ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ.
ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ ວັນທີ 08/07/2025 ຫາ 29/09/2025 ທີ່ຜ່ານມາ, ຜູ້ກ່ຽວໄດ້ໃຊ້ແອັບພິເຄຊັນ ChatGPT ເພື່ອຄົ້ນຫາຂໍ້ມູນກ່ຽວກັບ ຢາທີ່ສາມາດກິນ ຫຼື ສີດເຂົ້າສູ່ຮ່າງກາຍເພື່ອໃຫ້ຄົນເສຍຊີວິດ ຫຼື ພິການໄດ້. ຫຼັງຈາກທີ່ຍິງຄົນນີ້ໄດ້ສຶກສາຄົ້ນຄວ້າເປັນເວລາພໍສົມຄວນ ກໍໄດ້ໄປຊື້ສານເຄມີ ແລະ ຢາຕາມທີ່ແອັບໄດ້ບອກເຊັ່ນ: ສານພິດ, ຢາຫຼາຍຊະນິດ, ເຂັມສີດຢາ ແລະ ເຄື່ອງກວດບໍລິມາດຂອງຢາ ນໍາມາໃຊ້ໃນການວາງຢາເພື່ອທີ່ຈະຈົບຊີວິດຜົວຂອງຕົນເອງ.
ຜົວຂອງຜູ້ກ່ຽວ (ແຍກກັນຢູ່) ໄດ້ໃຫ້ຂໍ້ມູນກັບເຈົ້າໜ້າທີ່ວ່າ: ໃນຊ່ວງທີ່ຜ່ານມາຕົນເອງເຄີຍມີອາການຜິດປົກກຕິເຖິງ 2 ຄັ້ງ, ຄືນໃນວັນທີ 12/07/2025 ແລະ ວັນທີ 18/08/2025 ໂດຍມີອາການເຄື່ອນທີ່ລໍາບາກ ແລະ ໄດ້ໄປກວດທີ່ໂຮງໝໍພົບວ່າ ເຄື່ອງດື່ມທີ່ຕົນໄດ້ກິນເຂົ້າໄປແມ່ນມີສານພິດປະປົນຢູ່. ໂຊກດີທີ່ໄດ້ຮັບການຮັກສາໄດ້ທັນເວລາ ແລະ ຮູ້ສາເຫດວ່າເມຍຂອງຕົນເປັນຄົນວາງຢາ. ດັ່ງນັ້ນ, ຈຶ່ງເຂົ້າໄປແຈ້ງຄວາມກັບເຈົ້າໜ້າທີ່ ແລະ ນໍາມາສູ່ການກັກໂຕເມຍໃນວັນທີ 10/10/2025.
ປັດຈຸບັນ, ຄະດີຍັງງຄົງຢູ່ໃນຂັ້ນຕອນຂອງການສືບສວນເພື່ອຄົ້ນຫາແຮງຈູງໃຈໃນການກໍເຫດໃນຄັ້ງນີ້ຕໍ່ໄປ.
ການນຳໃຊ້ແອັບພິເຄຊັນເພື່ອຊອກຫາຄວາມຮູ້ເປັນເລື່ອງທີ່ດີມີປະໂຫຍດແກ່ຕົນເອງ ແລະ ຜູ້ອື່ນໃນສັງຄົມ, ແຕ່ຖ້ານຳໃຊ້ຊອກຫາຄວາມຮູ້ໃນສິ່ງທີ່ຜິດມັນກໍ່ກັບມາສົ່ງຜົນເສຍຕໍ່ຕົນເອງ ແລະ ຄົນອື່ນເຊັ່ນກັນ.
ແຫຼ່ງຂໍ້ມູນ: the-independent