ​ເຮົາ​ບໍ່​ສາມາດ​ປ່ຽນ​ເວລາ​ນອນ​ໄດ້ ແຖມ​ການເຮັດວຽກງານ​ໃນ​​ກາງ​ຄືນ​ນັ້ນ ​ຍັງ​ເຮັດໃຫ້​ເກີດ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ບັນຫາ​ສຸຂະພາບຕາມ​ມາ​ອີກ​ຫລວງຫລາຍ ​ແບບ​ທີ່​ໃນ​ເວັບ​ໄຊ​ huffingtonpost. com ໄດ້​ບອກ​ເຖິງ​ຂໍ້​ເສຍ​ຂອງ​ການເຮັດວຽກງານ​ ຕອນ​ກາງ​ຄືນ ​ເອົາ​ໄວ້ ເຮົາ​ມາ​ເບິ່ງ​ກັນ​ດີກວ່າ​ວ່າ​ຜົນ​ກະທົບ​ຈາກ​ການເຮັດວຽກງານ​ ຕອນ​ກາງ​ຄືນ​ທີ່​ມີ​ຕໍ່​ສຸຂະພາບ​ນັ້ນ​ມີ​ຫຍັງ​ນຳ ຂໍ​ບອກ​ເລີຍ​ວ່າ​ ບາງຂໍ້​ຖ້າ​ເກີດ​ເປັນ​ຊຳເຮື້ອ​ດົນ​ໆ ອາດ​ເຮັດໃຫ້​ເກີດ​ພະຍາດ​ຮ້າຍ​ແຮງໄດ້

  • ທຳລາຍ​ການ​ນອນ

ຈາກ​ການສຶກສາ​ກັບ​ເຈົ້າ​ຫນ້າທີ່​ຕຳ​ຫລວດ​ທີ່​ຕ້ອງ​ເຂົ້າ​ເວນ​ໃນ​ເວລາ​ການ​ຄືນ ເຮັດໃຫ້​ໄດ້​ພົບ​ຄວາມ​ເຊື່ອມ​ໂຍງ​ທີ່​ຊັດເຈນ​ລະຫວ່າງ​ການເຮັດວຽກງານ​ໃນ​ໄລຍະ​ເວລາ​ກາງ​ຄືນ​ກັບ​ການ​ນອນ​ທີ່​ນ້ອຍ​ກວ່າ 6 ຊົ່ວ​ໂມງ​ຕໍ່​ມື້ ໂດຍ​ຈາກ​ການສຶກສາ​ທີ່​ຖືກ​ຕີ​ພິມ​ໃນ​ວາລະ​ສານ Workplace Health & Safety ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຫນ້າທີ່​ຕຳ​ຫລວດ​ທີ່​ຕ້ອງ​ເຂົ້າ​ເວນ​ໃນ​ເວລາ​ກາງ​ຄືນ ​ແລະ ​ນອນ​ຫລັບ​ນ້ອຍ​ກວ່າ​ຫົກ​ຊົ່ວ​ໂມງ​ຕໍ່​ມື້ ​ມີ​ຄວາມ​ສ່ຽງ​ເປັນ​ສອງ​ເທົ່າ​ທີ່​ຈະ​ມີ​ການ​ນອນ​ທີ່​ບໍ່​ດີ​ເມື່ອ​ທຽບ​ກັບ​ຄົົນທີ່​ມີ​ເວລາ​ນອນ​ຫົກ​ຊົ່ວ​ໂມງ​ຂຶ້ນ​ໄປ ນອກ​ຈາກ​ນີ້​ ນັກ​ວິ​ໄຈ​ ຈາກ​ມະຫາ​ວິທະຍາ​ໄລ ​ບລູໂນສ​ເອ​ເລສ ​ຍັງ​ພົບ​ອີກວ່າ ການເຮັດວຽກງານ​ໃນ​ຕອນກາງ​ຄືນ​ຈະ​ເຮັດໃຫ້​ມີ​ລະ​ດັບ​ ເຊ​ໂລ​ໂທ​ນິນ ​ທີ່​ຕ່ຳ​ກວ່າ​ຄົົນທີ່​ເຮັດວຽກ​ໃນ​ໄລຍະ​ເວລາ​ປົກກະຕິ ຊຶ່ງ​ການ​ມີ​ລະ​ດັບ ​ເຊ​ໂລ​ໂທ​ນິນ ​ທີ່​ຕ່ຳ​ກໍ​ເຮັດໃຫ້​ມີ​ຜົນ​ກະທົບ​ຕໍ່​ການ​ນອນ​ໄດ້

  • ເພີ່ມ​ຄວາມ​ສ່ຽງ​ເປັນ​ພະຍາດ​ເບົາ​ຫວານ

ການ​ວິ​ໄຈ​ທີ່​ກ່ຽວກັບ​ການເຮັດວຽກງານ ​ໃນ​ຕອນ​ກາງ​ຄືນ​ກັບ​ຄວາມ​ສ່ຽງ​ໃນ​ການ​ເປັນ​ພະຍາດ​ເບົາ​ຫວານ​ສະແດງ​ໃຫ້​ເຫັນ​ວ່າ ຜູ້​ຊາຍ​ມີ​ແນວ​ໂນ້ມ​ທີ່​ຈະ​ເປັນ​ພະຍາດ​ເບົາ​ຫວານ​ໄດ້​ຫລາຍກວ່າ​ຜູ້ຍິງ​ຖ້າ​ຫາກ​ມີ​ຊົ່ວ​ໂມງ​ການເຮັດວຽກງານ​ທີ່​ຜິດ​ປົກຕິ
ຈາກ​ການ​ວິ​ໄຈ​ທີ່​ຖືກ​ຕີ​ພິມ​ໃນ​ວາລະ​ສານ Occupational & Environmental Medicine ທີ່​ເຮັດ​ການສຶກສາ​ກັບ​ຄົົນທີ່​ເຮັດວຽກ​ໃນ​ຕອນກາງ​ຄືນ​ປະມານ 226, 652 ຄົນ​ພົບ​ວ່າ ຄົນ​ກຸ່ມ​ນີ້​ມີ​ຄວາມ​ສ່ຽງ​ທີ່​ຈະ​ເປັນ​ພະຍາດ​ເບົາ​ຫວານ​ເຖິງ 1.09 ເທົ່າ ​ເມື່ອ​ທຽບ​ກັບ​ຜູ້​ທີ່​ມີ​ໄລຍະ​ເວລາ​ເຮັດວຽກ​ປົກກະຕິ ນອກ​ຈາກ​ນີ້ ຍັງມີ​ການສຶກສາ​ໃນ​ສານ PLoS Medicine ສະແດງ​ໃຫ້​ເຫັນ​ວ່າ ​ຜູ້​ທີ່​ເຮັດວຽກ​ໃນ​ໄລຍະ​ເວລາ​ດັ່ງ​ກ່າວ ​ຈະ​ມີ​ແນວ​ໂນ້ມ​ທີ່​ຈະ​ເປັນ​ພະຍາດ​ເບົາ​ຫວານ​ຊະນິດ​ທີ່ 2 ຊຶ່ງ​ເວລາ​ການເຮັດວຽກງານ​ຈະ​ເຮັດໃຫ້​ເກີດ​ຜົນ​ກະທົບ​ຕໍ່​ການເຮັດວຽກງານ​ຂອງ ​ອິນ​ຊູ​ລິນ

  • ເພີ່ມ​ຄວາມ​ສ່ຽງ​ເປັນ​ໂຣກຕຸ້ຍ

ການ​ນອນ​ຫລັບ​ບໍ່​ພຽງ​ພໍ ​ຫລື ​ການ​ນອນ​ຫລັບ​ທີ່​ຂັດ​ແຍ້ງ​ກັບ​ໂມງ​ຕາມ​ທຳມະຊາດ​ຂອງ​ຮ່າງກາຍ​ຈະ​ເພີ່ມ​ໂອ​ກາດ​ໃນ​ການ​ເປັນ​ພະຍາດ​ເບົາ​ຫວານ​ຫລື​ພະຍາດ​ຕຸ້ຍໄດ້

ຕາມ​ທີ່​ການສຶກສາ​ຂອງ​ນັກ​ວິ​ໄຈ​ຈາກ​ໂຮ​ງໝໍ ບ​ຣິກ​ແຮມ​ ​ໃນ​ວາລະ​ສານ​ທາງ​ວິທະຍາ​ສາດ Science Translational Medicine ຊຶ່ງ Orfeo M. Buxton ນັກ​ປະສາດ​ວິທະຍາ​ຜູ້​ຊ່ຽວຊານ​ຈາກ​ໂຮ​ງໝໍ​ແບບດຽວ​ກັນ​ໄດ້​ກ່າວ​ວ່າ ຄົົນທີ່​ເຮັດວຽກ​ໃນ​ເວລາ​ກາງ​ຄືນ​ຈະ​ເຮັດໃຫ້​ນອນ​ບໍ່​ຫລັບ​ໃນ​ໄລຍະເວລາ​ກາງເວັນ ຊຶ່ງ​ຈະ​ເຮັດໃຫ້​ປະ​ສິດ​ທິ​ພາບ​ໃນ​ການເຮັດວຽກງານຫ​ລຸດລົງ ​ແລະ ​ຍັງ​ຕ້ອງ​ປະ​ສົບ​ກັບ​ການ​ພັກ​ຜ່ອນ​ບໍ່​ພຽງ​ພໍ​ໃນ​ໄລຍະ​ລະຫວ່າງ​ມື້ ຊຶ່ງ​ການ​ພັກ​ຜ່ອນ​ບໍ່​ພຽງ​ພໍ​ນັ້ນ​ເອງ​ທີ່​ເຮັດໃຫ້​ເກີດ​ບັນຫາ​ສຸຂະພາບ​ຕາມ​ມາ​ໃນ​ພາຍ​ຫລັງ​ນໍາອີກ​

  • ຄວາມ​ສ່ຽງ​ເປັນ​ພະຍາດ​ມະ​ເຮັງ​ສູງ​ຂຶ້ນ

ເປັນ​ທີ່​ໜ້າ​ຕົກ​ໃຈ​ວ່າ​ ການເຮັດວຽກງານ​ໃນຕອນ​ກາງ​ຄືນ ​ສາມາດ​ເພີ່ມ​ຄວາມ​ສ່ຽງ​ໃນ​ການ​ເປັນ​ພະຍາດ​ມະ​ເຮັງ​ເຕົ້າ​ນົມ​ຂອງ​ແມ່ຍິງ​ໄດ້​ເຖິງ 30% ແລະ​ຈາກ​ການສຶກສາ​ໃນ​ວາລະສານ​ກ່ຽວກັບ​ມະ​ເຮັງ​ພົບ​ວ່າ ຜູ້ຍິງ​ທີ່​ເຮັດວຽກ​ໃນ​ຕອນ​ກາງ​ຄືນ​ຕິດ​ຕໍ່​ກັນ​ເປັນ​ເວລາ 4 ປີ​ຂຶ້ນ​ໄປ​ມີ​ຄວາມ​ສ່ຽງ​ເທົ່າໆກັບ ​ແມ່ຍິງ​ທີ່​ເຮັດວຽກ​ພຽງ 2 – 3 ຄືນ​ຕໍ່​ອາທິດ

  • ສົ່ງ​ຜົນ​ກະທົບ​ຕໍ່​ລະບົບ​ເຜົາ​ຜານ

ການເຮັດວຽກງານ​ຕອນ​ກາງ​ຄືນ ​ເປັນ​ສາຍ​ເຫດ​ຫລັກ​ທີ່​ເຮັດໃຫ້​ລະ​ດັບ ​ເລບ​ຕິນ ຊຶ່ງ​ເປັນ​ຮໍ​ໂມນ​ທີ່​ເຮັດ​ຫນ້າທີ່​ໃນ​ການ​ຄວບ​ຄຸມ​ນ້ຳ​ໜັກ ລວມ​ເຖິງ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ ແລະ ​ລະ​ດັບ​ອິນ​ຊູ​ລິນ​ຫລຸດລົງ ຈາກ​ການສຶກສາ​ໃນ​ປີ 2009 ຊຶ່ງ​ຖືກ​ຕີ​ພິມ​ໃນ​ວາລະ​ສານ the National Academy of Sciences ສະແດງ​ໃຫ້​ເຫັນ​ອີກວ່າ​ ຄວາມ​ປ່ຽນ​ແປງ​ນີ້​ເຮັດໃຫ້​ເກີດ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເຮັດໃຫ້​ເກີດ​ບັນຫາ​ກ່ຽວກັບ​ສຸຂະພາບ​ທີ່​ຮ້າຍແຮງ​ຕົວຢ່າງ​ເຊັ່ນ ​ພະຍາດ​ເບົາ​ຫວານ ​ແລະ​ພະຍາດ​ຫົວ​ໃຈ

  • ເພີ່ມ​ຄວາມ​ສ່ຽງ​ຫົວ​ໃຈ​ວາຍ

ການ​ວິ​ໄຈ​ຊຶ່ງ​ຖືກ​ຕີ​ພິມ​ໃນ​ວາລະ​ສານ​ທາງ​ການ​ແພດ​ຂອງ​ ອັງ​ກິດ​ພົບ​ວ່າ ການເຮັດວຽກງານ​ໃນ​ຕອນ​ກາງ​ຄືນ​ມີ​ແນວ​ໂນ້ມ​ຈະ​ເຮັດໃຫ້​ເກີດ​ ການ​ຫົວ​ໃຈ​ວາຍ​ໄດ້​ຫລາຍ​ຂຶ້ນ ມີ​ການສຶກສາ​ລວມ 34ຢ່າງ ​ທີ່​ສະແດງ​ໃຫ້​ເຫັນ​ເຖິງ​ອັດຕາ​ຂອງ​ການ​ເກີດ​ຫົວ​ໃຈ​ວາຍ​ຊຶ່ງ​ເກີດ​ຈາກ​ການເຮັດວຽກງານ ​ໃນ​ຕອນກາງ​ຄືນ​ທີ່ເກີດຂື້ນ​ໃນ​ໄລຍະ​ປີ 2009 ແລະ 2010 ໃນ​ປະເທດ​ກາ​ນາ​ດາ ​ຊຶ່ງ​ມີ​ເຖິງ 7% ແລະ​ ໃນ​ໄລຍະ​ຍັງ​ພົບ​ວ່າ​ ມີ​ເຖິງ 7.3% ທີ່​ເປັນ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຕີບຕັນ ແລະ 1.6% ເກີດ​ພາ​ວະ​ຫົວ​ໃຈ​ຂາດ​ເລືອດ

  • ສ່ຽງ​ຕໍ່​ພາ​ວະ​ ຊຶມ​ເສົ້າ

ມີ​ການສຶກສາ​ຫລາຍ​ຢ່າງ​ສະແດງ​ໃຫ້​ເຫັນ​ວ່າ ​ການເຮັດວຽກງານ​ຕອນ​ກາງ​ຄືນ​ເຮັດໃຫ້​ເກີດ​ຜົນ​ກະທົບ​ຕໍ່​ສຸກຂະພາບ​ຈິດ ຕົວ​ຢ່າງ ​ເຊັ່ນ​ການສຶກສາ​ໃນ​ວາລະ​ສານ ​ນານາ​ຊາດ Occupational and Environmental Health ໄດ້​ສະແດງ​ວ່າ ​ຜູ້​ຄົົນທີ່​ເຮັດວຽກ​ໃນ​ຕອນ​ກາງ​ຄືນ​ມີ​ອາການ​ຂອງ​ພາ​ວະ​ຊຶມ​ເສົ້າ​ສູງ​ກວ່າ​ຄົົນທີ່​ເຮັດວຽກ​ໃນ​ໄລຍະ​ເວລາ​ປົກຕິ

ແລະ ​ການສຶກສາ​ໃນ​ປີ 2008 ຈາກ​ວາລະ​ສານ​ນານາ​ຊາດ Disability and Human Development ກໍ​ຄົ້ນ​ພົບ​ອີກວ່າ​ການເຮັດວຽກງານ​ຕອນກາງ​ຄືນ​ຍັງ​ມີຄວາມ​ສ່ຽງ​ຈະ​ເກີດ​ຄວາມ​ຜິດ​ປົກກະຕິ​ຂອງ​ອາລົມ​ໄປ​ໃນ​ທາງ​ທີ່​ຮຸນແຮງ​ຂຶ້ນ ແຕ່​ເຖິງ​ຢ່າງໃດກໍ​ຕາມ ​ຜູ້​ສຶກ​ສາ​ກໍ​ຍັງ​ຍອມ​ຮັບ​ວ່າ ​ຍັງມີ​ຜູ້​ຊ່ຽວຊານ​ຫລາຍ​ຄົົນ   ທີ່​ຍັງ​ເຊື່ອ​ວ່າ​ຄວາມ​ສ່ຽງ​ຂອງ​ອາການ​ພາ​ວະ​ຊຶມ​ເສົ້າ​ນັ້ນ ​ເກີດ​ໃນ​ຄົົນທີ່​ເຮັດວຽກ​ປົກກະຕິ​ຫລາຍກວ່າ​ຄົົນທີ່​ເຮັດວຽກ​ໃນ​ຕອນ​ກາງ​ຄືນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...